ລາວເຮົາຈະສວຍໃຊ້ກາລະໂອກາດ ທາງການຄ້າແນວໃດ ຫລັງເຂົ້າ WTO

(GMT+08:00) 2012-10-10 15:03:03     cri
ການ​ເຈລະ­ຈາ​ຕໍ່​ລອງ​ທາງ​ດ້ານ​ການ​ຄ້າ​ຂອງ​ຫນ່ວຍ​ປະ­ຕິ­ບັດງານ​ເຈລະ­ຈາ​ເຂົ້າ​ເປັນ​ສະ­ມາ­ຊິກ​ອົງ­ການ​ການ​ຄ້າ​ໂລກ (WTO) ຂອງ ສປປ ລາວ, ໄດ້​ສ້າງ​ກາ­ລະ​ໂອ­ກາດ​ທາງ​ດ້ານການ​ຄ້າ​ສູ່​ທຸ­ລະ​ກິດ​ຢ່າງ​ຫລວງ­ຫລາຍ, ໃນ​ຂະ­ນະ​ທີ່​ກອງປະ­ຊຸມ​ຫນ່ວຍ​ປະ­ຕິ­ບັດ​ງານ​ຄັ້ງ​ທີ 10 ໄດ້​ປະ­ກາດ​ຜົນ​ສຳເລັດ​ຮັບ­ຮອງ​ເອົາ ສປປ ລາວ ເຂົ້າ​ເປັນ​ສະ­ມາ­ຊິກ​ແລ້ວ ພຽງ​ແຕ່​ລໍ­ຖ້າ​ເຊັນ​ສັນ­ຍາ​ຮັບ­ຮອງ​ໃນ​ທ້າຍ​ເດືອນ​ຕຸ­ລາ​ນີ້, ຫລັງ​ຈາກ​ນັ້ນ​ນັກ­ທຸ­ລະ­ກິດ​ລາວ​ຈະ​ສະ­ແຫວງ­ຫາ​ກາ­ລະໂອ­ກາດ​ໄດ້ ຫລື ບໍ່?.

ທ່ານ ດຣ. ນາມ ວິ​ຍະ​ເກດ ລັດ­ຖະ­ມົນ­ຕີ​ວ່າ­ການ​ກະຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ, ຖະ­ແຫລງ​ຂ່າວ​ຜົນ​ສຳເລັດ​ການ​ເຈລະ­ຈາ​ເຂົ້າ​ເປັນ​ສະ­ມາ­ຊິກ​ອົງ­ການ​ການ​ຄ້າໂລກ​ຂອງ ສປປ ລາວ, ກອງ​ປະ­ຊຸມ​ຫນ່ວຍ​ປະ­ຕິບັດ​ງານ​ຄັ້ງ​ທີ 10 ທີ່​ຈັດ​ຂຶ້ນ​ເມື່ອ​ວັນ​ທີ 28 ກັນ­ຍາ ທີ່ ເຈ​ນີວາ ປະ­ເທດ​ສະ​ວິດ​ເຊີ​ແລນ, ຖື​ວ່າ​ເປັນ​ເທື່ອ​ສຸດ​ທ້າຍ​ແລ້ວ ທີ່​ມີ​ການ​ພິ­ຈາ­ລະ­ນາ​ສົນ­ທິ­ສັນ­ຍາ​ການ​ເປັນ​ສະ­ມາ­ຊິກ 3 ສະ­ບັບ​ຄື: ບົດ​ລາຍ​ງານ​ປະ­ຕິ­ບັດ​ງານ​ກ່ຽວ​ກັບ​ລະ­ບອບການ​ຄ້າ​ຕ່າງ­ປະ­ເທດ ແລະ ພັນ­ທະ​ທີ່ ສປປ ລາວ ຮັບ​ເອົາເພື່ອ​ຮັບ­ປະ­ກັນ​ຄວາມ​ສອດ­ຄ່ອງກັບ​ສັນ­ຍາ​ຂອງ WTO; ຕາ​ຕະລາງ​ຫລຸດ­ຜ່ອນ​ອັດ­ຕາ​ພາ­ສີ​ສຳລັບ​ສິນ­ຄ້າ​ກະ­ສິ­ກຳ ແລະ ອຸດ​ສາຫະ​ກຳ; ຕາ­ຕະ­ລາງ​ເປີດ​ຂະແຫນງ​ການ​ບໍ­ລິ­ການ.

ແນວ­ໃດ​ກໍ່​ຕາມ ເອກ​ກະ​ສານເງື່ອນ­ໄຂ​ທັງ​ຫມົດ​ຂອງ ສປປ ລາວ ຍັງ​ຈະ​ຍື່ນ​ສະ­ເຫນີ​ຕໍ່​ສະ­ພາໃຫຍ່​ຂອງ​ອົງ­ການ​ການ​ຄ້າ​ໂລກ ເພື່ອ​ຮັບ­ຮອງ​ເອົາ​ທີ່​ຄາດ​ວ່າ​ຈະຈັດ​ຂຶ້ນ​ໃນ​ວັນ​ທີ 26 ຕຸ­ລາ​ນີ້; ພາຍ­ຫລັງ​ທີ່​ຮັບ­ຮອງ​ເອົາ​ແລ້ວ ລັດ­ຖະ­ບານ​ກໍ່​ຈະ​ນຳ​ສະ­ເຫນີ​ສະພາ­ໃຫ້​ສັດ­ຕະ­ຍາ­ບັນ ຄາດ​ວ່າ​ໃນທ້າຍ​ເດືອນ​ທັນ­ວາ​ປີ​ນີ້, ແລ້ວ​ຈິ່ງແຈ້ງ​ໃຫ້​ສະ­ມາ­ຊິກ​ອົງ­ການ​ການຄ້າ​ໂລກ​ຮູ້, ຫລັງ​ຈາກ​ນັ້ນ 30 ວັນ ສປປ ລາວ ຈະ​ເປັນ​ສະ​ມາຊິກ​ສົມ­ບູນ​ແບບ​ອັດ­ຕະ­ໂນ­ມັດເປັນ​ປະ­ເທດ​ທີ 158.

ການ​ເຈລະ­ຈາ​ເຂົ້າ​ເປັນ​ສະມາ​ຊິກ​ອົງ­ການ​ການ​ຄ້າ​ໂລກຂອງ​ຫນ່ວຍ​ປະ­ຕິ­ບັດ​ງານ​ໄດ້​ມີການ​ຕໍ່​ລອງ​ກຳ­ນົດ​ເພ­ດານ ເພື່ອປົກ​ປ້ອງ​ສິດ­ຜົນ­ປະ­ໂຫຍດ​ຂອງພາກ​ທຸ­ລະ​ກິດ​ພາຍ​ໃນ, ໃນ​ຂະ­ນະ ທີ່​ກົດ­ຫມາຍ, ລະ­ບຽບ​ການຕ່າງໆ​ທີ່​ກ່ຽວ​ພັນ​ເຖິງ​ການ​ຄ້າຫລາຍ​ກວ່າ 90 ສະ­ບັບ​ໄດ້​ຖືກປັບ­ປຸງ​ສອດ­ຄ່ອງ​ກັບ​ລະ­ບຽບຂອງ​ອົງ­ການ​ການ​ຄ້າ​ໂລກແລ້ວ, ຂະ­ນະ​ດຽວ​ກັນ​ການ​ເຂົ້າເປັນ​ສະ­ມາ­ຊິກ​ສົມ­ບູນ​ຕະ­ຫລາດຂອງ​ລາວ​ກໍ່​ຈະ​ເປັນ​ເສລີ ແລະ ໄດ້​ຕະ­ຫລາດ​ໃຫຍ່​ຂຶ້ນ, ເວ­ລາ​ນັ້ນການ​ຄ້າ, ການ​ລົງ­ທຶນ​ຂອງ​ຕ່າງປະ­ເທດ​ກໍ່​ຈະ​ຄ່ອຍ​ໄຫລ​ເຂົ້າ​ມາລາວ, ເພາະ​ການ​ເຂົ້າ​ເປັນ​ສະ​ມາຊິກ​ແມ່ນ​ຈະ​ສ້າງ​ຄວາມ​ຫມັ້ນ​ໃຈໃຫ້​ນັກ​ລົງ­ທຶນ​ກ້າ​ລົງ­ທຶນ​ໃນລາວ, ເນື່ອງ​ຈາ​ກວ່າ​ເວ­ລາ​ມີ​ບັນຫາ​ສາ­ມາດ​ຕໍ່​ລອງ​ໄດ້​ງ່າຍ ໂດຍຜ່ານ​ລັດ­ຖະ­ບານ ຫລື ອົງ­ການການ​ຄ້າ​ໂລກ​ໄດ້.

ແນວ­ໃດ​ກໍ່​ຕາມ ການ​ເຂົ້າເປັນ​ສະ­ມາ­ຊິກ​ແມ່ນ​ມີ​ຜົນ​ປະໂຫຍດ​ຢ່າງ​ຫລວງ­ຫລາຍ​ຕໍ່​ຂະແຫນງ​ການ​ທຸ­ລະ​ກິດ, ເຊິ່ງ​ຍັງຕ້ອງ​ເບິ່ງ​ວ່າ​ທຸ­ລະ​ກິດ​ຈະ​ສາມາດ​ເຂົ້າ​ຫາ​ຜົນ​ປະ­ໂຫຍດ ແລະ ຍາດ​ເອົາ​ຜົນ​ປະ­ໂຫຍດ​ນັ້ນ​ໄດ້ຫນ້ອຍ​ຫລາຍ​ປານ­ໃດ, ໂດຍ​ສະເພາະ​ການ​ຜະ­ລິດ​ສິນ­ຄ້າ​ຕາມລາຍ­ການ​ສິດ­ທິ​ພິ­ເສດ​ທີ່​ຫລາຍປະ­ເທດ​ໄດ້​ໃຫ້​ແກ່ ສປປ ລາວ ເພາະ​ຜ່ານ​ມາຍັງ​ເຫັນ​ວ່າ​ສິນ­ຄ້າຂາ​ອອກ​ຂອງ​ລາວ​ຍັງ​ບໍ່​ທັນ​ເປັນໄປ​ຕາມ​ຕາ­ຕະ­ລາງ​ລາຍ­ການ​ສິນຄ້າ​ສິດ­ທິ​ພິ­ເສດ​ເທົ່າ​ທີ່​ຄວນ.

ຂ່າວຈາກ ໜັງສືພິມເສດຖະກີດ ສັງຄົມ