ນະຄອນຫລວງ​ວຽງ​ຈັນ​ສະ​ເຫລີ​ມສະຫລອງ​ວັນ​ລ້າງ​ມື້​ສາກົນ

(GMT+08:00) 2012-10-13 13:21:27     cri


(ນະຄອນຫລວງ​ວຽງ​ຈັນ​ສະ​ເຫລີ​ມສະຫລອງ​ວັນ​ລ້າງ​ມື້​ສາກົນ)



ຕາມ​ຂ່າວ cri: ວັນ​ທີ 15 ຕຸລາ​ແມ່ນ​ວັນ​ລ້າງ​ມື້​ສາກົນ.​ໃນ​ວັນ​ທີ 13 ຕຸລາ​ນີ້,ທີ່​ເດີ່ນ​ພະທາດຫລວງ​ນະຄອນຫລວງ​ວຽງຈັນ​ໄດ້​ຈັດ​ກິດຈະກຳ​ສະ​ເຫລີ​ມສະຫລອງ​ວັນ​ລ້າງ​ມື​ສາກົນ​ພາຍ​ໃຕ້​ຫົວ​ຂໍ້​ທີ່​ວ່າ:"ຊ່ວຍ​ເດັກນ້ອຍ​ໃຫ້​ໄດ້​ສະ​ຫລອງ​ວັນ​ເກີດ​ປີ​ທີ 5 ຂອງ​ເຂົາ​ເຈົ້າ".​ໂດຍ​ການ​ຮ່ວມ​ມື​ລະຫວ່າງ​ກະຊວງ​ສຶກສາ​ທິການ​ແລະ​ກິລາ, ສູນ​ກາງ​ຊາວ​ຫນຸ່ມ​ປະຊາຊົນ​ປະຕິວັດ​ລາວ, ອົງ ການ UNISEP ກັບ​ GIZ ​ເຢຍລະ​ມັນ ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ​ລີ​ຕູ ບົວ​ປາວ,ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ສຶກສາ​ທິການ​ແລະ​ກິລາ, ທ່ານ​ນາງ​ເຂັມ​​ແພງ ພົນ​ເສນາ, ປະທານ​ຄະນະ​ກຳມາ​ທິການ​ແຫ່ງ​ຊາດ​ເພື່ອ​ແມ່​ແລະ​ເດັກ, ​ເພື່ອນຮ່ວມ​ງານ​ໃນ​ອົງການ​ສະຫະ​ປະຊາ​ຊາດ​ປະຈຳ​ລາວ, ມີ​ນັກຮຽນ​ແລະ​ນ້ອງ​ນ້ອຍ, ຄູ-​ອາຈານ, ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ​ຢ່າງ​ເປັນ​ຂະ​ບວນຝົດ​ຟື້ນ.

ສຳລັບ​ກິດຈະກຳ​ໃນ​ຄັ້ງ​ນີ້, ປະກອບ​ມີ​ການ​ແຂ່ງຂັນ​ສິລະ​ປະ,ຟ້ອນ​ການ​ລ້າງ​ມື 7 ຂັ້ນ​ຕອນ, ການ​ລະບາຍ​ສີ​ໃສ່​ຮູບ​ພາບ​ຫລື​ແຕ້ມ​ຮູບ​ມື, ສາທິດ​ການ​ລ້າງ​ມື,ຖາມ-​ຕອບ​ຄຳ​ຖາມ​ວິທະຍາສາດ​ແລະ​ກິດຈະກຳ​ອື່ນໆ​ຈາກ​ນັກຮຽນ​ແລະ​ນ້ອງ​ນ້ອຍ​ທີ່​ມາ​ຈາກ 4 ຕົວ​ເມືອງ​ເທດສະບານ​ໃນ​ນະຄອນຫລວງ​ວຽງ​ຈັນ.

​ໂອກາດ​ດັ່ງກ່າວ, ທ່ານ​ລີ​ຕູ ບົວ​ປາວ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ສຶກສາ​ທິການ​ແລະ​ກິດ​ລາ​ກ່າວ​ວ່າ,ການ​ລ້າງ​ມື​ແມ່ນ​ວິທີ​ຫນຶ່ງ​ໃນ​ການ​ປ້ອງ​ກັນ​ພະຍາດ​ໄປ​ສູ່​ຕົວ​ເຮົາ​ໄດ້,​ເປັນ​ຕົ້ນ​ວ່າ:ພະຍາດ​ຖອກທ້ອງ, ພະຍາດ​ທີ່​ເຮົາ​ກິນ​ອາຫານ​ບໍ່​ສົດຫລື​ເຮົາ​ຈັບ​ສິ່ງ​ທີ່​ບໍ່​ສະອາດ​ເຂົ້າ​ປາກ, ນອກ​ນັ້ນ, ​ເພື່ອ​ເປັນ​ການ​ປູກ​ຈິດ​ສຳນຶກ​ໃຫ້​ທຸກ​ຄົນ​ບໍ່​ວ່າ​ຈະ​​ເປັນຜູ້​ໃຫຍ່ຜູ່​ນ້ອຍໃນ​ສັງຄົມ​ສ້າງ​ຄວາມ​ຄຸ້ນ​ເຄີຍ​ໃນ​ການ​ລ້າງ​ມື​ໃສ່​ສະບູ​ທຸກ​ຄັ້ງ​ເພື່ອ​ປ້ອງ​ກັນ​ແມ່​ພະຍາດ​ຕ່າງໆ.

1 2 3