ຂະ​ບວນການ​ຈີນ​ເຂົ້າ​ເປັນ​ສະມາຊິກ WTO

(GMT+08:00) 2012-10-26 14:24:18     cri
ກ່ຽວ​ກັບ​ເລື່ອງ​ທີ່​ເປັນ​ຫຍັງ​ຈີນ​ຕ້ອງ​ເຂົ້າ​ເປັນ​ສະມາຊິກ  WTO, ທ່ານ​ຫຼົງຢຸງຖູ​ໄດ້​ຍົກ​ຕົວຢ່າງ​ສອງອັນ​ຄື​: ​ອັນ​ທີ​ໜຶ່ງ, ຜົນ​ດີ​ທີ​ໜຶ່ງ​ທີ່​ຈີນ​ເຂົ້າ​ເປັນ​ສະມາຊິກ WTO ​ແມ່ນ​ມີ​ຜົນ​ດີ​ຕໍ່​ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທາງ​ການ​ຄ້າ. ​ເສດ​ຖະກິດ​ຂອງ​ຈີນ​ອ່າວ​ອ່ອນ​ແອ, ​ແລະ​ເສດຖະກິດ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ເຊັ່ນ​ອາ​ເມ​ລິ​ກາ​ເປັນ​ຕົ້ນ​ອ່າວ​ເຂັ້ມ​ແຂງ, ຖ້າວ່າ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທາງ​ການ​ຄ້າ​ຕົວ​ຕໍ່​ຕົວ, ຈີນ​ຈະ​ຢູ່​ຖານະ​ທີ່​ອ່ອນ​ນ້ອຍ​ກວ່າ, ສະ​ນັ້ນ​ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ​ແກ້​ໄຂ​ບັນຫາ​ໂດຍ​ຜ່ານ​ກົນ​ໄກ​ຫຼາຍ​ຝ່າຍ. ສາ​ເຫດ​ແມ່ນ​ງ່າຍ​ທີ່​ສຸດ​ກໍ​ຄື, ​ໃນ​ເວລາ​ທີ່​ຜູ້​ເຂັ້ມ​ແຂງ​ກວ່າ​ມີ​ຂໍ້​ຂັດ​ແຍ່ງ​ກັບ​ຜູ້​ອ່ອນ​ນ້ອຍ​ກວ່າ, ຜູ້​ທີ່​ເຂັ້ມ​ແຂງ​ມັກ​ແກ້​ໄຂ​ບັນຫາ​ດ້ວຍ​ຮູບ​ແບບ​ຕົວ​ຕໍ່​ຕົວ, ​ແລະ​ຈັດ​ຜູ້​ອ່ອນ​ນ້ອຍ​ກວ່າ​ໄປ​ຢູ່​ໃນ​ມຸມ​ມືດ​ຕໍ່ສູ້​ດ້ວຍ​ຕົນ​ເອງ, ​ແລະ​ຕີ​ຜູ້​ອ່ອນ​ນ້ອຍ​ຢ່າງ​ແຮງ. ຜູ້​ອ່ອນ​ນ້ອຍ​ຈຶ່ງ​ຫວັງ​ຢາກ​ແກ້​ໄຂ​ບັນຫາ​ຢູ່​ບ່ອນ​ທີ​ມີ​ຄົນ​ຫຼາຍ, ​ແລະ​ຫວັງ​ຢາກ​ມີ​ຜູ້​ອື່ນ​ມາ​ຊ່ອຍ​ເຫຼືອ​ແລະ​ອ້າງ​ເຫດ​ອ້າງ​ຜົນ.

ບໍ່​ປະຕິບັດ​ຕາມ​ຂໍ້​ກຳນົດ​ຂອງ​ໂລກ​ກໍ່​ໄດ້,ກໍ່​ເຫ​ມືອນດັ່ງ​ຜູ່​ຂາຍ​ຜັກ,​ເຈົ້າ​ສາມາດ​ບໍ່ນຳ​​ເອົາ​ສິນຄ້າ​ເຂົ້າ​ສູ່​ຕະຫຼາດ,ສາມາດ​ບໍ່​ປະຕິ​ບັດ​ຕາມ​ຂໍ້​ກຳນົດ​ຂອງ​ພາກ ສ່ວນ​ອຸດສາຫະກຳ​ການ​ຄ້າ,​​ເມື່ອເຫັນ​ພະນັກງານ​ຄຸ້ມ​ຄອງ​ອຸດສາຫະກຳ​ການ​ຄ້າກໍ່​ຫນີ​ໄປ​ໂດຍ​ໄວ.​ແຕ່​ຖ້າ​ຢາກພັດທະນາ​ການ​ທຸລະ​ກິດ,ຜູ່​ຂາຍ​ຊີ້ນ ຜູ່​ຂາຍ​ໄກ່ ຜູ່​ຂາຍ​ຜັກຕ້ອງເປັນ​ຜູ່ທີ່​ມີຫນ້າຢູ່​ໃນ​ຕະຫຼາດ,​ເຈົ້າ​ກໍ່​ຄວນ​ເຂົ້າສູ່​ຕະ ຫຼາດ,​ໃນ​ຕະຫຼາດ​ຕັ້ງ​ສະຖານທີ່​ທຸລະ​ກິດ,​ແລະ​ກໍ່​ຕ້ອງປະຕິບັດ​ຕາມ​ຂໍ້ກຳນົດ​ຂອງ​ຕະຫຼາດ,ຍັງ​ມີ​ການ​ພົວພັນ​ພັນ​ທີ່​ດີ​ກັບ​ພາກສ່ວນ​ອຸດສາຫະກຳ​ການ​ຄ້າ.​ເຊັ່ງ​ດຽວ​ກັນ,​ພາຍໃຕ້​ສະຖານະ​ການ​​ໂລກາ​ພິວັດ,ຖ້າ​ຈິິນຫວັງ​ຢາກ​​​ໃຫ້​ເຂົ້າ​ສູ່​ກະ​ແ​ສສຳຄັນ​ຂອງ​ເສດຖະກິດ​ໂລກ,ກໍ່​ຄວນ​ເຂົ້າ​ສູ່​ອົງການ​ການ​ຄ້າ​ໂລກ​ຫຼືWTO, ​​ແລ້ວ​ຄວນ​ໂຄລົບ​ຂໍ້​ກຳນົດ​ຂອງWTO.ວັນ​ທີ11 ກໍ​ລະ​ກົດ1995,ກອງ​ປະຊຸມສະພາ​ມົນຕີ​ໃຫຍ່​ຂອງ​​ອົງການ​ການ​ຄ້າ​ໂລກ​ໄດ້​ຕົກລົງ​ໃຫ້​ຮັບ​ເອົາ​ຈີນ​ເປັນປະ​ເທດຜູ່​ສັງ​ເກດ​ການ​ຂອງ​ອົງການ​ດັ່ງກ່າວ.ນັບ​ແຕ່ໄດ້​ຮ້ອງ​ຂໍ​ກັບ​ຄືນ​ສູ່ອົງການ​ເຢອາ​ເຕ​ເຕ(GATT)​ໃນປິ1986​ເປັນ​ຕົ້ນ​ມາ, ຈີນ​ໄດ້​ທຳ​ຄວາມ​ພະຍາຍາມ​ມາ​ເປັນ​ເວລາ 15 ປີ​ເພື່ອ​ຟຶ້ນຟູ​ເຂົ້າ​ສູ່​ອົງການ​ເຢອາ​ເຕ​ເຕ​ແລະ​​ເຂົ້າ​​ເປັນ​ສະມາຊິກ​ຂອງ​ອົງການ​ການ​ຄ້າ​ໂລກ.ວັນ​ທີ11 ທັນວາ2001,ຈີນ​ໄດ້​ເຂົ້າ​ເປັນWTOຢ່າງ​ເປັນ​ທາງ​ການ,​ແລ້ວ​ກາຍ​ເປັນ​ປະ​ເທດ​ສະມາຊິກ​ທີ143.

ສິ່ງ​ທີ່​ຕ້ອງ​​ໃຫ້ສັງ​ເກດ​ເຫັນ​ນັ້ນ​ແມ່ນ​ຈີນ​ເຄີຍ​ເປັນ​ຫນຶ່ງ​ໃນ​ປະ​ເທດ​ລິ​ເລີ່​ມສ້າງ​ຕັ້ງ​ຂຶ້ນ​ຂອງ​ອົງການ​ການ​ຄ້າ​ໂລກ​ແລະ​ອົງການ​ເຢອາ​ເຕ​ເຕ,​ແຕ່​ປະ​ເທດ​ຕາ​ເວັນ​ຕົກ​ປະ​ຕິ​ເສດ​ຮັບຮອງ​ຍ້ອນ​ສາ​ເຫດຜົນ​ປະ​ໂຫຍ​ດທາງ​ການ​ເມືອງ,ຈີນ​ຖືກບັງຄັບ​ໃຫ້​ປະລະ​ຖານະ​ຂອງ​ບັນດາ​ລັດ​ພາຄີ,​ໃນ​ນາມ​ເປັນ​ປະ​ເທດ​ສະ​ມາ​ຊິກ​​ໃຫຍ່​ເຂົ້າ​ສູ່​ສອງ​ອົງການ​ດັ່ງກ່າວ,ສະນັ້ນສິດ​ພິ​ເສດສ່ວນ​ຫນຶ່ງ​ຂອງ​ບັນດາ​ລັດ​ພາຄີ​ແມ່ນ​ບໍ່​ມີສິດ.