ເພີ່ມຄວາມຮູ້ແກ່ສື່ມວນຊົນ ກ່ອນເຂົ້າການຄ້າໂລກແລະເອອີຊີ

(GMT+08:00) 2012-10-25 16:05:03     cri
​ໃນຕອນເຊົ້າມື້ວານນີ້ ທີ່ນະຄອນຫລວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່ກ່ຽວກັບວຽກງານຂອງອົງການຄ້າໂລກ
ແລະ ອາຊຽນ, ໂດຍການເຂົ້າຮ່ວມຂອງ ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີຊ່ວຍວ່າການກະຊວງອຸດສາ
ຫະກຳ ແລະ ການຄ້າ, ພ້ອມດ້ວຍ ທ່ານ ສະຫວັນຄອນ ຣາຊະມົນຕີ ລັດຖະມົນຕີຊ່ວຍວ່າການກະຊວງຖະແຫຼງ
ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ບັນດາສື່ມວນຊົນສູນກາງ.

ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີຊ່ວຍວ່າການກະຊວງອຸດສາຫະກຳ ແລະ ການຄ້າ ກ່າວວ່າ: ສຳລັບ
ລາວ, ພັກ ແລະລັດຖະບານໄດ້ໃຫ້ຄວາມສຳຄັນໃນການເຊື່ອມໂຍງເສດຖະກິດໃຫ້ຫຍັບເຂົ້າສູ່ສາກົນເທື່ອລະກ້າວ,
ຈຸດປະສົງແນໃສ່ການລືບລ້າງຄວາມທຸກຍາກໃນຂອບເຂດທົ່ວປະເທດແລະນຳເອົາປະເທດຫຼຸດພົ້ນອອກຈາກຄວາມ
ດ້ອຍພັດທະນາ ໃນປີ 2020, ປະຈຸບັນການຈັດຕັ້ງປະຕິບັດແຜນແມ່ບົດ ຂອງອາຊຽນແມ່ນສຳເລັດແລ້ວ ຫຼາຍກ
ວ່າ70%.

ຈາກນັ້ນ, ທ່ານສະຫວັນຄອນ ຣາຊະມົນຕີ ລັດຖະມົນຕີຊ່ວຍວ່າການກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ
ທ່ອງທ່ຽວ ໄດ້ໃຫ້ຮູ້້ເຕີ່ມອີກວ່າ: ອິງຕາມການຊີ້ນຳຂອງພັກ-ລັດ ໃນການຫັນເອົາປະເທດລາວສູ່ເວທີສາກົນ, ເປົ້າ
ໝາຍແມ່ນເພື່ອນຳເອົາຜົນປະໂຫຍດມາສູ່ປະຊາຊົນລາວໃຫ້້ມີຊີວິດການເປັນຢູ່ທີ່ນັບມື້ນັບດີຂື້ນ, ດັ່ງນັ້ນການຈັດ
ກອງປະຊຸມຄັ້ງນີ້ ເພື່ອສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງໃຫ້ແກ່ບັນດານັກສື່ມວນຊົນໃຫ້ຄວາມເຂົ້າໃຈຈະແຈ້ງຂື້ນ
ຕື່ມເພື່ອສາມາດນຳເອົາຂໍ້ມູນຂ່າວສານຂອງສອງວຽກງານດັ່ງກ່າວໃຫ້ສັງຄົມລາວຮັບຊາບ ແລະ ເຂົ້າໃຈ, ກ້າວ
ໄປສູ່ການກະກຽມຄວາມພ້ອມຮ່ວມກັນໃນການເຂົ້າເປັນສະມາຊິກຂອງອົງການການຄ້າໂລກໃນອະນາຄົດອັນໃກ້ນີ້
ແລະ ປະຊາຄົມເສດຖະກິດອາຊຽນໃນປີ 2015.