ການ​ທີ່​ເຂົ້າ​​ສູ່​ອົງການWTOນັ້ນ​ສຳລັບ​ລາວ​ໂດຍ​ສະ​ເພາະ​ແມ່ນ​ການ​ພັດທະນາ​ກະສິກຳ​ແລະ​ຊົນນະບົດ​ມີ​ຜົນ​ດີ​ແນວ​ໃດ?

(GMT+08:00) 2012-10-26 15:13:50     cri
ຖ້າ​ລາວ​​ໃຊ້​ໂອກາດ​ເທື່ອ​ນີ້,ຖື​ວັດຖຸປະສົງທີ່​ອົງການWTO​ເປີດ​ກວ້າງ​ຕະຫຼາດ,​ປະຕິບັດ​ຕາມຂໍ້​ກຳນົດຂອງWTO,ຈະ​ສາມາດ​ຮູ້ຢ່າງ​ຈະ​ແຈ້ງ​ເຖິງ​ການ​ປ່ຽນ​ແປງ​ຂອງ​ເສດຖະກິດ​ສັງຄົມ​ຄື:

(1): ການ​ເຕີບ​ໂຕຂອງ​ເສດຖະກິດ​ຈະ​ຮັກສາ​ຢູ່​ໃນ​ລະດັບ​ສູງ​ກວ່າ​ເກົ່າ,ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ສາທາລະນະ​ຈະ​ເພີ່ມ​ທະວີ​ແລະ​ປັບ​ປູ​ງ​ໃຫ້​ດີ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ​ເຊັ່ນ​ດຽວ​ກັນ.

(2):ຂະ​ຫນາດການ​ຜະລິດ​ດ້ານ​ກະສິກຳ​ຈະ​ຂະຫຍາຍ​ກວ້າງ​ອອກ,ວິ​ສາ​ຫະກິດ​​ໂດຍ​ລວມດ້ານ​ກະສິກຳ​ທີ່​ກ່ຽວຂ້ອງແລະ​ການ​ບໍລິການ​ອື່ນ​ໆ​ຈະ​ໄດ້​ຮັບ​ການ​ພັດທ​ະນາຢ່າງ​ວ່ອງ​ໄວ,ຊາວ​ກະສິກຳ​ຈະ​​ໄດ້ຮັບ​ໂອກາດ​ເພີ່ມ​ການ​ຜະລິດ​​ແລ​ະລາຍ​ໄດ້ໃຫ້​ຫຼາຍ​ຂຶ້ນ.

(3)ຜົນ​ຜະລິດ​ຕະພັນກການ​ນຳ​ເຂົ້າທັນຍາ​ຫານ​ໄດ້​ເພີ່ມ​ຫຼາຍ​ຂຶ້ນ,ຄວາມ​ປອດ​ໄພ​ດ້ານ​ອາຫານ​ຈະ​ເພີ່​ມທະວີ​ຕື່ມ​ອີກ,ລະດັບການ​ອາ​ໄສ​ການ​ສົ່ງ​ອອກ​ຂອງ​ເຂົ້ານາ​ຈະ​ເພີ່ມ​ຫຼາຍ​ຂຶ້ນ.

(4)​ໂອກາດ​ວຽກ​ເຮັດ​ງານ​ທຳຈະ​ເພີ່ມ​ຫຼາຍ​ຂຶ້ນ,ສະພາບ​ການ​ຫຍຸ້ງຍາກ​ຈະ​ໄດ້​ຮັບ​ການ​ຜ່ອນຄາຍ​ລົງ,ຄຽງ​ຄູ່​ກັບ​ການຈັດ​ຕັ້ງ​ປະຕິບັດ​ນະ​ໂຍບ​າຍທີ່​ເປີດ​ກວ້າງ​ກວ່າ​ເກົ່າ,ຮູບ​ການ​​ແບ່ງປັນ​ລາຍ​ໄດ້​ທີ່​ຍຸດຕິ​ທຳ​ກວ່າ​ເກົ່າ​ຈະ​ເກີດ​ຂຶ້ນ​ຕາມ​​ເວລາ​ທີ່​ຜ່ານ​ໄປ.

(5)ລາຍ​ຮັບ​ການ​ເງິນຂອງ​ລັດຖະບານ​ຈະ​ເພີ່ມ​ຫຼາຍ​ຂຶ້ນ​ແລະ​ອື່ນໆ