ຜູ້​ບັນຊາ​ການ​ກອງ​ກຳ​ປັ່ນປາຊີ​ຟິກຂອງ​ກອງທັບ​ເຮືອ​ອາ​ເມ​ລິ​ກາ​ຮຽກຮ້ອງ​​ໃຫ້​ແກ້​ໄຂ​ບັນຫາເກາະ​ຕ້ຽວ​ອີ​ຈີນດ້ວຍ​ສັນ​ຕິ​ວິທີ

(GMT+08:00) 2012-10-17 18:56:57     cri
ຕາມ​ຂ່າວCRI: ວັນ​ທີ16ຕຸລາ​ນີ້, ທ່ານ​ເຊ​ຊີວ ​ຮ​ເນ, ຜູ້​ບັນຊາ​ການ​ກອງ​ກຳ​ປັ່ນ​ປາຊີ​ຟິກຂອງ​ກອງທັບ​ເຮືອອາ​ເມ​ລິ​ກາ​ກ່າວ​ວ່າ, ຫວັງ​​ໃຫ້​ຍີ່ປຸ່ນ​ກັບ​ຈີນ​ຜ່ານ​ວິທີ​ການ​ຕ່າງປະ​ເທດ​​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​​ໃນ​ບັນຫາ​ເກາະ​ຕ້ຽວ​ອີ​ຈີນ.

​ໂດຍ​ແນ​ໃສ່​ການ​ລາຍ​ງານ​ຂ່າວ​ທີ່​ສື່​ລາຍ​ງານ​ວ່າທະຫານ​ອາ​ເມ​ລິ​ກາ​ກັບ​ກອງ​ກຳລັງປ້ອງ​ກັນ​ຕົນ​ເອງ​ຂອງ​ຍີ່ປຸ່ນຈະ​ຈັດການ​ຊ້ອມ​ຮົບ​​​ເພື່ອ​ຍຶດຄອງ​ເກາະ​ນັ້ນ​, ທ່ານ​​ເຮ​ເນກ່າວ​ວ່າ, ການ​ຊ້ອມ​ຮົບ​ບໍ່​ແມ່ນ​ແນ​ໃສ່​ປະ​ເທດ​ໃດ​ໜຶ່ງ, ​ແລະ​ກໍ່​ບໍ່​ໄດ້​ແນ​ໃສ່​ສະຖານະ​ການ​ທີ່​ເກີດ​ຂຶ້ນ​ໃນ​ປະຈຸ​ບັນ.