ບຸນຊ່ວງ​ເຮືອ​ປະ​ເພ​ນີ​ທ່າ​ວັດ​ຈັນ​ປີ​ນີ້ຈະ​ມີ​ຫຼາຍ​ກິດ​ຈະ​ກໍາ​ເພື່ອ​ສ້າງ​ບັນ​ຍາ​ກາດ​ຢ່າງ​ຄຶກ​ຄື້ນ

(GMT+08:00) 2012-10-22 17:20:36     cri
ໃນ​ວັນ​ທີ 19 ຕຸລາ​ນີ້, ທີ່​ນະຄອນຫຼວງ​ວຽງ​ຈັນ, ທ່ານ​ ສາຍທອງ​ ​ແກ້ວ​ດວງ​ດີ,ຮອງ​ເຈົ້າ​ຄອງນະຄອນຫຼວງ​ວຽງ​ຈັນ​ໄດ້​ຖະ​ແຫຼ​ງຂ່າວ​ຕໍ່​ສື່​ມວນ​ຊົນວ່າ: ການ​ກະກຽມຈັດ​ບຸນຊ່ວງ​ເຮືອ ​ແລະ​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ​ປະ​ຈໍາ​ປີ ພສ 2555 ນີ້​ຈະ​ມີ​ບັນ​ຍາ​ກາດ​ຄຶກຄື້ນ​ກວ່າ​ປີຜ່ານມາ. ​ອົງການ​ປົກຄອງ​ນະ​ຄອງ​ຫຼວງໄດ້​ກໍານົດ​ເອົາ​ຈຸດ​ໃຈກາງ​ຂອງ​ບຸນ​ຢູ່​ທ່າ​ວັດ​ຈັນຂະ​ຫຍາຍ​ໄປ 2 ​ເມືອງ​ຄື: ​ເມືອງ​ສີ​ໂຄດ​ຕະບອງ​ເລີ່​ມ​ແຕ່​ໂຮງ​ແຮມ​ລີ​ເວີ​ວີ​ວລົງ​ມາ​ທ່າ​ວັດ​ຈັນ​ ​ແລະ ​ເມືອງ​ຈັນທະ​ບູລີ​​ແມ່ນ​ເລີ່​ມ​ແຕ່​​ໂຮງໝໍ​ມະ​ໂຫສົດ​ຂື້ນ​ເມືອ​ທ່າ​ວັດ​ຈັນ ​ແລະ​ເພື່ອ​ຮັກສາ​ຄວາມ​ສະຫງົບ ​ແລະ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ອະນຸ​ກໍາມະການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ໄດ້​ວາງ​ແຜນ​ປ້ອງ​ກັນ​ຕາມ​​ເສັ້ນທາງ​ຕ່າງໆ​ເປັນ​ທີ່ຮຽບຮ້ອຍ​ແລ້ວ​.

ກ່ຽວກັບ​ແຜນການ​ຊ່ວງ​​ເຮືອນັ້ນ, ອະນຸ​ກໍາມະການ​ກິລາ ​ແລະ​ຈັດງານ​ບຸນເຮືອ​ປະ​ເພນີ ​ໄດ້​ຮັບ​ການລົງທະບຽນ​ ແລະ​ແຈ້ງ​ເຈດ​ຈໍານົງ​ການ​ເຂົ້າ​ຮ່ວມ​ຈາກ​ເຈົ້າ​ຂອງ​ເຮືອ​ຊ່ວງ​​ແລ້ວຈຳ ນວນ30ລໍາ, ​ໃນ​ນັ້ນ​ເຮືອ​ປະ​ເພນີ​ຊາຍ 16 ລໍາ, ​ເຮືອ​ປະ​ເພນີ​ຍິງ 8 ລໍາ, ​ເຮືອ​ສູດ 6 ລໍ​າ ນອກ​ນັ້ນ, ຍັງ​ມີ​ການ​ແຂ່ງຂັນ​ເຮືອ​ກິລາ 12 ສີພາຍທັງ​ປະ​ເພດ​ຍິງ-ຊາຍຕື່ມ​ອີກ,ພ້ອມ    ດ​ຽວກັນ​ນັ້ນກໍ​ຍັງ​ມີ​ກິດຈະ​ກໍາ​ໄຫຼ​ເຮືອ​ໄຟ​ ​ແລະກິດຈະ​ກໍາ​ອື່ນໆອີກ​ຫຼາຍຢ່າງ.

ໄລຍະ​ຈັດ​ບຸນ​ອອກ​ພັນ​ສາ​ປະ​ວໍ​ວະ​ນາ​ແລະ​ຊ່ວງ​ເຮືອ​ທີ່​ທ່າວັດ​ຈັນ​ປີ​ນີ້ແມ່ນ​ເລີ່​ມ​ແຕ່​ວັນ​ທີ 28-31 ຕຸລາ​ນີ້,ສ່ວນ​ການ​ຄົບງັນ​ແມ່ນ​ເລີ່​ມ​ແຕ່​ວັນ​ທີ25​ຕຸລາ​ນີ້​ເປັນຕົ້ນ​ໄປ.