ນັກທຸລະກິດ​ໜຸ່ມ​ລາວ​ກຽມ​ໂຕ​ຕ້ອນຮັບ​ລາວ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ(ສຽງ)

(GMT+08:00) 2012-10-26 16:30:24     cri








ເສັ້ນທາງກ້າວ​ເຂົ້າ​ສູ່​ການ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ​ຂອງ ສປປ ລາວ ຖື​ວ່າ​ນັບ​ມື້​ນັບ​​​ໃກ້ເຕັມທີ​ແລ້ວ, ວັນ​ທີ 26 ຕຸ​ລານີ້, ສປປລາວ​ຈະ​ໄດ້​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ​ຢ່າງ​ເປັນ​ທາງ​ການ. ປະຈຸ​ບັນ, ຂະ​ແໜງ​ການ​ຕ່າງໆ, ​ແລະ​ວິ​ສາ​ຫະກິດ​ລາວ​ຕ່າງໆ​ໄດ້​ກຽມພ້ອມ​ເປັນ​ແນວ​ໃດ​ແລ້ວ, ຂໍ​ເຊີນ​ທ່ານ​ຕິດຕາມ​ນັກ​ຂ່າວCRI ​ໄປ​ຊອກ​ຫາ​ຄຳ​ຕອບ​ຈາກ ​ນາງວາລີ ​ເວດ​ສະ​ພົງ ກຳມະການ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊາວໜຸ່ມປະຊາຊົນ​ປະຕິວັດ​ລາວ, ປະທານ​ສະມາຄົມ​ນັກທຸລະກິດໜຸ່ມ​ແຫ່ງ​ຊາດ​ລາວ.
 ​  ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​CRI, ນາງ​ວາລີ ​ເວດ​ສະ​ພົງ​ກ່າວ​ວ່າ, ການ​ເຂົ້າ​ເປັນ​ສະມາຊິກWTOນັ້ນ​ຈະ​ເປັນ​ກາລະ​ໂອກາດ​ທີ່​ດີທັງ​ຈະ​ສ້າງ​ສິ່ງ​ທ້າ​ທາຍ​ຫຼາຍ​ດ້ານ​ສຳລັບນັກທຸລະກິດ​ລາວ​ເຊິ່ງລວມທັງ​ນັກ​ທຸລະ​ກິດ​ໜຸ່ມ. ນາງ​ວາລີກ່າວ​ວ່າ:

 ​​ໃນ​ນາມສະມາຄົມ​ນັກທຸລະກິດໜຸ່ມລາວ ​ພາວະ​ທີ​ໂລກ​ມີ​ການ​ເຊື່ອມ​ໂຍງ​ເສດຖະ ກິດ​ເຂົ້າ​ຫາ​ກັນ​ນີ້, ເຫັນ​ວ່າ​: ມີ​ສິ່ງ​ທ້າ​ທາຍ ​ແລະ ກາລະ​ໂອກາດ​ໄປ​ພ້ອມໆກັນ ສິ່ງ​ທີ່​ທ້າ​ທາຍ​ກໍ່​ຄື​ການກຽມ​ໂຕ​ຂອງ​ນັກທຸລະກິດໜຸ່ມລາວ​ນີ້ ຕ້ອງ​ໄດ້​ຍົກ​ລະດັບ​ລະບົບ​ການ​ບໍລິຫານ​ແບບ​ມື​ອາຊີບ ຊອກ​ຫາ​ວິທີ​ຕິດ​ຕໍ່​ພົວພັນ​ກັບ​ຕ່າງປະ​ເທດ, ພວກ​ເຮົາ​ຍັງ​ມີ​ຈຸດ​ດ້ອຍຫຼາຍໆຢ່າງ ບໍ່​ວ່າ​ຈະ​ເປັນ​ກຳລັງ​ທຶນ, ກຳລັງຄົນ ດັ່ງ​ນັ້ນ, ບັນດາ​ນັກທຸລະກິດໜຸ່ມລາວ ຕ້ອງ​ໄດ້​ມີ​ການ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ, ມີ​ການ​ແລກປ່ຽນທັດສະນະ​ຄະຕິຕໍ່​ກັນ​ຂອງ​ບັນດາ​ນັກທຸລະກິດໜຸ່ມ.

    ​​ເພື່ອ​ເພີ່ມ​ຄວາມ​ສາມາດ​ແລະ​ຄວາມ​ຮູ້​ຂອງ​ວົງ​ການ​ຕ່າງໆ​ໃນ​ສັງຄົມ​ລາວ​ເຊິ່ງລວມທັງ​ນັກທຸລະກິດ, ​ລັດຖະບານ​ໄດ້​​ໃຊ້​ຮູບ​ການ​ຕ່າງໆ, ​ຕົວຢ່າງວ່າ, ງານ​ສຳ​ມະ​ນາ,​ຊຸດ​ອົບຮົມ​​ແລະ​ອື່ນໆ, ​ເພື່ອ​ເຮັດ​ໃຫ້​ປະຊາ​ຊົນມີ​ຄວາມ​ພ້ອມ​ໃນ​ການ​ຕ້ອນຮັບ​ການ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ. ​ໃນ​ນັ້ນ, ສະມາຄົມ​ນັກທຸລະກິດ​ໜຸ່ມ​ກໍ່​ມີ​ຄວ​າມ​ເປັນ​ເຈົ້າ​ການ​ໃນ​ການ​ຊອກ​ຮູ້​ກ່ຽວ​ກັບ​ກະຕິ​ກາ​ແລະ​ຄວາມ​ຮູ້​ທີ່ກ່ຽວຂ້ອງ​ກັບ​ອົງການ​ການ​ຄ້າ​ໂລກ, ນາງ​ວາລີ​ກ່າວ​ວ່າ​:

ລັດຖະບານ​ໄດ້​ໃຫ້​ນະ​​ໂຍບາຍ​ຕໍ່​ທຸລະ​ກິດ​ຂອງ​ພວກ​ເຮົາເປັນ​ລັກສະນະ​ລວມ ​, ຕົວ​ເຮົາ​ເອງ​ກໍ່​ຕ້ອງ​ໄດ້​ມີ​ການ​ຮັບ​ມື​ໄປ​ໃນ​ໂຕ. ​ທ່ານ​ຍັງ​ໄດ້​ສະ​ແດງ​ຄວາມ​ຍ້ອງຍໍ ຊົມ​ເຊີຍ​ທັງ​ພາກ​ລັດຖະບານ ​ໂດຍ​ສະ​ເພາະ​ໃນ​ພາກ​ສ່ວນ​ທີ່​ກ່ຽວຂ້ອງ ທີ່​ໄດ້​ມີ​ຄວາມ​ພະຍາຍາມ​ມາຫຼາຍປີ ​ໃນ​ການ​ເຈລະຈາ​ການ​ເຂົ້າ​ເປັນ​ສະ ມາຊິກ​ຂອງ​ອົງການ​ການ​ຄ້າ​ໂລກ ນີ້​ກໍ່​ເປັນ​ຜົນງານ​ອັນ​ຍິ່ງ​ໃຫຍ່​ຂອງ​ເພິ່ນ, ໃນນາມຕາງ ໜ້ານັກທຸລະກິດໜຸ່ມລາວທົ່ວປະເທດ, ຂ້າພະ​ເຈົ້າ ຂໍສະໜັບສະໜູນໃນການ ເຂົ້າເປັນສະ ມາຊິກຂອງອົງການການຄ້າໂລກຢ່າງສຸດຂີດ.
    ການ​​ເຂົ້າ​ເປັນ​ສະມາຊິກ​ຂອງ​ອົງການ​ການ​ຄ້າ​ໂລກ​ຈະ​ເປັນ​ທັງ​​ໂອກາດ​ພັດທະນາ​ແລະ​ສິ່ງ​ທ້າ​ທາຍ​ສຳລັບ​ການ​ດຳ​ເນີນ​ທຸລະ​ກິດ​ຂອງ​ນັກທຸລະກິດ​ລາວ.​ກ່ຽວກັບ​ເລື່ອງນີ້,​ ​ໃນ​ຖານະ​ເປັນ​ກຳລັງ​ແກ່ນ​ກາງ​ແລະ​ສ່ວນ​ປະກອບ​ອັນ​ສຳຄັນ​ໃນ​ການ​ພັດທະນາ​ເສດຖະກິດ​ຂອງ​ລາວ,​ ນັກທຸລະກິດ​ໜຸ່ມ​ໄດ້​ມີ​ການ​ກຽມ​ຕົວຢ່າງ​ພຽບພ້ອມ.​ນາງ​ວາລີ​ກ່າວ​ວ່າ,​ການ​ທີ່​ລາວ​ເ​ຂົ້າ​ເປັນ​ສະມາຊິກ​ຂອງ​ອົງການ​ການ​ຄ້າ​ໂລກ​ນັ້ນໝາຍຄວາມ​ວ່າ: ​ໃນ​ພາວະ​ປະຈຸ​ບັນ​ພວກ​ເຮົາ​ບໍ່​ສາມາດ​ຢູ່​ໂດດດ່ຽວ​ໄດ້ ​ໃນ​ການ​ພັດທະນາ​ປະ​ເທດ, ​ເສດຖະກິດ-ສັງຄົມ ລວມ​ເຖິງ​ວັດທະນາ​ທຳ​ການ​ເມືອງ​ຕ່າງໆ ດັ່ງ​ນັ້ນ, ລາວ​ຈຳ​ເປັນ​ຕ້ອງ​ໄດ້​ເຂົ້າ ​ແນ່​ນອນ​ເ​ມື່ອນັກ​ລົງທຶນ​ເຂົ້າ​ມາ ສິ່ງ​ທີ່​ເຂົາຮຽກຮ້ອງ​ ນອກຈາກ​ເລື່ອງ​ອື່ນໆ​ແລ້ວ ທີ່​ສຳຄັນ​ກໍ​ຄືເລື່ອງ​ສຸຂະພາບ ​ເຊິ່ງທຸລະ​ກິດ ​ເວດ​ສະ​ພົງ ຄຣີນິກ ​ເປັນ​ທຸລະ​ກິດໜື່ງທີ່​ຂ້າພະ​ເຈົ້າກຽມຮອງ​ຮັບ​ໂອກາດ​ນີ້ ພວກ​ເຮົາ​ໄດ້​ພະຍາຍາມ​ເຮັດ​ໃຫ້​ໄດ້​ມາດຕະຖານ ​ແລະ ​ໃຫ້​ເປັນ​ລະດັບ​ສາກົນ.

​ຄວາມ​ມຸ້ງ​ຫວັງ​ຂອງ​ການ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ​ຂອງ ສປປ ລາວ ປະສົມ​ຜົນສຳ​ເລັດ​ເມື່ອ​​ໃດ, ຈະ​ກາຍ​ເປັນ​ປັດ​ໃຈ​ອັນ​ສຳຄັນ​ໃນ​ການ​ພັດທະນາ​ເສດຖະກິດ​ຂອງ​ປະ​ເທດ​ຕາມ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ​ແລະ​ລັດ​ຖະບານ​ໃນ​ການ​ນຳ​ເອົາ​ປະ​ເທດ​ລາວ​ຫຼຸດພົ້ນ​ອອກ​ຈາກ​ປະ​ເທດ​ດ້ອຍ​ພັດທະນາ​ໃນ​ປີ 2020.