ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ອາ​ຊຽນ​ຮັບ​ຜິດ​ຊອບ​ວຽກ​ງານ​ແມ່​ຍິງ​ຄັ້ງ​ທີ 1 ໄຂ​ຂື້ນ​ຢ່າງ​ເປັນ ທາງ​ການ

(GMT+08:00) 2012-10-19 17:13:22     cri


ຕາມ​ຂ່າວ CRI: ຕອນ​ເຊົ້າວັນທີ 19 ຕຸລານີ້, ທີ່ນະຄອນຫຼວງວຽງຈັນ, ກອງປະຊຸມ ລັດ​ຖະ​ມົນ​ຕີ​ອາ​ຊຽນ​ທີ່​ຮັບ​ຜິດ​ຊອບ​ວຽກ​ງານ​ແມ່​ຍິງ​ຄັ້ງ​ທີ 1 ໄດ້​ໄຂ​ຂື້ນ​ຢ່າງ​ເປັນ​ທາງ​ການ ພາຍ​ໄຕ້​ຫົວ​ຂໍ້​ທີ່​ວ່າ: "ການ​ສົ່ງ​ເສີມ​ບົດ​ບາດ​ຍິງ-ຊາຍ ແລະ​ການ​ເປັນ​ຄູ່​ຮ່ວມ​ຂອງ​ແມ່​ຍິງ ອາຊຽນເພື່ອສິ່ງແວດລ້ອມ​ແບບ​ຍືນ​ຍົງ", ໂດຍ​ການ​ເປັນ​ປະ​ທານ​ຂອງ​ທ່ານ​ນາງ​ສີ​ໄສ ລື​ເດດ​ມູນ​ສອນ, ປະ​ທານ​ສູນ​ກາງ​ສະ​ຫະ​ພັນ​ແມ່​ຍິງ​ລາວ, ທ່ານ​ສົມ​ສະ​ຫວາດ ເລັ່ງ​ສະ​ຫວັດ, ​ກໍາ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ​ ບັນ​ດາ​ລັດ​ຖະ​ມົນ​ຕີ​ອາ​ຊຽນ​ທີ່​ຮັບ​ຜິດ​ຊອບ​ວຽກ​ງານ​ແມ່​ຍິງ, ​ແລະ​ບັນ​ດາ​ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ​ຢ່າງ​ພ້ອມ​ພຽງ.



ໃນພິທີ​ໄຂ​ກອງ​ປະຊຸມ, ທ່ານສົມສະຫວາດ ເລັ່ງສະຫວັດ​ໄດ້​ຕາງໜ້າ​ລັດຖະບານ​ລາວ​ກ່າວ​ຄໍາ​ຕ້ອນຮັບ​ແລະ​ສະ​ແດງ​ຄຳ​ເຫັນ, ທ່ານກ່າວ່າ: ຂ້າພະ​ເຈົ້າຕີ​ລາຄາ​ສູງ​ແລະ​ສະ​ແດງ​ຄວາມ​ສັນ​ລະ​ເສີນ​ຕໍ່​ຄຸນງາມຄວາມດີ​ແລະ​ການ​ປະກອບສ່ວນ​ຂອງ​​ແມ່ຍິງ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ ກໍ່​ຄື​ໃນ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ​ເອງ​ຢ່າງ​ສຸດ​ອົກ​ສຸດ​ໃຈ. ເຊື່ອ​ວ່າ, ຜົນສຳ​ເລັດ​ຂອງ​ກອງ​ປະ​ຊຸມ​ຄັ້ງ​ນີ້​ຈະ​ເປັນ​ການ​ປະ​ກອບ​ສ່ວນ​ຢ່າງ​ສຳ​ຄັນ​ເຂົ້າ​ໃນ​ການ​ສ້າງ​ປະຊາ​ຄົມ​ສັງ​ຄົມ-​ວັດທະນະທຳ​ອາ​ຊຽນ​ແລະ​ການ​ປົກ​ປົກ​ຮັກສາ​ສິ່ງ​ແວດ​ລ້ອມ​ແບບ​ຍືນ​ຍົງ​ຂອງ​ອາ​ຊຽນບວກ​ສາມ.



ກອງປະຊຸມຄັ້ງນີ້​ໄດ້​ດຳ​ເນີນ​ເປັນ​ເວລາ 1 ວັນ, ຊຶ່ງຈະ​ໄດ້ຮັບຟັງການລາຍງານ ຜົນ​ຂອງ​ກອງ​ປະ​ຊຸມ​ຄະ​ນະ​ກໍາ​ມະ​ການ​ແມ່​ຍິງ​ອາ​ຊຽນ​ຄັງ​ທີ 11 ທີ່ຈັດຂື້ນໃນວັນທີ 16-17 ຕຸລານີ້, ແລະກອງປະຊຸມຄະນະກໍາມະການແມ່ຍິງອາຊຽນບວກສາມຄື: ສປ ຈີນ, ສ. ເກົາຫຼີ ແລະ​ຍີ່​ປຸ່ນ​ທີ່​ຫາ​ກໍ່​ສາ​ເລັດ​ໃນ​ວັນ​ທີ 18. ນອກນັ້ນ, ກອງ​ປະ​ຊຸມ​ຍັງຈະໄດ້ຄົ້ນຄວ້າ ແລະຮັບຮອງເອົາຖະແຫຼງການວຽງຈັນກ່ຽວກັບ: "ການ​ສົ່ງ​ເສີມ​ບົດບາດ​ຍິງ​ຊາຍ​ແລະ​ການ​ເປັນ​ຄູ່​ຮ່ວມ​ຂອງ​ແມ່ຍິງ​ອາ​ຊຽນ​ເພື່ອ​ສິງ​ແວດ​ລ້ອມ​ແບບ​ຍືນ​ຍົງ" ເພື່ອ​ເປັນ​ບ່ອນ​ອີງ​ໃຫ້​ແກ່ ຄະ​ນະ​ກໍາ​ມະ​ການ​ແມ່​ຍິງ​ອາ​ຊຽນ ໄດ້​ນໍາ​ໄປ​ຜັນ​ຂະ​ຫຍາຍ​ເຂົ້າ​ໃນ​ວຽກ​ງານ​ຕົວ​ຈິງ​ຂອງ ແຕ່​ລະ​ປະ​ເທດ ເພື່ອສືບຕໍ່ປະກອບສ່ວນເຂົ້າໃນການປົກ​ປັກ​ຮັກ​ສາ ແລະ​ແກ້​ໄຂ​ບັນ​ຫາ​ສິ່ງ ແວດ​ລ້ອມ​ທີ່ເຫັນວ່າເປັນສິ່ງທ້າທາຍທີ່ຈະຕ້ອງໄດ້ພ້ອມກັນຊອກວິທີ​ແກ້ໄຂ.