ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ພົບ​ປະ​ເຈລະຈາ​ກັບ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຍີ່ປຸ່ນ

(GMT+08:00) 2012-10-16 16:24:11     cri
ຕາມ​ຂ່າວCRI: ວັນ​ທີ15ຕຸລາ​ນີ້, ທ່ານ​ວິນລຽມ ​ເບີ​ນສ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ໂຄອິ​ຊີ​ໂຣ ​ເກນ​ບະ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຍີ່ປຸ່ນ​ຢູ່​ນະຄອນຫຼວງ​ໂຕ​ກຽວ, ​ສອງ​ຝ່າຍ​ໄດ້​ແລກປ່ຽນຄວາມ​ເຫັນ​ກ່ຽວ​ກັບ​ບັນຫາ​ເກາະ​ຕ້ຽວ​ອີ​ຈີນ, ​ແລະ​ໄດ້​ຢືນຢັນ​ຄວາມ​ສຳຄັນຂອງພັນທະ​ມິດ​ລະຫວ່າງ2ປະ​ເທດ​ອາ​ເມ​ລິ​ກາ​ກັບ​ຍີ່ປຸ່ນລວມ​ໄປ​ເຖິງ​ພາກ​ພື້ນ​ທີ່​ບໍ່​ຂຶ້ນ​ກັບ​ອາຊີ.

ທ່ານ ​ເບີ​ນສຍັງ​ໄດ້​ພົບ​ປະ​ເຈລະຈາ​ກັບທ່ານ​ຊາ​ໂຕ​ຊີ ​ໂມຣີ​ໂມ​ໂຕ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຍີ່ປຸ່ນ, ທ່ານ​ຊີ​ນ​ໂ​ຈ ອາ​ເບ, ຜູ້ນຳ​ພັກ​ເສລີ​ປະຊາທິປະ​ໄຕ​ທີ່​ເປັນ​ພັກ​ຝ່າຍ​ຄ້ານ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ຍີ່ປຸ່ນ. ຫຼັງ​ຈາກ​ນັ້ນ, ທ່ານ ​ເບີ​ນສ​ຈະ​ເດີນທາງ​ໄປ​ຢ້ຽມຢາມ​ສ.​ເກົາຫຼີ, ຈີນ, ມຽນມາ​ແລະ​ອິນ​ເດຍ.