ຫລາຍ​ບໍລິສັດ​ໃນ​ອາຊີ-​ເອີ​ຣົບ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ພາກ​ທຸລະ​ກິດ​ຄັ້ງ​ທີ 13

(GMT+08:00) 2012-10-26 16:04:16     cri
​ໃນ​ວັນ​ທີ 25 ຕຸລາ​ນີ້ ທ່ານ​ ໂອ​ເດດ ​ສຸວັນນະ​ວົງ ຮອງ​ປະທານ​ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ​ໄດ້​ຕາງໜ້າ​ຄະນະ​ກຳມະການ​ກະກຽມ​ກອງ​ປະຊຸມພາກ​ທຸລະ​ກິດ ອາຊີ-​ເອີຣົບຄັ້ງ​ທີ 13 ​ແຈ້ງ​ໃຫ້​ຊາບວ່າ: ໃນ​ວັນ​ທີ 3-5 ພະຈິກທີ່​ຈະ​ມາ​ເຖິງ​ນີ້​ຢູ່​ນະຄອນຫລວງ​ວຽງ​ຈັນ ຈະ​ໄດ້​ມີ​ການ​ຈັດ​ກອງ​ປະຊຸມ​ພາກ​ທຸລະ​ກິດ ອາຊີ-​ເອີຣົບ ຄັ້ງ​ທີ 13 ​ໂດຍ ສປປ ລາວ​ຈະ​ໄດ້​ເປັນ​ເຈົ້າພາບ​ໃນ​ການ​ຈັດ​ກອງ​ປະຊຸ​ມ​ໃນ​ຄັ້ງ​ນີ້ ຊຶ່ງ​ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຈະ​ມີ​ປະມານ 300 ກວ່າ​ຄົນ​ໃນ​ທົ່ວ​ໂລກ, ​ໃນ​ນັ້ນ ມີ​ບັນດາ​ບໍລິສັດປະມານ 200 ກວ່າ​ບໍລິສັດ​ທັງ​ໃນ​ອາຊີ​ ແລະ ​ເອີຣົບ ​ໃຫ້​ຄວາມ​ສົນ​ໃຈ​ເຂົ້າ​ຮ່ວມ

​ ທ່ານ​ກ່າວ​ວ່າ: ມາ​ຮອດ​ປັດຈຸບັນ​ການ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ດັ່ງກ່າວ ​ແມ່ນ​ມີ​ຄວາມ​ພ້ອມ​ຫລາຍ​ກວ່າ 90% ​ແລ້ວ ​ແລະ ​ສຳລັບເນື້ອ​ໃນ​ທີ່​ກະກຽມ​ສະ​ເໜີ​ຕໍ່​ກອງ​ປະຊຸ​ມ​ແມ່ນ​ສຳ​ເລັດ​ແລ້ວ, ​ໃນ​ນັ້ນ​ຈະ​ເວົ້າ​ເຖິງ​ສະພາບ​ເສ​ດຖະກິດ​ຂອງ​​ໂລກ, ການ​ຮ່ວມ​ມື​ດ້າ​ນເສ​ດຖະກິດ, ຄວາມ​ຄືບ​ໜ້າ​ໃນ​ການ​ຊອກ​ຫາ​ວິທີ​ການ​ແກ້​ໄຂ​ວິ​ກິດ​ການ​ຂອງ​ໂລກ, ການ​ແລກປ່ຽນ​ການ​ຄ້າ​ການ​ລົງທຶນ ​​ໂດຍ​ເລັ່ງ​ໃສ່​ພາກ​ພື້ນ​ແມ່​ນ້ຳຂອງ ນອກ​ນັ້ນ ຈະໄດ້​ເວົ້າ​​ເຖິງ​ສະພາບ​ການ​ທາງ​ການ​ເງີ​ນການ​ຊອກ​ຫາ​ແຫ​ລ່ງ ລົງທຶນ​ ເພື່ອ​ມາ​ພັດທະນາ​ປະ​ເທດ​ຊາດ ​ແລະ ການ​ຮ່ວມ​ມື​ຈາກ​ລັດ ​ແລະ ​ເອກະ​ຊົນ​ເພື່ອ​ຊອກ​ຫາ​ແຫ​ລ່ງທຶນ ​​ແລະ ມີ​ເນື້ອ​ໃນ​ກ່ຽວ​ກັບ​ໜ້າ​ທີ​ບໍລິສັດ​ທຸລະ​ກິດ​ຕ່າງໆ​ຕໍ່​ສັງຄົມ, ສິ່ງ​ແວດ​ລ້ອມ ​ໂດຍ​ແຍກ​ເປັນ​ບັນຫາ​ຍ່ອຍ​ທີ່​ຈະ​ປຶກສາ​ຫາລື​ເປັນ​ຕົ້ນ​ແມ່ນ​ກ່ຽວ​ກັບ​ທຸລະ​ກິດ, ສະພາບ​ແວດ​ລ້ອມ ​ແລະ ຕ້ານ​ໄພ​ອຶດ​ຫິວ​ຢູ່​​ໃນ​​ໂລກ