ຂະ​ບວນການ​ທີ່ຣັດ​ເຊຍ​ເຂົ້າ​ເປັນ​ປະ​ເທດ​ສະມາຊິກ WTO

(GMT+08:00) 2012-10-26 14:20:10     cri
ວັນ​ທີ 16 ທັນວາ​ປີ 2011, ອົງການ​ການ​ຄ້າ​ໂລກ​ຈັດ​ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ຄັ້ງ​ທີ 8 ຢູ່​​ເຊີ​ແນວ​ຂອງ​ສວິສ, ​ເຫັນ​ດີຮັບ​ເອົາຣັດ​ເຊຍ​ເຂົ້າ​ເປັນ​ສະມາຊິກ WTO ຢ່າງ​ເປັນ​ທາງ​ການ. ຮອດ​​ເວລາ​ນີ້ຣັດ​ເຊຍ​ຈຶ່ງ​ສິ້ນ​ສຸດ​ເວລາ​ແຫ່ງ​ການ​ລໍຄອຍ​ອັນ​ຍາວ​ນານ​ໃນ​ການ​ເຂົ້າ​ເປັນ​ສະມາຊິກ WTO ຊຶ່ງ​ໃຊ້​ວາ​ມພະຍາຍາມ​ເຖິງ 18 ປີ. ວັນ​ທີ 10 ພະຈິກ​ປີ 2011, ໜ່ວຍ​ງານກະກຽມ​ຂໍ​ເຂົ້າ​ເປັນ​ສະມາຊິກ​ WTO ຂອງຣັດ​ເຊຍລ້ວນ​ແຕ່​ຜ່ານ​ຮັບຮອງ​ເອກະສານ​ສຸດ​ທ້າຍ​ທີ່ຣັດ​ເຊຍ​ເຂົ້າ​ເປັນ​ສະມາຊິກ​ WTO. ວັນ​ທີ 16 ທັນວາ​ປີ 2011, ກອງ​ປະຊຸມ​ລັດຖະມົນຕີ​ທີ່​ມີ​ສິດ​ກຳນົດ​ສູງ​ສຸດ​ຂອງ​ອົງການ​ການ​ຄ້າ​ໂລກ​ປະກາດ​ຢ່າງ​ເປັນ​ທາງ​ການ, ອະນຸຍາດ​ຖານະ​ຂອງຣັດ​ເຊຍ​​ເຂົ້າ​ເປັນ​ປະ​ເທດ​ສະມາຊິກຂອງ WTO.

ຕາມ​ລະບຽບ​ການ, ຣັດ​ເຊຍ​ເຂົ້າ​ເປັນ​ສະມາຊິກ WTO ຕ້ອງ​ຜ່ານ​ການ​ອະນຸຍາດ​ຂອງ​ລັດຖະສະພາ​ຂອງຣັດ​ເຊຍ. ລັດຖະສະພາຣັດ​ເຊຍ​ຕ້ອງ​ໃຫ້​ຂໍ້​ຕົກລົງ​ກ່ອນ​ວັນ​ທີ 15 ມິຖຸນາ​ປີ 2012. ທ່ານ​ເມັ​ດ​ເວ​ເຕັຟ, ຜູ້ຕາງໜ້າ​ອັນ​ດັບ​ໜຶ່ງການ​ເຈລະຈາ​ຂອງຣັດ​ເຊຍ​​ເຄີຍ​ກ່າວ​ວ່າ, ຣັດ​ເຊຍ​ວາງ​ແຜນ​ຈະ​ຮັບ​ຮອງ​ສັນຍາ"​ໃນ​ເວລາ​ກ່ອນໜ້າ​ໃນ​ປີ 2012"

ທ່ານ​ອີ​ກໍ ຊຸ​ວາ​ລົຟ, ຮອງ​ນາຍົກລັດຖະມົນ​ຕີ​ທີ​ໜຶ່ງ​ຂອງຣັດ​ເຊຍ​ຊົມ​ເຊີຍ WTO ອະນຸຍາດຣັດ​ເຊຍ​ເຂົ້າ​ເປັນ​ສະມາຊິກ WTO. ທ່ານ​ກ່າວ​ວ່າ, ນີ້​ແມ່ນ​ຮອງ​ຮອຍ​ທີ່​ມີ​ການ​ປ່ຽນ​ແປງ, "​ໄດ້​ປ່ຽນ​ໄປ​ທາງ​ດີ"

ວັນ​ທີ 22 ສິງຫາ​ປີ 2012, ຣັດ​ເຊຍ​ໄດ້​ກາຍ​ເປັນ​ປະ​ເທດ​ສະມາຊິກ​ທີ 156 ຂອງ​ອົງການ​ການ​ຄ້າ​ໂລກ. ​ເສັ້ນທາງ​ທີ່​ເຂົ້າ​ເປັນ​ສະມາຊິກ WTO ອັນ​ຍາວ​ນານ​ແລະ​ຄົດ​ລ້ຽວ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ. ​ເລື່ອງ​ນີ້​ໄດ້​ສ້າງ​ສະພາບ​ການ​ໃໝ່​ໃຫ້​ແກ່ຣັດ​ເຊຍ​ເຊື່ອມ​ໂຍງ​ເຂົ້າ​ເສດຖະກິດ​ໂລກ​ຕື່ມ​ອີກ, ​ໄດ້​ສ້າງ​ໂອກາດ​ໃໝ່​ໃຫ້​ແກ່​ການ​ຊຸກຍູ້​ສ້າງ​ລະບົບ​ການ​ຄ້າ​ຫຼາຍ​ຝ່າຍ​ທີ່​ຍຸຕິ​ທຳ​ແລະບັງ​ເກີດ​ຜົນ.

ຄວາມ​ໝາຍ​ທີ່​ເຂົ້າ​ເປັນ​ສະມາຊິກ WTO

​ເບິ່ງ​​ໃນ​ໄລຍະ​ສັ້ນ​ແລ້ວ, ຣັດ​ເຊຍ​ອາດ​ຈະ​ບໍ່​ສາມາດ​ໄດ້​ຮັບ​ຜົນ​ປະ​​ໂຫຍ​ດ​ໃນ​ທັນ​ທີ​ຈາກ​ການ​ເຂົ້າ​ເປັນ​ສະມາຊິກ WTO. ກົງ​ກັນ​ຂ້າມ, ຂະ​ແໜງ​ການ​ອຸດສາຫະກຳ​ເບົາ, ກະສິກຳ, ການ​ເງິນ, ປະກັນ​ໄພ​ແລະ​ການ​ຜະລິດ​ລົດຍົນ​ແລະ​ກາ​ນບິນ​ອາກາດ​ຈະ​ໄດ້​ຮັບຄວາມກົດ​ກັນ​ຫຼາຍ; ​ແຕ່​ເບິ່ງ​​ໃນ​ໄລຍະ​ຍາວ​ແລ້ວ, ການ​ໄດ້​ເຂົ້າ​ເປັນ​ສະມາຊິກ​ WTO ຈະ​ຍົກ​ສູງ​ຄວາມ​ສາມາດ​​ໃນການ​ແຂ່ງຂັນ​ດ້ານ​ລວມຂອງ​ເສ​ດຖະກິດຣັດ​ເຊຍ, ມີ​ຜົນ​ດີ​ຕໍ່​ການ​ປັບປຸງ​ອົງ​ປະກອບ​ເສດຖະກິດ​ແລະ​ປ່ຽນ​ແປງ​ຮູບ​ການ​ພັດທະນາ​ຂອງ​ເສດຖະກິດຣັດ​ເຊຍ. ນີ້​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ຕໍ່ຣັ​ດ​ເຊຍ​ທີ່​ສະ​ແຫວງຫາການ​ພັດທະນາ​ເສດ​ຖະກິດ​ແບບ​ປະດິດ​ສ້າງ​ໃໝ່​ແລະ​ປ່ຽນ​ແປງ​ຮູບ​ການ​​ເຕີບ​ໂຕ​ຂອງເສດຖະກິດ. ຣັດ​ເຊຍ​ເຂົ້າ​ເປັນ​ສະມາຊິກ WTO, ໝາຍ​ຄວາມ​ວ່າ​ອົງການ​ການ​ຄ້າ​ໂລກ​ໄດ້​ຈັດ​ອົງ​ກອນ​ເສດຖະກິດ​ສຳຄັນ​ສຸດ​ທ້າຍ​ເຂົ້າ​ໃນ​ລະບຽບ​ການ​ການ​ຄ້າ​ສາກົນ. ​ເຖິງ​ວ່າ​ຫຼາຍ​ຄົນ​ມີ​ຄວາມ​ສົງ​ໄສ​ຕໍ່​ກົນ​ໄກ​ໝູນ​ເດີນ​ຂອງ​ອົງການ​ການ​ຄ້າ​ໂລກ​ຍ້ອນ​ການ​ເຈລະຈາ​ຮອບ​ໂດ​ຮາ​ບໍ່​ໄດ້ຜົນ, ​ແຕ່​ວ່າ​WTO ຍັງ​ແມ່ນ​ກົນ​ໄກ​ການ​ຄ້າ​ຫຼາຍ​ຝ່າຍ​ທີ່​ສຸກ​ງອມ​ແລະ​ມີ​ຜົນ​ບັງຄັບ​ໃຊ້​ໃນ​ປະຈຸ​ບັນ. ຣັດ​ເຊຍ​ເຂົ້າ​ເປັນ​ສະມາຊິກ WTO, ຈະ​ເພີ່ມ​ກຳລັງ​ໃໝ່​ໃຫ້​ແກ່​ການ​ຄ້າ​ສາກົນ​ຢ່າງ​ແນ່ນອນ.

ນອກ​ນີ້, ຣັດ​ເຊຍ​ເຂົ້າ​ເປັນ​ສະມາຊິກ WTO ຍັງ​ຈະ​ປ່ຽນ​ແປງ​​ໂຄງ​ປະກອບ​ທ່າ​ແຮງ​ຂອງ​ລະບົບ​ການ​ຄ້າ​ຫຼາຍ​ຝ່າຍ​ໃນ​ລະດັບ​ໃດ​ໜຶ່ງ, ມີ​ຜົນ​ດີ​ຕໍ່​ປະ​ເທດ​ບຼິກປະສານ​ງານ​ຫຼັກ​ໝັ້ນ​ໃນ​ການ​ເຈລະຈາ​ຮອບ​ໂດ​ຮາ, ຮັກສາ​ຜົນ​ປະ​ໂຫຍ​ດອົງ​ກອນ​ເສດຖະກິດ​ທີ່​ພັດທະນາ​ໃໝ່, ​ເພີ່ມ​ພະລັງ​​ແຮງ​ອັນ​ໃໝ່​ໃຫ້​ແກ່​ການ​ກໍ່ສ້າງ​ລະບົບ​ການ​ຄ້າ​ຫຼາຍ​ຝ່າຍ​ແລະ​ການ​ຄຸ້ມ​ຄອງ​ເສດຖະກິດ​ໂລກ.