ການ​ວິ​ເຄາະຜົນ​ປະ​ໂຫຍ​ດ​ແລະ​ຂໍ້​ບົກພ່ອງກ່ຽວ​ກັບ​ເລື່ອງ​ຈີນ​ເຂົ້າ​ເປັນ​ສະມາຊິກWTO

(GMT+08:00) 2012-10-26 14:27:47     cri
   ຜົນ​ປະ​ໂຫຍ​ດ:
  1:ມີ​ຜົນ​ດີ​ຕໍ່​ຈີນ​ທີ່​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ​ລະຫວ່າງ​ຊາດ​ແລະ​ແບ່ງ​ເປັນ​ວຽກ​ງານ​ໃນ​ສາກົນ,​ເພື່ອ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ

  2:ມີ​ຜົນ​ດີ​ຕໍ່​ການ​ເປີດ​ກວ້າງ​ການສົ່ງ​ອອກ​ແລະ​ນຳ​ໃຊ້​ທຶນ​ຕ່າງປະ​ເທດ,​ແລະ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ໃນ​ສາກົນ​ພາຍໃຕ້​ເງື່ອນ​ໄຂ​ທີ່​ສະ​ເຫມີ​ພາບ​ກັນ

  3:ມີ​ຜົນ​ດີ​ຕໍ່​ກາ​ນຊຸກຍູ້​ຄວາມ​ກ້າວຫນ້າ​ທາງ​ດ້ານ​ເຕັກນິກ ຍົກ​ລະດັບ​ອຸດສາຫະກຳ​ໃຫ້​ສູງຂຶ້ນ​ແລະ​ສັບ​ຊ້ອນ​ໂຄງ​ປະກອບ​ເສດຖະກິດ,​ເພື່ອ​ປັບປຸງ​ໂຄງ​ປະກອບ​ເສດຖະກິດ​ຕະຫຼາດ​ສັງຄົມ​ນິຍົມ​ໃຫ້​ດີ​ຂຶ້ນ​ຕື່ມ​ອີກ

 4:ມີ​ຜົນ​ດີ​ຕໍ່​ການ​ເປີດ​ປະຕູ​ສູ່​ພາຍ​ນອກ ການ​ພັດທະນາ​ເສດຖະກິດ​ຕະຫຼາດ​ສັງຄົມ​ນິຍົມ​ແລະ​ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ສູງ​ຂຶ້ນ.

 5:ມີ​ຜົນ​ດີ​ຕໍ່​ການ​ຊຸກຍູ້​ການ​​ເຕີບ​ໂຕ​ຂອງ​ເສດ​ຖະກິດ​ໂລກ

6:ມີ​ຜົນ​ດີ​ຕໍ່​ການ​ເຂົ້າ​ຮ່ວມ​ຂະ​ບວນການ​ຕັດສິນຂໍ້​ກຳນົດ​ລະບຽບ​ການການ​ຄ້າ​ສາກົນ​​ໃນສັດຕະວັດ​ທີ21​ໂດຍ​ກົງ,ຫຼີກ​ເວັ້ນບໍ່​ໃຫ້ມີ​ຜູ່​ອື່ນ​ຈັດ​ວາງຂໍ້​ກຳນົດ​ລະ ບຽບ​ການແລະ​ເຮັດ​ໃຫ້​ມີ​ສະພາບ​ທີ່​ບໍ່​ດີຕໍ່​ຈີນທີ່ຈຳ​ເປັນ​ຕ້ອງ​ຮັບ​ເອົາ​,​ແລ້ວ​ຮັກສາ​ສິດທິ​ປະ​ໂຫຍ​ດທີ່​ຊອບ​ທຳ.

  ຂໍ້​ບົກພ່ອງ: ການ​ເຂົ້າ​ສູ່​ອົງການ​ການ​ຄ້າ​ໂລກ​ກໍ່​ແມ່ນ​ສິ່ງ​ທ້າ​ທາຍ​ອັນ​ຂ້ຽວ​ຊາດ​ຕໍ່​ອຸດສາຫະກຳທີ່​ດ້ວຍ​ໂອກາດ​ຂອງ​ຈີນ. ຖ້າ​ບໍ່​ເລັ່ງລັດ​ບາດກ້າວ​ການ​ປະຕິ​ຮູບ,ອຸດສາຫະກຳ​ດັ່ງກ່າວ​ຈະ​ປະ​ເຊີນ​ກັບ​ຄວາມ​ອັນຕະລາຍທີ່​ຖືກ​ປະຖິ້ມ.ຄຽງ​ຄູ່​ກັບ​ການ​ເປີດ​ກວ້າງ​ຕະຫຼາດ​ຕື່ມ​ອີກ,ຂະ​ຫນາ​ດພາສີ​ໄດ້​ຜ່ອນຄາຍ​ລົງ,ຜະລິດ​ຕະພັນ ການ​ບໍລິການ​ແລະ​ການ​ລົງທຶນ​ຂອງ​ຕ່າງປະ​ເທດ​ອາດ​ຈະ​​ເຂົ້າສູ່ຕະຫຼາດ​ຈີນງ​ຫຼາຍຂຶ້ນ​ກວ່າ​ເ​ກົ່າ,ຜະລິດ​ຕະພັນ ວິ​ສາ​ຫະກິດ​ແລະ​ອຸດສາຫະກຳ​ຈຳຂອງ​ຈີນຈຳ​ນວນ​ຫນຶ່ງກໍ່​ຈະ​ປະ​​​ເຊີນ​ກັບ​ຄວາມ​ແຂ່ງ​ຂັນກັນ​ຢ່າງ​ດຸ​​ເດືອດກວ່າ​ເກົ່າ.