ສະຖານທູດ​ຈີນ​ປະຈຳ​​ເຢຍລະ​ມັນ​ເປີດ​ເຜີຍຈົດໝາຍ​ເປີດຊອງລົງໜັງສືພິມ​​ເຢຍລະ​ມັນ​ເພື່ອ​ຊີ້​ໃຫ້​ເຫັນ​ສະພາບຕົວ​ຈິງ​ຂອງ​ຄວາມ​ຂັດ​ແຍ່ງ​ກັນ​ຢູ່​ເກາະ​ຕ້ຽວ​ອີ

(GMT+08:00) 2012-10-24 15:55:20     cri
ໜັງສືພິມ《​ແຟຼງ​ເຟີ​ດ ອໍ​ເກ​ເມນ ​​ໄຊ​ຕຸ​ງ》ຂອງ​ເຢຍລະ​ມັນ​ສະບັບ​ວັນ​ທີ 23​ ຕຸລາ​ນີ້​ໄດ້​ພິມ​ຈົດໝາຍ​ເປີດຊອງ​ທີ່​ຂຽນ​ໂດຍ​ທ່ານ​ໂຈ່​ຈ້ຽນ,​ໂຄສົກ​ສະຖານທູດ​ຈີນ​ປະຈຳ​ເຢຍລະ​ມັນ.ຈົດໝາຍ​ເປີດຊອງ​ສະບັບ​ນີ້​ໄດ້​ຊີ້​ໃຫ້​ປະຊາຊົນ​​ເຢຍລະ​ມັນ​​ເຫັນ​ແຈ້ງ​ສະພາບ​ຕົວ​ຈິງ​ຂອງ​ຄວາມ​ຂັດ​ແຍ່ງ​ກັນ​ຢູ່​ເກາະ​ຕ້ຽວ​ອີ,​ແລະຮຽກຮ້ອງ​ຢ່າງ​ຮຸນ​ແຮງ​ໃຫ້​ຍີ່ປຸ່ນ​ຢຸດຕິ​ການ​ກະທຳ​ທັງ​ໝົດ​ທີ່​ເປັນ​ການ​ລ່ວງ​ລ້ຳ​ສິດອະທິປະ​ໄຕທາງ​ດ້ານ​ດິນ​ແດນ​ຂອງ​ຈີນ​ໃນ​ທັນທີ,ກັບ​ຄືນ​ສູ່​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ຄວາມ​ຮັບ​ຮູ້​ຄື​ກັນ​ລະຫວ່າງ​ສອງ​ຝ່າຍ​ແລະ​ກັບ​ຄືນ​ສູ່​ການ​​ແກ້​ໄຂ​ຄວາມ​ຂັດ​ແຍ່ງດ້ວຍ​ການ​ເຈລະຈາ​ຢ່າງ​ບໍ່​ມີ​ເງື່ອນ​ໄຂ.

ຈົດໝາຍ​ເປີດຊອງ​ສະບັບ​ນີ້ເນັ້ນ​ວ່າ,​ເກາະ​ຕ້ຽວ​ອີ​ແມ່ນ​ດິນ​ແດນ​ຂອງ​ຈີນ​ມາຕັ້ງ​ແຕ່​ບູຮານ​ນະ​ການ,ຈີນ​ມີ​ອະທິປະ​ໄຕ​​ເໜືອ​ເກາະ​ຕ້ຽວ​ອີ​ໂດຍ​ບໍ່ມີ​ຜູ້​ໃດ​ຈະ​ສາມາດ​ໂຕ້ຖຽງໄດ້.ສັງ​ເກດ​ຈາກ​ດ້ານ​ປະຫວັດສາດ​ແລ້ວ​ເຫັນ​ວ່າ,​ຕັ້ງ​ແຕ່ສັດຕະວັດ​ທີ 14,ຈີນ​ກໍ່ໄດ້​ຄົ້ນພົບ​ເກາະ​ຕ້ຽວ​ອີ​ແລະ​ຕັ້ງ​ຊື່​ໃຫ້,ຫຼັງ​ຈາກ​ນັ້ນ,ກໍ່​ໄດ້​ຄຸ້ມ​ຄອງບໍລິຫານ​ເກາະ​ນີ້​ເປັນ​ເວລາ​ຍາວ​ນານ.ສັງ​ເກດ​ຈາກ​ດ້ານ​ພູມສາດ​ແລ້ວ​ເຫັນ​ວ່າ,​ເກາະ​ຕ້ຽວ​ອີ​ຕັ້ງ​ຢູ່​ແຄມ​ໄຫຼ່​ທະວີບອາຊີ​ຕາ​ເວັນ​ອອກ,​ເວົ້າ​ໃນ​ດ້ານ​ທີ່​ຕັ້ງ​ພູມ​ສັນຖານ​ແລະ​ທໍລະນີ​ສາດ​ແລ້ວ,​ເກາະ​ຕ້ຽວ​ອີ​​ແມ່ນ​ເກາະ​ທີ່​ຂຶ້ນ​ກັບ​ເກາະ​ໄຕ້​ຫວັນ.​ເບິ່ງ​ທາງດ້ານ​ກົດໝາຍ​ແລ້ວ,ອີງ​ຕາມ​ເອກະສານ​ແລະ​ສົນທິສັນຍາ​ສາກົນ​ທີ່​ກ່ຽວຂ້ອງ​ເຊັ່ນ《ຖະ​ແຫຼ​ງການ​ເລີ​ແກ》、《ຖະ​ແຫຼງການ​ປົສດຳ》​ແລະ​ອື່ນໆ,ພາຍຫຼັງ​ສົງຄາມ​ໂລກ​ຄັ້ງ​ທີ 2,ຈີນ​ໄດ້​ຟື້ນ​ຟູ​ການ​ປົກຄອງ​ຕໍ່​ໄຕ້​ຫວັນ​ແລະ​ເກາະດອນ​ຕ່າງໆທັງ​ໝົດ​ທີ່​ຂຶ້ນ​ກັບ​ເກາະ​ໄຕ້​ຫວັນ​ເຊິ່ງລວມທັງ​ເກາະ​ຕ້ຽວ​ອີ​ໃນດ້ານ​ກົດໝາຍ​ຢ່າງ​ເປັນ​ທາງ​ການ.

ຈົດໝາຍ​ເປີດ​ຊອງຊີ້​ໃຫ້​ເຫັນ​ວ່າ,ຈີນ​ໄດ້​ສຸມ​ກຳລັງ​ເພື່ອ​ແກ້​ໄຂ​ຄວາມ​ຂັດ​​ແຍ່ງ​ດ້ວຍ​ສັນຕິ​ວິທີ​ມາ​ໂດຍ​ຕະຫຼອດ.​ໃນ​ຊຸມ​ປີ 1970,ຈີນ​ກັບ​ຍີ່ປຸ່ນ​ເຄີຍ​ບັນລຸ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ຄວາມ​ຮັບ​ຮູ້​ຄື​ກັນ​ກ່ຽວ​ກັບ​ການ​ໂຈະຄວາມ​ຂັດ​ແຍ່ງ​ກັນກ່ຽວ​ກັບເກາະ​ຕ້ຽວ​ອີ​ໄວ້.​ແຕ່​ໃນ​ຫຼາຍ​ປີ​ມາ​ນີ້,ຍີ່ປຸ່ນ​ໄດ້​ປະຕິ​ເສດ​ຄວາມ​ຮັບ​ຮູ້​ຄື​ກັນ​ດັ້ງ​ເດີມນັ້ນ​ຢ່າງ​ບັງອາດ,ກໍ່​ເຫດການ​ໃໝ່​ຂຶ້ນ​ເລື້ອຍໆ.ການ​ກະທຳ​​ໃນ​ຮູບ​ແບບຕ່າງໆທີ່​ເປັນ​ການທ້າ​ທ້າຍ​ເກາະ​ຜິດຂອງ​ຍີ່ປຸ່ນ​ເຊິ່ງລວມມີ​ທັງການ​ຫັນ​ເກາະ​ຕ້ຽວ​ອີ​ເປັນ​ຂອງ​ລັດນັ້ນ​ໄດ້​ລ່ວງ​ລ້ຳ​ອະທິປະ​ໄຕ​ຂອງ​ຈີນ​ຢ່າງ​ໜັກໜ່ວງ,​ແລະ​ໄດ້​ທຳລາຍ​ການ​ພົວພັນອັນ​ດີ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ​ຢ່າງ​ໜັກໜ່ວງ​ເຊັ່ນ​ດຽວ​ກັນ,​ແມ່ນ​ການ​ເບິ່ງ​ຂ້າມ​ແລະ​ຢຽບ​ຢ່ຳ​ຕໍ່​ຄວາມ​ເປັນຈິງ​ໃນ​ປະຫວັດສາດ​ແລະ​ກົດໝາຍ​ສາກົນ,​ແມ່ນ​ການ​ປະຕິ​ເສດ​ແລະ​ການ​ທ້າ​ທາຍ​​ເກາະ​ຜິດຕໍ່​ໝາກຜົນ​ຂອງໄຊຊະນະສົງຄາມ​ຕ້ານຟາ​ຊິດຂອງ​ໂລກ.ຍີ່ປຸ່ນ​ຄວນ​ຮັບຜິດຊອບ​ທັງ​ໝົດ​ຕໍ່​ສະຖານະ​ການ​ເຄັ່ງ​ຕຶງ​ທີ່​ເກີດ​ຂຶ້ນ​ຢູ່​ທະ​ເລ​ຈີນ​ຕາ​ເວັນ​ອອກ​ໃນ​ໄລຍະ​ມໍ່ໆ​ມາ​ນີ້.