ການສະ​ແດງ​ຜົນສຳ​ເລັດ

(GMT+08:00) 2012-10-26 15:06:52     cri
  ການ​ເຂົ້າ​​ເປັນ​ປ​ະ​ເທດ​ສະ​ມາ​ຊິກ​ຂອງ​ອົງການ​ການ​ຄ້າ​ໂລກ​ຄົບຮອບ10ປີ​ແມ່ນ10 ປີ​ທີ່​ການ​ຄ້າ​ກັບ​ຕ່າງປະ​ເທດ​ຂອງ​ຈີນ​ພັດທະນາ​ແບບ​ກ້າວ​ກະ​ໂດດ,​ແມ່ນ​10ປີ​ທີ່​ຈີນ​ຕັ້ງຫນ້າ​ເຂົ້າ​ຮ່ວມ​​ເສດຖະກິດ​ໂລກາ​ພິວັດ,ຍົກ​ລະດັບ​ການ​ດຶງ​ດູດ​ທຶນຕ່າງປະ​ເທດ​ໃຫ້​ສູງ​ຂຶ້ນ​ຢ່າ​ງບໍ່​ຢຸດ​ຢັ້ງ,​ເລັ່ງລັດ​ບາດກ້າວ​ການ​ຮ່ວມ​ມື​ເສດຖະກິດ​ຢູ່​ຕ່າງປະ​ເທດ​ໃຫ້​ໄວ​ຂຶ້ນ​ແລະ​ຮ໋ວມກັບ​ເສດຖະກິດ​ໂລກບັນລຸ​ການ​ພັດທະນາ​ພ້ອມ​ກັນ.

  ຜູ່​ຊ່ຽວຊານຈາກ​ກົມ​ສະຖິຕິ​ແຫ່ງ​ຊາດ​ກ່າວ​ວ່າ,​ເມື່ອ​ທົບ​ທວນ​ການ​ເຂົ້າ​ເປັນ​WTO​ໃນ​ໄລຍະ10ປີ​ມາ​ນີ້,ຜົນສຳ​ເລັດ​ຂອງ​ຈີນ​ທີ່​ໄດ້​ຮັບ​ນັ້ນ​ກ່ອນ​ອື່ນ​ສະ​ແດງອອກຢູ່​ບ່ອນ​ທີ່​ການ​ຄ້າ​ກັບ​ຕ່າງປະ​ເທດ​ບັນລຸ​ການ​ພັດທະນາ​ແບບ​ກ້າວ​ກະ​ໂດດ,ຂະ​ຫນາດ​ການ​ສົ່ງ​ອອກ​ຂອງ​ຈີນ​​ຜ່ານ​ໄປ​ 10 ປີກ້າວຂຶ້ນ​ເປັນອັນ​ດັບ​ທີ​ຫນຶ່ງ​ຂອງ​ໂລກ.ການ​ພັດທະນາ​ການ​ຄ້າ​ກັບ​ຕ່າງປະ​ເທດ​ແມ່ນ​ເນື້ອ​ໃນສຳຄັນ​ທີ່ເປັນ​ໃຈກາງ​ໃນ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ​ຂອງ​ຈີນ,​ແລະ​ກໍ່​ແມ່​ນຊ່ອງ​ທາງ​ສຳຄັນ​ທີ່​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ​ໃນ​ສາກົນ

  ​ໃນ10 ປີ​ມາ​ນີ້,ຈີນ​ໄດ້​ກຳ​ໂອກາດ​ຂອງ​​ເສດຖະກິດ​ຍຸກໂລກາ​ພິວັດ​ຢ່າງ​ແຫ​ນັ້ນຫນຽວ,ອອກ​ແຮງ​ແກ້​ໄຂ​ບັນຫາ​ພົ້ນ​ເດັ່ນ​ທີ່​ເກີດ​ຂຶ້ນ​ໃນ​ການ​ຄ້າ​ກັບ​ຕ່າງປະ​ເທດ,ຂະຫນາດ​ການ​ຄ້າ​ກັບ​ຕ່າງປະ​ເທດ​ໄດ້​ເປີດ​ກວ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ,ຄຸນ​ນະພາ​ບຂອງ​ການ​ຄ້າ​ກັບ​ຕ່າງປະ​ເທດ​ກໍ່​ຍົກ​ສູງ​ຂຶ້ນ​​ເລື້​ອຍໆ​ເຊັ່ນ​ດຽວ​ກັນ.

  ​ໃນ​ຂະນະ​ທີ່​ກາ​ນຄ້າ​ກັບ​ຕ່າງປະ​ເທດ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ,ສະພາບ​ການ​ດຸ່ນດ່ຽງ​ກັນ​ທາງ​ດ້ານ​ການ​ຄ້າກໍ່​ໄດ້​​ພັດທະນາ​ຈາກການ​ໄດ້​ປຽບ​ດຸນ​ການ​ຄ້າ​ໄປ​ການ​ເປີດ​ກວ້າງ​ຄວາມ​ດຸ່ນດ່ຽງ​ກັນ​ເທື່ອ​ລະກ້າວ.

  ​ໃນ10 ປີຜ່ານມາ,ຈີນ​ໄດ້​ປະຕິບັດ​ໃຫ້​ຄຳ​ຫມັ້ນ​ສັນຍາ​ການ​ເປີດ​ກວ້າງ​ຕະຫຼາດ​ຂອງ​ພາຍ​ໃນ​ປະ​ເທດ​ຢ່າງ​ຈິງ​ຈັງ,ພາສີ​ທີ່​ສະ​ເລ່ຍຕາມ​ຫົວ​ຄົນ​ໄດ້​ຫຼຸດຈາກ15,3% ​ໃນປີ2001 ມາເປັນ9,8%,​ແລະ​ເຮັດ​ໃຫ້ການ​ຄຸ້ມ​ຄອງ​ການ​ນຳ​ເຂົ້າ​ສະດວກ​ຂຶ້ນກວ່າ​ເກົ່າ,​ປັບປຸງ​ລະບົບ​ການ​ຊຸກຍູ້​ການນຳ​ເຂົ້າ​ໃຫ້​ດີ​ຂຶ້ນ​ຕື່ມ​ອີກທັງຍົກ​ລະດັບ​ການສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ຄ້າ​ຕື່ມ​ອີກ,ຍົກ​ເລີກ​ການ​ຄຸ້ມ​ຄອງ​ໂກ​ຕາ​ການ​ນຳ​ເຂົ້າ​ໃນ​ຂັ້ນ​ພຶ້ນຖານ.

 ​​ໃນ10ປີ​ມາ​ນີ້,​ເວົ້າ​ລວມ​ແລ້ວ,ຈີນ​ໄດ້​ດຶງ​ດູດ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງ ປະ​ເທດ​​ສູງ​ເຖິງ653 ຕື້ 140 ລ້ານ​ໂດ​ລາ,​ເຕີບ​​ໂຕ​ທີ່​ສະ​ເລ່ຍຕາມ​ຫົວ​ຄົນ​ໄດ້​ມີ​ເຖິງ 9,5% ຕໍ່​ປີ. ຈາກ​ອັນ​ດັບ​ທີ4 ​ໃນ​ 10 ປີ​ກ່ອນເພີ່ມ​ຂຶ້ນ​ເປັນອັນ​ດັບ​ສອງ​ຂອງ​ໂລກ​​ໃນ​ປະຈຸ​ບັນ ,​ແລະ​ເປັນ​ອັນ​ດັບ​ຫນຶ່ງ​ຂອງ​ປະ​ເທດ​ທີ່​ພວມ​ພັດທະນາ​ໃນ 18 ປີ​ລຽນຕິດ.

ການ​ເຂົ້າ​ເປັນ​ປະ​ເທດ​ສະມາຊິກ​ຂອງWTOມາ​ເປັນ​ເວລາ10 ປີ​ແມ່ນ​ໄລຍະ​ທີ່​ເສດຖະກິດ​ຈີນ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ​ທີ່​ສຸດ,ລວ​ມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ຫຼືGDP ຂອງ​ຈີນ​ທີ່​ສະ​ເລ່ຍຕາມ​ຫົວ​ຄົນ​ໃນ​ປີ2001​ໄດ້​ບັນລຸ​ເຖິງ8622 ຢວນ.

​ໃນ​ລະຫວ່າງ10ປີ, GDP ຂອງ​ຈີນ​​ທີ່​ສະ​ເລ່ຍຕາມ​ຫົວ​ຄົນ​ໄດ້​ເພີ່ມ​ຂຶ້ນ10,5%,ການ​ເຂົ້າ​ເປັນສະມາຊິກ​ອົງການ​ການ​ຄ້າ​ໂລກ​,ຈີນ​ແມ່ນ​ປະ​ເທດ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ,​ແມ່ນ​ຜົນ​ປະ​ໂຫຍ​ດທີ່​ເຂົ້າ​ຮ່ວມ​ໂລກາ​ພິວັດ,ການ​ທີ່​ຈີນ​ເຂົ້າ​ເປັນ​ປະ​ເທດ​ສະມາຊິກ​ຂອງWTO ​ແມ່ນ​ການ​ຕັດສິນນະ​ໂຍບາຍ​ທີ່​ສະຫຼາດ​ສ່ອງ​ໄສ​ແລະ​ຖືກຕ້ອງ.

​ໃນ​ຂະນະ​ທີ່​ສະຫຼຸບ​ຜົນສຳ​ເລັດ​ໃນ 10 ປີ​ມາ​ນີ້,ກໍ່​ຄວນ​ສັງ​ເກດ​​ເຫັນ​ບັນຫາ,​ຈັດ​ບັນຫາ​ເຫຼົ່າ​ນີ້​​ເຂົ້າ​ໃນ​ເນື້ອ​ໃນ​ສຳຄັນ​ທີ່​ປ່ຽນ​ແປງ​ຮູບ​ການພັດທະນາ​ເສດຖະກິດ​ແລະ​ປະຕິບັດ​ການ​ສັບ​ຊ້ອນ​​ໂຄງ​ປະກອບ​ເສດຖະກິດ​ທີ່​ມີ​ລັກສະ ນະ​ຍຸດ​ທະ​ສາດ​ໃນ​ໄລຍະ​ປະຕິບັດ"​ແຜນການພັດທະນາ​ເສດຖະກິ​ດສັງຄົມ5 ປີ​ຄັ້ງ​ທີ12".ຖ້າ​ເຮັດ​ວຽກ​ງານ​ໃນ​ດ້ານ​ນີ້​ໄດ້​ດີ,ກໍ່​ເຊື່ອ​ວ່າ​ເສດຖະກິດ​ຈີນ​ແນ່ນອນ​ຈະ​ມີ​ການ​ເຕີບ​ໃຫຍ່​ຂະຫຍາຍ​ນຕົວຫຼາຍ​ກວ່າ​ເກົ່າ​ໃຫຍ່​ຫຼວງກວ່າ​ເກົ່າບົນ​ພຶ້ນຖ້ານ​ທີ່​ເຂົ້າ​ເປັນ​ປະ​ເທດ​ສະ​ມາ​ຊິກ​ຂອງWTO .