ປະ​ເທດ​ລາວ​ເປັນ​ອັນ​ດັບ​ໜຶ່ງ​ໃນ 10 ປະ​ເທດ​ທີ່​ມີ​ເສດ​ຖະ​ກິດ​ຂະ​ຫຍາຍ​ຕົວ​ສູງ​ໃນ​ໂລກ

(GMT+08:00) 2012-10-17 15:39:01     cri

ຕາມ​ຂ່າວCRI: ​ວັນ​ທີ 16 ຕຸລາ​ນີ້, ​ໃນ​ພິທີ​ໄຂ​ກອງ​ປະຊຸມ​ພາກ​ປະຊາ​ຊົນ​ອາຊີ​ເອີ​ຣົບຄັ້ງທີ 9 ທີ່​ນະຄອນຫຼວງ​ວຽງ​ຈັນ, ທ່ານ​ທອງ​ລຸນ ສີ​ສຸ​ລິດ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ລາວ​ກ່າວ​ວ່າ, ສປປລາວ​ໄດ້​ປະສົບ​ຜົນສຳ​ເລັດ​ໃນ​ການ​ພັດທະນາ​ໃນ​ລະດັບ​ດີ​ພໍ​ສົມຄວນ, ອັດຕາ​ການ​ເຕີບ​ໂຕຂອງ​ເສດຖະກິດບັນລຸ 8,3% ,​ແລະ​ຖືກຈັດ​ເຂົ້າ​​ເປັນອັນ​ດັບ​ໜຶ່ງ​ໃນ 10 ປະ​ເທດ​ທີ່​ມີ​ເສດຖະກິດ​ຂະຫຍາ​ຍຕົວ​ສູງ​ໃນ​ໂລກ, ຈຳນວນ​ຄອບຄົວ​ທຸກ​ຍາກ​ກໍ່​ຫຼຸດ​ລົງ​ເຫຼື​ອ 19%.


ປະຈຸ​ບັນ, ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ(GDP)ຕໍ່​ຫົວ​ຄົນ​ໄດ້​ບັນລຸປະມານ 1300ກວ່າ​ໂດ​ລາ/ຄົນ/ປີ.(​ເຊິ່ງທຽບ​ໃສ່​ປີ 1976, ພຽງ​ແຕ່ 75-80​ໂດ​ລາ​ເທົ່າ​ນັ້ນ). ນີ້​ແມ່ນ​ຍ້ອນ​ພັກ​ປະຊາຊົນ​ປະຕິວັດ​ລາວ​ມີ​ຄວາມ​ມຸ້ງ​ໝັ້ນທາງ​ການ​ເມືອງ​​ໃນ​ການ​ເອົາ​ປະ​ເທດ​ລາວ​ຫຼຸດ​ພົ້ນອອກ​ຈາກ​ຄວາມທຸກ​ຍາກ ​ແລະ​ສະພາວະ​ດ້ອຍ​ພັດທະນາ​ໃນ​ປີ 2020.