ລັດ​ຖະ​ບານ​ອາ​ເມ​ລິ​ກາ​ບໍ່​​ເຄີຍຍອມ​ຮັບວ່າ​ຍີ່ປຸ່ນ​ມີ​ອະທິປະ​ໄຕ​​ເໜືອ​ເກາະ​ຕ້ຽວ​ອີ

(GMT+08:00) 2012-10-11 16:11:58     cri
ຫວ່າງ​ກ່ອນ​ນີ້​ບໍ່​ດົນ,ລັດຖະ​ບານ​ອາ​ເມ​ລິ​ກາ​ໄດ້​​ເຜີຍ​ແຜ່​ເອກະ​ສານ​ສະບັບ​ໜຶ່ງ​ໂດຍຊີ້​​ໃຫ້​ເຫັນ​ວ່າ,​​ໃນ"ສັນຍາ​ມອບຄືນ​ເກາະ​ໂອ​ກີ​ນາວາ"ລະ​ຫວ່າງ​ອາ​ເມ​ລິ​ກາ​ກັບ​ຍີ່ປຸ່ນ​ເຊິ່ງມີ​ເນື້ອ​ໃນ​ທີ່​ມອບ"ສິດຄຸ້ມ​ຄອງ​ບໍລິຫານ"​ເກາະ​ຕ້ຽວ​ອີ​ໃຫ້​ແກ່​ຍີ່ປຸ່ນ​ທີ່​ເຊັນ​ກັນແຕ່​ພຽງ​ສອງ​ຝ່າຍນັ້ນ,ລັດຖະບານ​ອາ​ເມ​ລິ​ກາ​ກໍ່ບໍ່​ເຄີຍຍອມ​ຮັບວ່າ​ຍີ່ປຸ່ນ​ມີ​ອະທິປະ​ໄຕ​ເໜືອ​ເກາະ​ຕ້ຽວ​ອີ.

ບົດ​ລາຍ​ງານທີ່​ມີ​ຫົວ​ຂໍ້《ຄວາມ​ຂັດ​ແຍ່ງ​ກັນ​ໃນ​ບັນຫາ​ເກາະ​ຕ້ຽວ​ອີ:ພັນທະ​ຂອງ​ສັນຍາ​ອາ​ເມ​ລິ​ກາ》ທີ່​ສະ​ຖາ​ບັນ​ຄົ້ນຄວ້າ​ຂອງ​ລັດຖະສະພາ​ອາ​ເມ​ລິ​ກາ​ໄດ້​ເຜີຍ​ແຜ່​ໃນ​ວັນ​ທີ 25 ກັນຍາ​ແລ້ວ​ນີ້​ໄດ້​ຢືນຢັນ​ວ່າ​:​ໃນ​ບັນຫາ​ເກາະ​ຕ້ຽວ​ອີ​ທີ່​ຈີນ​ກັບ​ຍີ່ປຸ່ນ​ມີຄວາມ​ຂັດ​ແຍ່ງ​ດ້ານ​ອະທິປະ​ໄຕ​ດິນ​ແດນນັ້ນ,ອາ​ເມ​ລິ​ກາພຽງ​ແຕ່​ຍອມຮັບ​ວ່າ​ຍີ່ປຸ່ນ​ມີ​ສິດ​ຄຸ້ມຄອງ​ບໍລິຫານເທົ່າ​ນັ້ນ,ບໍ່​ເຄີຍ​ຍອມຮັບ​ວ່າ​ຍີ່ປຸ່ນ​ມີ"ສິດ​ອະທິປະ​ໄຕ"​ເໜືອ​ເກາະ​ຕ້ຽວ​ອີ.

ບົດ​ລາຍ​ງານ​ສະ​ແດງ​ໃຫ້​ເຫັນ​ວ່າ,​​ໃນ​ເດືອນ​ຕຸລາ​ປີ 1971,ໃນ​ເວລາ​ສະພາ​ຕ່ຳ​ອາ​ເມ​ລິ​ກາ​ປຶກສາ​ຫາລື​ຈະ​ອະນຸມັດ"ສັນຍາ​ມອບ​ຄືນ​ເກາະ​ໂອ​ກີ​ນາວາ"ທີ່​ອາ​ເມ​ລິ​ກາ​ກັບ​ຍີ່ປຸ່ນ​ເຊັນ​ກັນ​ເມື່ອ​ເດືອນ​ມິຖຸນາ​ປີ 1971 ນັ້ນ,ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ຖະ​ແຫຼ​ງວ່າ:​ເຖິງ​ແມ່ນ​ວ່າອາ​ເມ​ລິ​ກາ​ໄດ້ມອບ​ເກາະ​ຕ້ຽວ​ອີ​ຄືນໃຫ້​ຍີ່ປຸ່ນ​ເປັນ​ຜູ້​ຄຸ້ມຄອງ,​ແຕ່​ອາ​ເມ​ລິ​ກາ​ມີ​ຈຸດ​ຢືນ​ເປັນກາງ​ໃນ​ບັນຫາ​ອະທິປະ​ໄຕ​ເໜືອ​ເກາະ​ຕ້ຽວ​ອີ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ.