ມູນຄ່າແຈ້ງເສຍພາສີທີ່ WTO ກໍານົດໃຫ້ປະເທດສະມາຊິກ

(GMT+08:00) 2012-10-19 10:04:38     cri
ອົງການການຄ້າໂລກ(ອຄລ) ໄດ້ວາງຂັ້ນຕອນການປະເມີນມູນຄ່າແຈ້ງເສຍພາສີເຊິ່ງເຈົ້າຫນ້າທີ່ ພາສີໃນບັນດາປະເທດສະມາຊິກຕ້ອງໄດ້
ປະຕິບັດຕາມ 7 ຂັ້ນຕອນເພືື່ອສ້າງຄວາມຍຸຕິທຳ, ຄວາມໂປ່ງໃສແລະຄວາມແນ່ນອນໃນການປະເມີນມູນຄ່າແຈ້ງເສຍພາສີ, ແນໃສ່ອຳ
ນວຍຄວາມສະດວກໃຫ້ກັບພາກທຸລະກິດໃນການນຳເຂົ້າສິນຄ້າ.

ກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສາຫະກຳແລະການຄ້າລາຍງານວ່າ:   ໃນສັນຍາການປະເມີນມູນຄ່າແຈ້ງເສຍພາສີ
ຂອງອົງການການຄ້າໂລກແມ່ນ ກຳນົດວິທີການ ແລະຂັ້ນຕອນໃນການປະເມີນມູນຄ່າສິນຄ້ານຳເຂົ້າເພື່ອຮຽກເກັບພາສີ, ໂດຍຫລັກແລ້ວ
ແມ່ນໃຫ້ນຳໃຊ້ມູນຄ່າຊື້-ຂາຍຕົວຈິງເປັນຫລັກບົນພື້ນ ຖານຫລັກການບໍ່ຈຳແນກປະຕິບັດລະຫວ່າງຕົ້ນກຳເນີດຂອງສິນຄ້າຫລືປະເພດ
ຜູ້ສົ່ງອອກ, ບໍ່ວ່າຈະເປັນບໍລິສັດຫລືບຸກຄົນພາຍໃນແລະຕ່າງປະເທດ, ເຊິ່ງເຈົ້າຫນ້າທີ່ພາສີຕ້ອງປະຕິບັດ 7 ຂັ້ນຕອນຕາມລຳດັບຄື:
ອັນດັບທີຫນຶ່ງມູນຄ່າຊື້-ຂາຍສິນຄ້າ, ເຄື່ອງຂອງນຳເຂົ້າແມ່ນລາຄາລວມທີ່ຜູ້ຊື້ຈ່າຍໃຫ້ຜູ້ຂາຍຕໍ່ ກັບສິນຄ້ານຳເຂົ້າລວມທັງທຸກໆຄ່າໃຊ້
ຈ່າຍທີ່ກ່ຽວພັນກັບການນຳ ເຂົ້າ, ລະຫວ່າງຜູ້ຊື້ກັບຜູ້ຂາຍຫລືຜູ້ຊື້ຕໍ່ກັບບຸກຄົນທີສາມ.

ອັນດັບທີສອງມູນຄ່າຊື້-ຂາຍເຄື່ອງນຳເຂົ້າທີ່ຄືກັນທຸກປະການຄື: ສິນຄ້າທີ່ມີຮູບແບບຄືກັນໃນດ້ານຮູບຊົງ, ລັກສະນະ, ຄຸນນະພາບແລະ
ຊື່ສຽງຂອງ ສິນຄ້າແມ່ນຈະປະເມີນຈາກສິນຄ້າທີ່ຜະລິດຈາກປະເທດດຽວກັນແລະປະເມີນຕົ້ນທຶນການຜະລິດຈາກຜູ້ຜະລິດປະເພດດຽວ
ກັນ, ຂັ້ນຕອນເຫລົ່ານີ້ແມ່ນຈະຖືກນຳໃຊ້ຕໍ່ກັບສິນຄ້າທີ່ຄືກັນທຸກປະການ.

ອັນດັບທີສາມມູນຄ່າຊື້ສິນຄ້າ, ເຄື່ອງຂອງນຳເຂົ້າຄ້າຍຄືກັນແມ່ນນຳໃຊ້ມູນຄ່າຂອງສິນຄ້າທ່ີມີ ລັກສະນະຄ້າຍຄືກັນໂດຍອີງໃສ່ປັດໄຈຄຸນ
ນະພາບຂອງສິນຄ້າ, ຊື່ສຽງແລະ ເຄື່ອງຫມາຍການຄ້າ.

ອັນດັບທີສີ່ແມ່ນການເລືອກໃຊ້ລະຫວ່າງຂັ້ນຕອນທີ 5 ຫລືຂັ້ນຕອນທີ 6 ຄື: ເມື່ອສິນຄ້ານຳເຂົ້າທີ່ບໍ່ສາມາດກຳນົດພາຍໃຕ້ຂັ້ນຕອນທີ 1,
2, 3 ໄດ້, ຫນ່ວຍງານພາສີອາດໃຊ້ຂັ້ນຕອນທີ 5, 6 ເຊິ່ງຜູ້ນຳເຂົ້າສິນຄ້າມີສິດຮຽກຮ້ອງໃຫ້ເລືອກໃຊ້ວິທີ 5, 6; ຂັ້ນຕອນທີ 5 ວິທີຫັກ
ລົບຄ່າໃຊ້ຈ່າຍແມ່ນກຳນົດເອົາສິນຄ້າທີ່ມີລັກສະນະຄືກັນຫລື ຄ້າຍຄືກັນກັບສິນຄ້າທີ່ຈຳຫນ່າຍຢູ່ພາຍໃນປະເທດຜູ້ນຳເຂົ້າເຊິ່ງຈະ ຄິດໄລ່
ຕາມລາຄາຕໍ່ຫົວຫນ່ວຍສິນຄ້າໃນປະລິມານຫລາຍທ່ີສຸດທີ່ຈຳຫນ່າຍ ນັ້ນ ແລະ ຕ້ອງແມ່ນສິນ ຄ້າທີ່ນຳເຂົ້າແລ້ວພາຍໃນ 90 ວັນແລ້ວ
ຫັກລົບມູນຄ່າໃຊ້ຈ່າຍທີ່ກ່ຽວຂ້ອງກັບຄ່ານາຍຫນ້າຫລືຄ່າໃຊ້ ຈ່າຍຕ່າງໆທີ່ກ່ຽວຂ້ອງກັບການຂາຍສິນຄ້າທີ່ນຳເຂົ້າດັ່ງກ່າວລວມ ທັງຄ່າ
ໃຊ້ຈ່າຍໃນການຂົນສົ່ງແລະປະກັນໄພພາຍໃນປະເທດຂອງຜູ້ນຳ ເຂົ້າ, ມູນຄ່າພາສີ ແລະ ອາກອນນຳເຂົ້າ.

ຂັ້ນຕອນທີ 6 ຄືວິທີການຄຳນວນມູນຄ່າການຜະລິດສິນຄ້າເຊິ່ງເປັນຂັ້ນຕອນຂ້ອນ ຂ້າງຫຍຸ້ງຍາກໃນການປະເມີນມູນຄ່າແຈ້ງເສຍພາສີເຊິ່ງ
ຈະອີງໃສ່ ຕົ້ນທຶນການຜະລິດສິນຄ້າບວກກັບກຳໄລແລະຄ່າໃຊ້ຈ່າຍໂດຍລວມບວກກັບລາຄາຂາຍຂອງປະເທດຜູ້ສົ່ງອອກໃຫ້ກັບປະເທດ
ຜູ້ນຳເຂົ້າໂດຍລວມເອົາມູນຄ່າອົງປະກອບທັງຫມົດຂອງສິນ ຄ້າ.

ຂັ້ນຕອນທີ 7 ແມ່ນຂັ້ນຕອນທີ່ສົມເຫດສົມຜົນໂດຍຈະເລືອກເອົາວິທີໃດວິທີຫນຶ່ງ ແຕ່ 1-6  ໃນການປະເມີນມູນຄ່າເສຍພາສີໃຫ້ສົມເຫດ
ສົມຜົນຕາມຂໍ້ກຳນົດຂອງ ແກັດ.

ຢ່າງໃດກໍ່ຕາມເມື່ອມູນຄ່າການຊື້-ຂາຍຕົວຈິງຫາກມີການສົງໄສ, ບໍ່ເປັນທີ່ຍອມຮັບໄດ້ຫລືບໍ່ສາມາດກຳນົດໄດ້, ເນື່ອງຈາກວ່າລາຄາອາດມີ
ການປ່ຽນແປງບິດເບືອນຈາກຄວາມຈິງ, ເຈົ້າຫນ້າທີ່ພາສີມີສິດໃນການກຳນົດການແຈ້ງມູນຄ່າເສຍພາສີທີ່ນອນ ໃນຂັ້ນຕອນທີ 1-6 ພາຍ
ໃຕ້ຂອບສັນຍາວ່າດ້ວຍການປະເມີນມູນຄ່າແຈ້ງເສຍພາສີຂອງອົງການ ການຄ້າໂລກຫລືແກັດ.

ໃນກໍລະນີຂໍ້ມູນຊື້-ຂາຍບໍ່ຈະແຈ້ງ, ເຈົ້າຫນ້າທີ່ພາສີມີສິດຮຽກຮ້ອງເອົາຂໍ້ມູນເພີ່ມເຕີມຈາກຜູ້ນຳເຂົ້າສິນຄ້າ, ແຕ່ຂໍ້ມູນທີ່ເຈົ້າຫນ້າທີ່ພາສີ
ຮຽກຮ້ອງເພີ່ມຕື່ມນັ້ນຕ້ອງເປັນຂໍ້ມູນສົມເຫດສົມຜົນແລະມີກຳນົດເວລາອັນແນ່ນອນໃນການກວດສອບຂໍ້ມູນດັ່ງກ່າວເພື່ອຫລີກລ້ຽງການ
ສ້າງອຸປະສັກທີ່ບໍ່ຈຳເປັນຕໍ່ການຄ້າ.

ສ່ວນສປປລາວປະຈຸບັນໄດ້ລຶບລ້າງລາຄາອ້າງອີງຂອງສິນຄ້າປະເພດເຄື່ອງໃຊ້ ສອຍແລະຫັນມານຳໃຊ້ລາຄາຊື້ຂາຍຕົວຈິງເຊິ່ງໄດ້ເລີ່ມຈັດ
ຕັ້ງ ປະຕິບັດມາແຕ່ເດືອນສິງຫາ ປີ  2011; ສະເພາະລາຍການສິນຄ້າປະເພດພາຫະນະ 2 ລໍ້, 4 ລໍ້ , ລົດບັນທຸກ ແລະ ນ້ຳມັນເຊື້ອໄຟ
ແມ່ນຈະໄດ້ລຶບລ້າງລາຄາກາງໃຫ້ສຳເລັດພາຍໃນປີນີ້.

ຂ່າວຈາກ ໜັງສືພິມເສດຖະກິດ-ສັງຄົ