ບຸກຄົນ​ຕ່າງປະ​ເທດ​ເຫັນ​ວ່າ​:ຍີ່ປຸ່ນ​ມີເຈ​ຕະນາ​ຢາກ​ທ້າ​ທາຍ​ເກາະ​ຜິດ​ຕໍ່​ລະບຽບ​ການ​ສາກົນ​ຫຼັງ​ສົງຄາມ​ໂລກ​ຄັ້ງ​ທີ 2 ດ້ວຍ​ບັນຫາ​​ເກາະ​ຕ້ຽວ​ອີ

(GMT+08:00) 2012-10-07 14:11:23     cri
ຫວ່າງ​ມໍ່ໆ​ມາ​ນີ້,​ໃນ​ເວລາ​ຜູ້​ຊ່ຽວຊານ​,ນັກວິຊາການຂອງ​ຕ່າງປະ​ເທດ​ແລະ​ຜູ້​ປະສົບ​ສົງຄາມ​ໂລກ​ຄັ້ງ​ທີ 2 ຫຼາຍ​ທ່ານ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ,ພວກ​ທ່ານ​ລ້ວນ​ແຕ່​ຊີ້​ອອກ​ວ່າ,ການ​ກະທຳ​ຂອງລັດຖະບານ​ຍີ່ປຸ່ນ​ທີ່ຍຶດໝັ້ນ​ຈຸດ​ຢືນ​ທີ່​ຜິດພາດ​ໃນ​ບັນຫາ​ເກາະ​ຕ້ຽວ​ອີ​ແລະ​ລ່ວງ​ລ້ຳ​ອະທິປະ​ໄຕ​ດິນ​ແດນ​ຂອງ​ຈີນ​​ໄດ້​ສະ​​ແດງ​​ໃຫ້​ເຫັນຢ່າງ​ເຕັມທີ່​ວ່າ,ລັດຖະບານ​ຍີ່ປຸ່ນ​ມີເຈຕະນາ​ຢາກ​ປະຕິ​ເສດ​ຜົນສຳ​ເລັດ​ຂອງ​ສົງຄາມ​ຕ້ານ​ຟາ​ຊິດ​​ຂອງໂລກ,​ແລະທ້າ​ທາຍ​ເກາະ​ຜິດ​ຕໍ່​ລະບຽບ​ການ​ສາກົນ​ຫຼັງ​ສົງຄາມ.

ທ່ານ​ຫຼີຄ່າງ​ຊີ່,ປີ​ນີ້ອາຍຸ 89 ປີ,​ເຄີ​ຍ​ເປັນ​ສະມາຊິກ​ກອງ​ຫຼອນ​ຕໍ່ຕ້ານ​ຍີ່ປຸ່ນ​ຂອງຈີນຕ່າງ​ດ້າວ​ທີ່​ອາ​ໄສ​ຢູ່​ຟີ​ລິ​ບປິນ.​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ,ທ່ານ​ກ່າວ​ວ່າ,ລັດຖະບານ​ຍີ່ປຸ່ນ​ຫັນ​ເກາະ​ຕ້ຽວ​ອີ​ເປັນ​ຂອງ​ລັດ​ນັ້ນ​​ເປັນການ​ທ້າ​ທາຍ​​ເກາະ​ຜິດ​ຕໍ່ພັນທະ​ມິດ​ຕ້ານ​ຟາ​ຊິດ​ຂອງ​ໂລກ,​ແມ່ນ​ຢາກ​ໂຄ່ນ​ລົ້ມ​ປະຫວັດສາດ​ຮຸກ​ຮານ​ຂອງ​ຍີ່ປຸ່ນ.

ທ່ານ​ອູ​ຈ້ຽນ​ເສິງ,ນັກວິຊາການ​ທີ່​ຄົ້ນຄວ້າ​ບັນຫາ​ສາກົນ​ຂອງ​ຟີ​ລິບ​ປິນກ່າວ​ວ່າ,ປີ​ນີ້,ອິດ​ທິກຳລັງ​ສ່ວນ​ໜຶ່ງ​ຂອງ​ຍີ່ປຸ່ນ​ກໍ່​ຄວາມ​ຂັດ​ແຍ່ງ​ກັນ​ກ່ຽວ​ກັບ​ບັນຫາ​ເກາະ​ຕ້ຽວ​ອີ​ເລື້ອຍໆ,ຢາກ​ໂຄ່ນ​ລົ້ມການ​ຕັດສິນ​ຕາມ​ກົດໝາຍ​ຕໍ່​ຍີ່ປຸ່ນ​ຂອງ​ບັນດາ​ປະ​ເທດ​ພັນທະ​ມິດ​ໃນ​ສົງຄາມ​ໂລກ​ຄັ້ງ​ທີ 2,​ແລະ​ຟື້ນ​ຟູ​ລັດທິ​ຂຸນ​ເສິກ"ມະຫາອາຊີ​ຕາ​ເວັນ​ອອກ".

ທ່ານ​ເຊິ​ນ​ໄຂ​ຊີ່,​ເລຂາທິການ​ສະມາຄົມ​ມິດຕະພາບ​ມະ​ເລ​ເຊຍ​-ຈີນ​ແລະ​ສະມາຄົມ​ສະໜັບ​ສະ​ໜູນ​ປະ​ເທດ​ຈີນ​ດຽວ​ຂອງ​ມະ​ເລ​ເຊຍ​​ເຄີຍ​ປະສົບ​ການ​ຮຸກ​ຮານ​ແລະ​ປົກຄອງ​ຢ່າງ​​ໂຫດຮ້າຍ​ປ່າ​​ເຖື່ອນ​ຂອງ​ຍີ່ປຸ່ນ​ທີ່​ມີ​ຕໍ່​ມະລະ​ຢາ​ໃນ​ຄາວ​ນັ້ນ.ທ່ານ​ກ່າວ​ວ່າ,ການ​ກະທຳ​ຂອງ​ຍີ່ປຸ່ນ​ທີ່​ແນ​ໃສ່​ເກາະ​ຕ້ຽວ​ອີ​ຂອງ​ຈີນ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້​ແມ່ນ​ການ​ກະທຳ​ທີ່​ທ້າ​ທາຍ​ເກາະ​ຜິດ,ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ,ຍີ່​ປຸ່ນຍັງ​ບໍ່​ທັນ​ສຳ​ຫຼວດຄືນ​ຕໍ່ປະຫວັດສາດຢ່າງ​ເຖິງ​ຖອງ​ເທື່ອ,ລັດທິ​ຂຸນ​ເສິກ​ຂອງ​ຍີ່ປຸ່ນ​ຍັງ​ບໍ່​ທັນ​ຫາຍ​ໄປ​ເທື່ອ.