ສະ​ພາ​ຮັບ​ຮອງ​ໂຄງ​ການ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ ບໍ່​ເຕັນ - ນະ​ຄອນ​ຫລວງ​ວຽງ​ຈັນ

(GMT+08:00) 2012-10-19 16:11:45     cri

ກອງປະຊຸມສະໄຫມວິສາມັນຂອງສະພາແຫ່ງຊາດ ຊຸດທີ VII ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 18 ຕຸລາ 2012 ທີ່ສະພາແຫ່ງຊາດ ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ​ນາງ ປາ​ນີ ຢາ​ທໍ່​ຕູ້ ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຊິ່ງ​ມີ​ທ່ານ​ຜູ້​ນຳ​ພັກ - ລັດ ບັນ​ດາ​ທ່ານ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ເຂົ້າ​ຮ່ວມ. ກອງ​ປະ​ຊຸມ​ສະ​ໄຫມ​ວິ​ສາ​ມັນ​ຄັ້ງ​ນີ້ ໄດ້​ໄຂ​ຂຶ້ນ​ເພື່ອ​ພິ​ຈາ​ລະ​ນາ ແລະ ຕົກ​ລົງ​ບັນ​ຫາ​ສຳ​ຄັນ​ຂອງ​ຊາດ ໂດຍ​ສະ​ເພາະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຈະ​ໄດ້​ສຸມ​ໃສ່​ຄົ້ນ​ຄວ້າ ແລະ​ພິ​ຈາ​ລະ​ນາ​ແຜນ​ການ​ພັດ​ທະ​ນາ​ໂຄງ​ການ​ກໍ່​ສ້າງ​ເສັ້ນ​ທາງ​ລົດ​ໄຟ​ແຕ່​ດ່ານ​ບໍ່​ເຕັນ​ແຂວງ​ຫລວງ​ນ້ຳທ​າ ຫາ​ນະ​ຄອນ​ຫລວງ​ວຽງ​ຈັນ ເຊິ່ງ​ລັດ​ຖະ​ບານ​ໄດ້​ສະ​ເຫນີ​ກອງ​ປະ​ຊຸມ​ສະ​ໄຫມ​ວິ​ສາ​ມັນ​ຂອງ​ສະ​ພາ​ແຫ່ງ​ຊາດ ຊຸດ​ທີ VII ນີ້ ເພື່ອ​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ເພື່ອ​ສືບ​ຕໍ່​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ຈິດໃຈເນື້ອໃນມະຕິ IX ​ຂອງ​ພັກ ກ່ຽວ​ກັບ​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ທາງ​ດ້ານ​ໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ​ໃຫ້​ສາ​ມາດ​ຕອບ​ສະຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ແຫ່ງ​ການ​ຂະ​ຫຍາຍ ຕົວ​ທາງ​ດ້ານ​ເສດ​ຖະ​ກິດ-ສັງ​ຄົມ​ທີ່​ນັບ​ມື້​ເພີ່ມ​ຂຶ້ນ​ສູງ​ໃນ​ປະ​ຈຸ​ບັນ​ກໍ່​ຄື​ໃນ​ໄລ​ຍະ​ຍາວ​ເພື່ອ​ແນ​ໃສ່​ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງ​ການ​ຜະ​ລິດ​ທຸ​ລະ​ກິດ​ການ​ເອື້ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການ​ໄປ​ມາ​ຫາ​ສູ່​ຂອງ​ປະ​ຊາ​ຊົນ​ກໍ່​ຄື​ການ​ເຊື່ອມ​ຈອດ​ກັບ​ບັນ​ດາ​ປະ​ເທດ​ໃກ້​ຄຽງ​ສ້າງ​ປະ​ຖົມ​ປັດ​ໄຈ ເພື່ອ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄຫມ​ຜ່ານ​ການ​ຄົ້ນ​ຄວ້າ ແລະ ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ຢ່າງ​ລະ​ອຽດ​ທີ່​ຖ້ວນ​ດ້ວຍ​ຄວາມ​ຮັບ​ຜິດ​ຊອບ​ສູງ​ຂອງ​ບັນ​ດາ​ທ່ານ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ.  ໃນຕອນແລງຂອງວັນດຽວກັນກອງປະຊຸມສະໄຫມວິສາມັນຂອງສະພາແຫ່ງຊາດ ຊຸດທີ VII ພິຈາລະນາ ແລະ ຮັບຮອງເອົາໂຄງການກໍ່ສ້າງທາງລົດໄຟບໍ່ເຕັນແຂວງຫລວງນ້ຳທາ-ນະຄອນຫລວງວຽງຈັນ ເຊິ່ງມີຄວາມຍາວ 417,68 ກິໂລແມັດ ຄວາມໄວສູງສຸດ 160 ກິໂລແມັດຕໍ່ຊົ່ວໂມງ.