ລ ບ ຕ (ສຽງ)

(GMT+08:00) 2012-10-25 10:40:23     cri







ສອງ​ສ່ຽວ​ລອງ​ປັນຍາ​ເວົ້າ​ເລື່ອງ​ຄໍາ​ຫຍໍ້ ສ່ຽວ​ໜື່ງເວົ້າ​ຂື້ນ​ວ່າ:

ສ່ຽວໜື່ງ: ສ່ຽວ​ໂຕ​ກະ​ແປ​ໄດ້​ຢູ່​ບໍ່​ນໍ້ອັນຄໍາ​​ນິນະາ

ສ່ຽວ​ສອງ: ​ເອີ! ຄັນວ່າ​ຈັ່ງ​ຊັ້ນ​ລົດ​  ກ ຊ ກັບ ຂ ຕ ຫຍໍ້​ມາ​ຈາກ​ໃສ​ຮື!.

ສ່ຽວ​ໜື່ງ: ​ເອົາ! ຊິ​ຢາກ​ເຮັດ​ອີ່​ຫຍັງ! ກ ຊ ກໍ່​ແປ​ວ່າ​ລົດ​ກະຊວງ ​ແລະ ຂ ຕ ກໍ່​ແປ​ວ່າ​ລົດ​​ແຂກ​ຕ່າງປະ​ເທດ.

ສ່ຽວ​ສອງ​: ​ເອົາ ຄັນ​ຊັ້ນ! ລ ບ ຕ  ​ເດ​ຊັ້ນ! ​ແປ​ວ່າ​ແນວ​ໃດ​ຮື!

ສ່ຽວ​ໜື່ງ: ອ່າວ: ຕາມ​ຄວາມ​ຄິດ​ຂອງ​ເຮົາ ລ ບ ຕ  ນິມັນ​ກໍ່​ແມ່ນ​ລົດ​ບຸກຕົມ​ຫັ້ນ​ລະ!

ສ່ຽວ​ສອງ: ​ໂອ້​ຍ! ຜິດ ມື​ງ​​ເວົ້າ​ບໍ​ຖືກ!

ສ່ຽວ​ໜື່ງ: ລ ບ ຕ ມັນ​ຊິ​​ແປ​ວ່າ​ລົດ​ບຸກຕົມ​ແນວ​ໃດ? ລ ບ ຕ ມັນ​ກະ​ແປ​ວ່າ​ລະ​ເບີດ​ບໍ່​ທັນ​ແຕກ​ຊັ້ນ​ຕົວະ!

ສ່ຽວ​ສອງ: ຊິ​ຮູ້​ນໍາ​ມືງຫວະ! ​ເວົ້າ​ເລື່ອງ​ລົດ​ຢູ່ດີໆ​ມື​ງ​ເຫຼີ​ໄປ​ຫຍັງ​ລະ​ເບີດ​ບໍ່​ທັນ​ແຕກ. ຮ່າ……….ຮ່າ……………