ໂຮງຮຽນ​ມັດທະຍົມ​ສອງ​ແຫ່ງຂອງ​ລາວ​ຈັດ​ວິຊາ​ພາສາ​ຈີນ​ເຂົ້າ​ໃນ​ຫຼັກສູດພາສາ​ຕ່າງປະ​ເທດທີ່​ຕ້ອງ​ຮຽນ

(GMT+08:00) 2012-10-25 15:34:26     cri
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 24 ຕຸລາ​ນີ້,ສະ​ຖາ​ບັນ​ຂົງຈື້ຂອງ​ມະຫາວິ​ທະຍາ​ໄລ​ແຫ່ງ​ຊາດ​ລາວ​ໄດ້​ມອບ​ປື້​ມຮຽນ《ຄ້ວຍ​ເລີ້​ຫ້ານຢູ》 ​ແປ​ວ່າ​ຮຽນ​ພາສາ​ຈີນດ້ວຍ​ຄວາມ​ມ່ວນ​ຊື່ນ​ໃຫ້​ແກ່​ໂຮງຮຽນ​ມັດທະຍົມສົມບູນ​ສາທິດ​ທີ່​ຂຶ້ນ​ກັບ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ,ປື້​ມຮຽນ​ເຫຼົ່າ​ນີ້​ຈະ​ກາຍ​ເປັນ​ປື້​ມຮຽນວິຊາ​ພາສາ​ຈີນສຳລັບ​ຫ້ອງ​ໜຶ່ງຂອງ​ຊັ້ນ​ ມ.4 ​​ຂອງ​ໂຮງຮຽນ​ແຫ່ງ​ນີ້ໃນ​ພາກຮຽນ​ໃໝ່​.

ຕາມ​ສະ​ຖາ​ບັນ​ຂົງຈື້​ແຈ້ງ​ໃຫ້​ຮູ້​ວ່າ,​ໂຮງຮຽນ​ມັດທະຍົມສົມບູນ​ສາທິດ​ທີ່ສັງກັດ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ລາວ​ຈະ​ເປີດ​ຫຼັກສູດ​ພາ​ສາ​ຈີນ​ໃນພາກ​ຮຽນ​ທຳ​ອິດຂອງ​ສົກສຶກສາ 2012 ຫາ 2013 ​ເປັນ​ຕົ້ນ​ໄປ ​ຊຶ່ງ​ຈະ​ສອນ​ຢູ່​ຫ້ອງ​ໜຶ່ງ​ຂອງ​ຊັ້ນ​ ມ.4 ​ໂດຍ​ມີ​ນັກຮຽນ​ທັງ​ໝົດ 66 ຄົນ. ນອກ​ນີ້,ຢູ່ໂຮງຮຽນ​ມັດທະຍົມສົມບູນວຽງ​ຈັນ​ກໍ່​ຈະ​ເປີດ​ຫຼັກ​ສູດ​ພາສາ​ຈີນ​ໃນ 3 ຫ້ອງ​ຂອງ​ຊັ້ນ ມ.1 ​ເຊິ່ງ​ແຕ່​ລະ​ຫ້ອງ​ມີ​ນັກຮຽນ 40 ຄົນ​ແຕ່​ເດືອນ​ພະຈິກ​ປີ 2012 ​ເປັນ​ຕົ້ນ​​ໄປ. ພາສາ​ຈີນ​ຈະ​ຄື​ກັນ​ກັບ​ພາສາ​ອັງກິດ,ກາຍ​ເປັນ​ຫຼັກສູດ​ພາສາ​ຕ່າງປະ​ເທດ​ທີ່​ນັກຮຽນ​ຂອງ​ໂຮງຮຽນ​ສອງ​ແຫ່ງ​ນີ້​ຕ້ອງ​ຮຽນ.

ຍ້ອນ​ວ່າ​ນີ້​ແມ່ນ​ເປີດ​ຫຼັກ​ສູດ​ພາສາ​ຈີນ​ທີ່​ຕ້ອງ​ຮຽນ​ໃນ​​ໂຮງຮຽນ​ມັດທະຍົມ​ຂອງ​ລາວ​ເປັນ​ຄັ້ງ​ທຳ​ອິດ,ຜູ້​ທີ່​ຮັບ​ການ​ສຶກສາ​ແມ່ນ​ເຍົາວະ​ຊົນ​ທີ່​ບໍ່​​ເຄີຍ​ຮຽນ​ພາສາ​ຕ່າງປະ​ເທດ,ສະ​ນັ້ນ,ສະ​ຖາ​ບັນ​ຂົງຈື້ຈະ​ແຕ່ງ​ອາຈານ​ສອນທີ່​ຮຽນຈົບຈາກ​ວິຊາ​ພາສາ​ລາວ 1 ຄົນ​ແລະຮຽນ​ຈົບ​ຈາກ​ວິຊາ​ພາສາ​ຈີນ 1 ຄົນ​ໄປ​ສອນ​ຢູ່​ແຕ່​ລະ​ຫ້ອງ,​ເພື່ອ​ເຮັດ​ໃຫ້​ນັກຮຽນ​ລາວ​ເຂົ້າ​ໃຈດີ​ຂຶ້ນ.