ຄວາມ​ຄືບ​ໜ້າ​ໃນ​ການ​ກະ​ກຽມ​ຮອບ​ດ້ານ​ການ​ເປັນ​ເຈົ້າ​ພາບ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ເຊັມ​ຄັ້ງ​ທີ 9

(GMT+08:00) 2012-10-17 15:31:47     cri
ຕອນເຊົ້າຂອງວັນທີ 15 ຕຸລານີ້ ຢູ່ທີ່ຫ້ອງປະຊຸມລັດຖະບານໄດ້ຈັດກອງ​ປະ​ຊຸມ​ລາຍ​ງານ​ຜົນ​ການ​ກະ​ກຽມ​ຮອບ​ດ້ານ​ໃນ​ການ​ເປັນ​ເຈົ້າ​ພາບ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊີ​ເອີ​ຣົບ ຄັ້ງ​ທີ 9 ຫຼື​ອາ​ເຊັມ​9.​ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ​ທອງ​ສິງ ທຳ​ມະ​ວົງ,​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແຫ່ງ ສປປ ລາວ, ​ແລະ​ມີ​ບັນ​ດາ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ,​ລັດ​ຖະ​ມົນ​ຕີ​ວ່າ​ການ​ແລະ​ຊ່ວຍ​ວ່າ​ການ,​ພະ​ນັກ​ງານ​ທ່ານ​ອື່ນໆ​ໃນ​ຂະ​ແໜງ​ການ​ທີ່​ກ່ຽວ ຂ້ອງ​ເຂົ້າ​ຮ່ວມ.

ກອງປະຊຸມໄດ້ຮັບຟັງການລາຍງານ​ຄວາມ​ຄືບ​ໜ້າ​ໃນ​ການ​ກະ​ກຽມ​ກອງ​ປະ​ຊຸມ​ສຸດ​ຍອດ​ຄັ້ງ​ນີ້​ແລະ​ປຶກ​ສາ​ຫາ​ລື​ເພື່ອ​ແກ້​ໄຂ​ບັນ​ດາ​ຂໍ້​ຄົງ​ຄ້າງ​ຕ່າງໆ​ຂອງ 10​ອະ​ນຸ​ກຳ​ມະ​ການ.​ມາ​ຮອດ​ປັດ​ຈຸ​ບັນ​ການ​ກະ​ກຽມ​ວຽກ​ງານ​ຂອງ​ແຕ່​ລະ​ອະ​ນຸ​ກຳ​ມະ​ການ​ແມ່ນ​ສຳ​ເລັດ​ໂດຍ ພື້ນ​ຖານ ແລະ ມີ​ຄວາມ​ພ້ອມ​ສຳ​ລັບ​ການ​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ອາ​ເຊັມ​ຄັ້ງ​ທີ 9 ລວມ​ທັງ​ການ​ກະກຽມ​ເນື້ອ​ໃນ ເຫັນ​ວ່າ​ມີ​ຄວາມ​ຄືບ​ໜ້າ​ຫຼາຍ ແລະ ມີ​ຄວາມ​ສຳ​ເລັດ​ໂດຍ​ພື້ນ​ຖານ.

ໃນກອງປະຊຸມດັ່ງກ່າວ ທ່ານນາຍົກລັດຖະມົນຕີໄດ້ສະແດງ​ຄວາມ​ຊົມ​ເຊີຍ​ຕໍ່​ບັນ​ດາ​ອະ​ນຸກຳມະການ ທີ່​ໄດ້​ເອົາ​ໃຈ​ໃສ່​ໃນ​ການ​ກະ​ກຽມ​ບັນ​ດາ​ວຽກ​ງານ​ຕ່າງໆ​ຢ່າງ​ຕັ້ງ​ໜ້າ ແລະ ເຫັນ​ໄດ້​ວ່າ​ສຳ​ເລັດ ແລະ ມີ​ຄວາມ​ກຽມ​ພ້ອມ​ໂດຍ​ພື້ນ​ຖານ.​ນອກ​ນັ້ນ,​ທ່ານ​ນາ​ຍົກ​ຍັງ​ໄດ້​ຊີ້​ນຳ​ໃຫ້​ອະ​ນຸ​ກຳ​ມະ​ການ​ຕ່າງໆ​ສືບ​ຕໍ່​ກະ​ກຽມ​ຄວາມ​ພ້ອມ​ໃນ​ວຽກ​ງານ​ລະ​ອຽດ​ຕ່າງໆ ເພາະ​ເວ​ລາ​ມີ​ຄວາມ​ຈຳ​ກັດ ເພື່ອ​ແນ​ໃສ່​ຮັບ​ປະ​ກັນ​ໃຫ້​ການ​ຈັດ​ກອງ​ປະ​ຊຸມ​ອາ​ເຊັມ ຄັ້ງ​ທີ 9 ສຳ​ເລັດ​ຜົນ​ຕາມ​ຄາດ​ໝາຍ​ທີ່​ວາງ​ໄວ້.