ການ​ແນະນຳ​ຫຍໍ້​ຂອງ WTO

(GMT+08:00) 2012-10-26 10:15:09     cri
ອົງການ​ການ​ຄ້າ​ໂລກ(World Trade Organization) ​ແມ່ນ​ອົງການ​ຈັດ​ຕັ້ງ​ສາກົນ​ຖາວອນ​ທີ່​ມີ​ລັກສະນະ​ທົ່ວ​ໂລກ​ແລະ​ບໍ່​ຂຶ້ນ​ກັບ​ອົງການ​ສະຫະ​ປະຊາ​ຊາດ. ຊຶ່ງເອີ້ນ​ວ່າ"ອົງການ​ສະຫະ​ປະຊາ​ຊາດ​ທາງ​ເສດຖະກິດ".

ວັນ​ທີ 15 ​ເມສາ​ປີ 1994, ​ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ຂອງອະນຸ​ສັນຍາ​ພາສີ​ແລະ​ການ​ຄ້າ​ໃຫຍ່​ຮອບອູຣູ​ໄກວ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນມຸຣາຄຸ​ສ໌ຂອງ​ມາຣົກຕົກລົງ​ສ້າງ​ອົງການ​ການ​ຄ້າ​ໂລກ​ທີ່​ມີ​ລັກສະນະ​ທົ່ວ​ໂລກ​ຫຼາຍ​ກວ່າ​ເກົ່າ, ​ເພື່ອ​​ປ່ຽນ​ແທນ​ອະນຸ​ສັນຍາ​ພາສີ​ແລະ​ການ​ຄ້າ​ທີ່​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 1947.

ວັນ​ທີ 1 ມັງກອນ​ປີ 1995, ອົງການ​ການ​ຄ້າ​ໂລກ​ເລີ່​ມດຳ​ເນີນການ​ບໍລິການ​ຢ່າງ​ເປັນ​ທາງ​ການ, ຮັບຜິດຊອບ​ຄຸ້ມ​ຄອງ​ລະບຽບ​ການ​ເສດຖະກິດ​ການ​ຄ້າ​ຂອງ​ໂລກ, ສຳນັກງານ​ໃຫຍ່​ຕັ້ງ​ຢູ່​ເຊີ​ແນວ​ທີ່ສວິສ. ຫຼັກການ​ພື້ນຖານ​ແມ່ນ​ຜ່ານ​ການ​ປະຕິບັດ​ຫຼັກການ​ເປີດ​ຕະຫຼາດ, ບໍ່​ຈຳ​ແນ​ກ​ແລະ​ການ​ຄ້າ​ຍຸຕິ​ທຳ​ເປັນ​ຕົ້ນ​ເພື່ອ​ບັນລຸ​ເປົ້າ​ໝາຍ​ທີ່​ການ​ຄ້າ​ໂລກ​ຫັນ​ເປັນ​​ແບບ​ເສລີ. WTO​ແມ່ນ​ອົງການ​ຈັດ​ຕັ້ງ​ສາກົນ​ທີ່​ມີ​ຖານະ​ນິຕິບຸກຄົນ, ມີ​ບົດບາດ​ອິທິພົນ​ໃນ​ດ້ານ​ການ​ໄກ່​ເກ່ຍຂໍ້​ຂັດ​ແຍ່ງ​ທີ່​ເກີດ​ຂຶ້ນ​ລະ​ຫວ່າງ​ປະ​ເທດ​ສະມາຊິກ.

ອົງການ​ການ​ຄ້າ​ໂລກ​ແລະ​ອົງການ​ກອງ​ທຶນ​​ເງິນຕາສາກົນຫຼື(IMF), ທະນາຄານ​ໂລກ​ຫຼື(WB)ຖືກ​ເອີ້ນ​ວ່າ 3 ​ເສົາ​ເຄົ້າ​ໃຫຍ່​ຂອງ​ການ​ພັດທະນາ​ເສດຖະກິດ​ຂອງ​ໂລກ.