ຫາ​ລື​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຮ່ວມ​ມື​ສາ​ກົນ​ທາງ​ອາ​ຍາ

(GMT+08:00) 2012-10-22 16:51:37     cri
ວັນທີ19ຕຸລານີ້ ຢູ່ທີ່ນະຄອນຫລວງວຽງຈັນ ກະຊວງ​ຍຸຕິ​ທຳ​ຮ່ວມ​ກັບ​ອົງການສະ ຫະປະຊາຊາດ ວ່າດ້ວຍຢາເສດຕິດ ແລະ ອາດ​ຊະ​ຍາ​ກຳ ຫຼື UNODC ​ໄດ້​ຈັດ​ກອງ ປະຊຸມຄົ້ນຄົ້ວປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການຮ່ວມມືສາກົນທາງອາຍາ ແລະ ກົດ​ໝາຍ​ວ່າ​ດ້ວຍ​ການ​ໂອນ​ຕົວ​ນັກ​ໂທດ ໂດຍ​ການ​ເປັນ​ປະ​ທານ​ຂອງ​ທ່ານ​ນາງ ບຸນພອນ ເຮືອງມະນີ ຫົວໜ້າກົມກົດໝາຍ ກະ​ຊວງ​ຍຸດ​ຕິ​ທຳ ມີ​ຜູ້​ຊ່ຽວ​ຊານ​ກ່ຽວ​ກັບ ການ​ປ້ອງ​ກັນ​ອາດຊະຍາກຳ ປະຈຳອົງການ UNODC ພ້ອມດ້ວຍ​ພະນັກງານ​ທີ່​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.

ທ່ານ​ນາງ​ບຸ​ນພອນ​ ​ເຮືອງ​ມະນີ ກ່າວ​ວ່າ ການ​ພັດທະນາລັດ​​ແຫ່ງກົດໝາຍ​ ​ເປັນ​ວຽກ​ງານ​ທີ່​ສຳຄັນ ຊື່​ງຕິດ​ພັນ​ກັບ​ທຸກຂະ​ແໜງ​ການ ລວມ​ເຖິງ​ການ​ເຊື່ອມ​​ໂຍງ​ກັບ​ຂົງ​ເຂດ​ພາກ​ພື້ນ ​ແລະ ສາກົນ ​ໂດຍ​ສະ​ເພາະ​ລາວ ກຳລັງ​ກຽມ​ເຂົ້າ​ເປັນ​ສະມາ​ຊິກ​ຂອງ​ອົງການ​ການ​ຄ້າ​ໂລກ ​ໃນ​ມໍ່ໆ​ນີ້ ​ແລະ ການ​ເຂົ້າ​ເປັນປະ​ຊາ​ຄົມ​ເສດຖະກິດ​ອາ​ຊ້ຽນ ​ໃນປີ 2015 ທັງ​ການ​ປະຕິບັດ​ຕາມສັນຍາ​ ສົນທິສັນຍາສາກົນທີ່ລາວ ​ເປັນ​ພາຄີ ​ໂດຍ​ເຫັນ​ໄດ້​ຄວາມ​ສຳຄັນ​ດັ່ງ​ກ່າວ ​ໃນ​ໄລຍະ​ຜ່າ​ນມາ ລັດ​ຖະບານ ​ລາວ ​ໄດ້​ສ້າງ ​ແລະ ປັບປຸງ​ກົດໝາຍ​ຫຼາຍ​ສະບັບ ​ເພື່ອ​ສອດຄ່ອງ​ກັບ​ສົນທິສັນຍາ​ສາກົນ ທີ່​ລາວ​ເປັນ​ພາຄີ, ​ເປັນ​ຕົ້ນ​ການ​ຕ້ານ​ອາດຊະຍາ​ກຳ​ຂ້າມ​ຊາດ ທີ່​ມີ​ການຈັດ​ຕັ້ງ​ປະຕິບັດ​ຕາມ​ລັດຖະບັນຍັດ ຂອງ​ປະທານປະ​ເທດ, ນອກ​ນີ້ກອງ​ປະຊຸມ​ຍັງ​ໄດ້​ຄົ້ນຄົ້ວ​ປຶກສາ​ຫາລື ​ແລະ ປະກອບ​ຄຳ​ເຫັນ​ໃສ່​ກົດໝາຍ​ວ່າ​ດ້ວຍ​ການ​ຮ່ວມ​ມື​ສາກົນ​ທາງ​ອາຍາ ​ແລະ ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ໂອນ​ຕົວ​ນັກ​​ໂທດ ​ເພື່ອ​ເຮັດ​ໃຫ້​ຮ່າງ​ກົດໝາຍ 2 ສະບັບ​ມີ​ເນື້ອ​​ໃນ​ຮັດກຸມ​ຄົບ​ຖ້ວນ​ສົມ​ບູນຂື້ນ​ຕື່ມ.