ບ່າວແສງນາມສົມມຸດໄປຫຼີ້ນສາວ ບ່າວແສງເປັນຄົນບໍ່ເກງອົກເກງໃຈຄົນ ບໍ່ນັບຖືຜູ້ໃຫຍ່ຜູ້ນ້ອຍ ຂື້ນໄປລະ
ພໍ່ຜູ້ສາວກໍ່ນັ່ງຈັກຕອກຢູ່ຫັ້ນລະຢູ່ເຊຍບ່ອນນັ່ງຫຼີ້ນຫັ້ນລະ!! ອ້າຍບ່າວແສງຂື້ນນັ່ງພະນັກພຸ້ນລະນັ່ງສັ່ນຂາ
ຢ໋ອກໆຢູ່ ຄັກລະ! ມາດເພິ່ນລະ! ທາງພໍ່ຜູ້ສາວລະເວົ້າຂື້ນວ່າ:
ພໍ່ຜູ້ສາວ: ລົງແມ້ລູກ! ລົງແມ້! ມານັ່ງສູງແທ້! ຈັກໜ້ອຍຕົກໄດ໋ຫັ້ນນະ!
ແສງ: ໄດ້ລະພໍ່ເອີຍ! ຊໍ່ານິບໍ່ຕົກດ໋ອກ! ລູກຈັບດີຢູ່ຮາວພະນັກບໍ່ຕົກດ່ອກພໍ່ເອີ່ຍ!
ພໍ່: ອ້າວ! ລົງແມ້ລູກ! ລົງແມ້! ຕົກລົງຫັ້ນເຈັບນັກໄດ໋ຫັ້ນລູກ! ລົງແມ້!
ແສງ: ໂອ້! ນັ່ງນິກໍ່ໄດ້ນະພໍ່ເອີ່ຍ! ພໍໝັ້ນໃຈນະວ່າບໍ່ຕົກດອ໋ກພໍ່ເອີ່ຍ!
ພໍ: ອ້າວກໍ່ລົງແມ້ລູກເອີຍ! ມັນຊິບໍ່ຕົກແນວໃດ! ຖືກຕີນກູຫັ້ນຕົກບັກຄັກທພຸ້ນໄດ໋ຫັ້ນ!
© China Radio International.CRI. All Rights Reserved. 16A Shijingshan Road, Beijing, China. 100040 |