ເປັນ​ຫຍັງສາທາລະນະ​ລັດ​ປະຊາຊົນ​ປະ​ຊາ​ທິປະ​ໄຕ​ລາວຈຶ່ງ​ຂໍເຂົ້າ​ເປັນ​ປະ​ເທດ​ສະມາຊິກ​ຂອງWTO?

(GMT+08:00) 2012-10-26 15:10:38     cri
ຫຼັງ​ຈາກ​ເຂົ້າ​ເປັນ​ປະ​ເທດ​ສະມາຊິກ ຂອງWTO​ແລ້ວ,ກໍ່​ເຫມືອນ​ດັ່ງ​ເຂົ້າ​ເປັນ​ສະມາຊິກ​ຂອງ​ສະ​ໂມ​ສອນ​ຕ່າງໆ,ສະມາຊິກ​​ຍ່ອມ​ຈະ​ໄດ້​ຮັບ​ສະຫວັດດີ​ການ​ຈາກWTO,​ແຕ່​ພ້ອມ​ກັນ​ນັ້ນ​ກໍ່​​ຈະ​ໄດ້​ປະກອບຕົ້ນ​ທຶນ​ຈຳນວນ​ຫນຶ່ງ.ຖ້າ​ໄດ້​ຮັບ​ສິດ​ຈາກWTO,ກໍ່​ຫມາຍ​ຄວາມ​ວ່າ​ຕ້ອງ​ຫາບ​ແບກ​ພັນທະ​ທີ່​ສົມ​ຄູ່​ກັນ.ຫຼັງ​ຈາກ​ໄດ້​ຮັບ​ໂອກາດ​ໃຫມ່​ແລ້ວ,ກໍ່​ຍ່ອມ​ຈະ​ປະ​ເຊີນ​ຫນ້າ​ກັບ​ສິ່ງ​ທ້າ​ທາຍ​ໃຫມ່​ຈາກ​ດ້ານ​ນີ້.ຍ້ອນ​ຜົນ​ປະ​ໂຫຍດຫຼາຍ​ກວ່າ​ຂໍ້​ບົກພ່ອງ​ຫຼັງ​ຈາກ​ເຂົ້າ​ເປັນ​ປະ​ເທດ​ສະ​ມາ​ຊິກ ຂອງWTO​,ປະ​ເທດ​ສ່ວນ​ຫຼາຍ​​ໃນ​ທົ່ວ​ໂລກ​ໄດ້​ເຂົ້າຫຼື​ພວມ​ພະຍາຍາມ​ຂໍ​ເຂົ້າເປັນ​ປະ​ເທດ​ສະ​ມາ​ຊິກ​ຂອງWTO.  ຫຼັງ​ຈາກ​ປະ​ເທດ​ຫນຶ່ງ​ເຂົ້າ​ສູ່WTO​ແລ້ວ,ນັກ​ທຸລະ​ກິດ​ດ້ານການ​ຜະລິດ​ແລະ​ການ​ຄ້າ​ຂອງ​ປະ​ເທດ​ດັ່ງກ່າວ​ສາມາດ​​ຮັບ​ຜົນ​ປະ​ໂຫຍ​ດລະອຽດ​ໃນ4 ດ້ານ​ດັ່ງ​ນີ້:

1:ຈະ​​ໄດ້​ຮັບ​ການ​ປົກ​ປ້ອງ​ສິດ​ຜ່ານ​ແດນຈາກWTOຫຼາຍ​ກວ່າ​ເກົ່າ​ແລະ​ປອດ​ໄພ​ກວ່າ​ເກົ່າ,​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ແລະຄວາມ​ວິວາດ​ກັນ​ທາງ​ດ້ານ​ການ​ຄ້າ;

2: ສ່ົງ​ສິນຄ້າ​ໄປ​ສູ່​ຕະຫຼາດ​ຂອງ​ຕ່າງປະ​ເທດ​ໂດຍທີ່​ບໍ່​ມີກ​ຈຳ​ແນ​ກ​ຢ່າງ​ຂະຫນາດ​ໃຫຍ່​ກວ່າ​ເກົ່າ ປອດ​ໄພ​ກວ່າ​ເກົ່າ;

3: ​ແກ້​ໄຂ​ຄວາມ​ວິວາດກັນ​ທາງ​ດ້ານ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ;

4: ປະຕິບັດ​ນະ​ໂຍບາຍ​ດ້ານ​ເສ​ດຖະກິດ​ຢ່າງ​ຫມັ້ນ​ທ່ຽງ​ຕໍ່ປະ​ເທ​ດສະ ມາຊິກ​ແລະ​ຫຼີກ​ລຽງ​ໃຫ້​ລັດທິ​ປົກ​ປ້ອງ​ທ້ອງ​ຖິ່ນ​ມີ​ຂໍ້​ກຳນົດ​ຢ່າງ​ເຂັ້ມງວດ​ກວ່າ​ເກົ່າ;

​ເຫມືອນ​ດັ່ງ​ສະ​ໂມ​ສອນ​ທັງ​ຫມົດ​ທີ່​ມີ​ຄູນ​ຄ່າ, WTO​ໄດ້​ວາງ​ຂໍ້​ກຳນົດ​​ເພື່ອໃຫ້​ປະ​ເທດ​ສະມາຊິກ​ທັງ​ຫມົດ​ປະຕິບັດ​ຕາມ,ຕອບ​ສະຫນອງ​ເງື່ອນ​ໄຂທີ່​ອະ ນຸຍາດ​ເຂົ້າສູ່​ອົງການ​ດັ່ງກ່າວ,ຖ້າ​ສາມາດ​ປະຕິບັດ​ລະບຽບ​ການ​ແລ້ວ​ຈື່ງ​ສາມາດ​ເຂົ້າ​ສູ່WTO.​ ​ເພື່ອ​ຮັບ​ຄຸນ​ວຸດ​ທິ​ເຂົ້າ​ເປັນ​ອົງການ​ນີ້,ສ.ປ.ປລາວ​ໄດ້​ທຳ​ຄວາມ​ພະຍາຍາມ​ຢ່າງຫມັ້ນ​ແກ່ນ.

​ພາຍໃຕ້​ລະບົບ​ແຜນການ​ທາງ​ດ້ານ​ເສດຖະກິດ,ການ​ຄ້າ​ສາກົນ​ຂອງ​ລາວ​ໄດ້​ຖືກ​ລັດຖະບານ​ຄຸ້ມຄອງ​ຕະຫຼອດ​ມາ.​ໃນ​ໄລຍະ​ນີ້,ປະ​ເທດ​ຄູ່ການ​ຄ້າສຳຄັນ ຂອງ​ສ.ປ.ປລາວ​​ແມ່ນ​ປະ​ເທດ​ສັງຄົມ​ນິຍົມ.ປີ1986,ລາວ​​ໄດ້​ປ່ຽ​ນ​ແປງຈາກ​​ເສດຖະກິດ​​ແຜນການ​​ໄປ​ສູ່​ເສດຖະກິດ​ຕະຫຼາດ.​ເດືອນ​ພະຈິກ​2004,ລາວ​ໄດ້​ຖືກ​ອາ​ເມ​ລິ​ກາ​ມອບ​ໃຫ້​ຖານະ​ການ​ພົວພັນ​ການ​ຄ້າ​ຕາມປົກ ກະຕິ.ປີ1997, ລາວ​ໄດ້​ສະ​ເຫ​ນີ​ຄຳ​ຮ້ອງ​ຂໍ​ທີ່​ເຂົ້າ​ເປັນ​ປະ​ເທດ​ສະມາຊິກຂອງ WTO,​ໃນ​ຫຼາຍ​ປີຜ່ານມາ,ລາວ​ໄດ້​ສົ່ງ​ຄະນະ​ຜູ່​ແທນ​ປຶກສາ​ຫາລື​ກັບຫຼາຍ​ປະ​ເທດ​ສະມາຊິກ ຂອງWTO​ກ່ຽວ​ກັບ​ສັນຍາ​ການ​ຄ້າ​ສອງ​ຝ່າຍ​ແລະ​​ໄດ້​ເຊັນ​ສັນ​ຍ່ກັບ​ອົງການ​ຕ່າງໆ​​ເຊັ່ນ​ສະຫະພາບ​ເອີ​ລົບ​ຫຼືEUແລະ​ອື່ນໆກ່ຽວ​ກັບ​ການອະ ນຸຍາດ​ການ​ເປີດ​ກວ້າງຕະຫຼາດ​ການ​ຄ້າ​ຂອງ​ສິນຄ້າ.​ແຕ່​ວ່າ,ຍ້ອນ​ບັນຫາ​ຕ່າງໆ​​ເຊັ່ນ:ຂໍ້ກຳນົດ​ກົດ​ຫມາຍ​ທີ່​ກ່ຽວຂ້ອງ,ມາດຖານ​ການ​ຄ້າ ສິດ​ຊັບ​ສິນ​ທາງ​ປັນຍາ​ ດ່ານ​ພາສີ​ແລະ​ອື່ນໆ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນມາ​ຕະຫຼອດ,​ເສັ້ນທາງ​ຂອງ​ສ.ປ.ປລາວ​ທີ່ເຂົ້າ​ເປັນ​ປະ​ເທດ​ສະມາຊິກ​ຂອງWTOກໍ່​ໄດ້​ໃຊ້​​ເປັນ​ເວລາ15ປີ.ການ​ຕັ້ງຫນ້າ​ຮ້ອງ​ຂໍ​ເຂົ້າ​ເປັນ​ອົງການ​ການ​ຄ້າ​ໂລກນັ້ນ​ໄດ້​ສະ​ເດ​ງ​ໃຫ້​ເຫັນ​ເຖິງ​ຄວາມ​ມຸ້ງ​ມາດ​ປາຖະຫນາ​ຂອງ​ລາວ​ທີ່​ເຊື່ອມ​ໂຍງ​​ເຂົ້າກັນ​ກັບ​ເສດຖະກິດ​ໂລກ​ຢ່າງ​ເຕັມ​ສ່ວນ​ກວ່າ​ເກົ່າ.ຫຼັງ​ຈາກ​ເຂົ້າ​ສູ່WTOຢ່າງ​ສຳ​ເລັດ​ຜົນ​ແລ້ວ,ລາວ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຕ່າງໆ,​ແຕ່​ກໍ່​ຄວນ​ຮັບ​ຮູ້​ເຖິງ​ໂອກາດ​ແລະ​ສິ່ງ​ທ້າ​ທ້າຍຢູ່​ຮ່ວມ​ກັນ.