ສ.ປ.ປລາວ​ເຂົ້າ​ສູ່ອົງການWTOນັ້ນ​ຈະ​ປະ​ເຊີນ​ຫນ້າ​ກັບ​ໂອກາດ​ໃຫມ່​ແນວ​ໃດ?

(GMT+08:00) 2012-10-26 15:12:03     cri
ພາກສ່ວນ​ປະກອບ​ສຳຄັນ​ຂອງ​ລາວ​ທີ່​ເຂົ້າ​ສູ່WTOກໍ່​ແມ່ນ​ການ​ທີ່​ກ່ຽວ​ຂ້ອງ​ກັບ​ລາວ​ຈະ​ເສຍ​ຖານະ​ທີ່​ເປັນ​ປະ​ເທດ​ບໍ່​ແມ່ນ​ເສດຖະກິດ​ຕະຫຼາດ​ໃນ​ປະຈຸ​ບັນ,​ແລະ​ຮັບປະກັນ​ໃຫ້​ປະ​ເທດ​ສະ​ມາ​ຊິກ​ສຳຄັນທັງ​ຫມົດ​ຂອງ​ອົງການ​ການ​ຄ້າ​ໂລກອະນຸດ​ຍາດ​ໃຫ້​ລາວ​ເຂົ້າ​ເປັນ​ປະ​ເທດ​ສະມາຊິກ ຂອງWTO.ສອງດ້ານ​ນີ້​ລ້ວນ​ແຕ່​ແມ່ນ​ສຳຄັນ​ທີ່​ສຸດ. ຖ້າ​ບໍ່​ແມ່ນ​ແບບ​ນີ້,ປະ​ເທດ​ສະມາຊິກ ຂອງWTO​ເຊັ່ນ​ອາ​ເມ​ລິ​ກາ​ຫຼື​ສະຫະພາບ​ເອີ​ລົບ​​ເປັນ​ຕົ້ນ​ສາມາດ​ສືບ​ຕໍ່​ຮ້ອງ​ຂໍ​ມາດ​ຕະການ​ຄ້ຳປະກັນ​ທີ່​ມີ​ລັກສະນະ​ເລືອກ​ເຟັ້ນ,​ເກັບ​ພາສີ​ຕ້ານ​ຂາຍ​ເລ​​ແບບ​ການ​ປັບ​ໄຫມ​ລົງ​ໂທດ,​ເພື່ອ​ກີດຂວາງ​ບໍ່​ໃຫ້​ຊື້​ຜະລິດ ຕະພັນ​ຈາກ​ລາວ.