ສປປລາວ​ໄດ້​ຮັບການອະນຸມັດ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ

(GMT+08:00) 2012-10-26 22:49:44     cri

​ໃນ​ກອງ​ປະຊຸມ​ສະພາ​ມົນຕີ​ອົງການ​ການ​ຄ້າ​ໂລກ(WTO)ທີ່​ໄຂ​ຂຶ້ນ​ຢູ່​ນະຄອນ​ເຊີ​ແນວ​ຂອງ​ສວິສໃນ​ວັນ​ທີ 26 ຕຸລາ​ນີ້,​ໄດ້​ອະ​ນຸ​ມັດ​ຮັບ​ເອົາ​ສປປລາວ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ​ຢ່າງ​ເປັນ​ທາງ​ການ.

ຂ່າວ​ຈາກ​ແວັບ​ໄຊ​ທາງ​ການ​ຂອງ​ອົງການ​ການ​ຄ້າ​ໂລກ​ກ່າວ​ວ່າ,ທ່ານ​ນາມ ວິ​ຍະ​ເກດ, ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ​ແລະ​ການ​ຄ້າ​ລາວ​ກັບ​ທ່ານ​ບັສກາ ລາ​ມີ,ຜູ່ອຳນວຍ​ການ​ໃຫຍ່​ອົງການ​ການ​ຄ້າ​ໂລກ​ໄດ້​ຮ່ວມ​ກັນ​ລົງ​ນາມ​ໃນ​ສັນຍາ​ກ່ຽວ​ກັບ​ສປປລາວ​ເຂົ້າເປັນສະມາຊິກອົງການ​ການ​ຄ້າ​ໂລກ.ທ່ານ​ນາມ ວິ​ຍະ​ເກດ​ກ່າວ​ວ່າ, ທ່ານ​ມີ​ຄວາມ​ຫມັ້ນ​ໃຈ​ຕໍ່​ສະພາ​ແຫ່ງ​ຊາດ​ລາວ​ຈະ​ຜ່ານ​ຮັບຮອງ​ສັນຍາສະບັບນີ້ໃນ​ເດືອນ​ທັນວາ​ປີ​ນີ້.

ອີງ​ຕາມ​ສັນຍາ​ທີ່​ກ່ຽວຂ້ອງ, ​ໃນ​ດ້ານ​ການ​ຄ້າ​ສິນຄ້າ, ລາວໃຫ້ຄຳໝັ້ນສັນຍາ​ຈະຈຳກັດ​ອັດຕາ​ພາສີ​ທີ່​ປະຕິບັດ​ໃນ​ປະຈຸ​ບັນ,​ອັດຕາ​ພາສີ​ສະ​ເລ່ຍຂອງ​ສິນຄ້ານຳ​ເຂົ້າ​ທັງ​ຫມົດ​​ຢູ່​ໃນ 18,8%,​ໃນ​ນັ້ນ ອັດຕາ​ພາສີ​ສະ​ເລ່ຍຂອງ​ຜະລິດ​ຕະພັນ​ກະສິກຳ​ແມ່ນ 19,3%, ອັດຕາ​ພາສີ​ຂອງ​ຜະລິດ​ຕະພັນ​ອື່ນໆ​ສະ​ເລ່ຍ​ແລ້ວ​ແມ່ນ 18,7%.​ໃນ​ດ້ານ​ການ​ຄ້າການ​ບໍລິການ, ລາວ​ໃຫ້​ຄຳ​ຫມັ້ນສັນຍາ​ວ່າ​ຈະ​ເປີດ​ປະຕູ​ສູ່ພາຍ​ນອກ​ໃນ 10 ຂະ​ແຫນງ​ການ​ເຊິ່ງລວມທັງ 79 ຂະ​ແຫນງ​ການ​ສາຂາ.

ນັບ​ແຕ່​ຮ້ອງ​ຂໍ​ເຂົ້າ​​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ​ເມື່ອ​ປີ 1997 ​ເປັນຕົ້ນ​ມາ, ປະ​ເທດ​ລາວ​ໄດ້​ຕອບ​ຄຳ​ຖາມປະມານ 1300 ຂໍ້​ທີ່​ວາງ​ອອກ​ໂດຍ​ສະມາຊິກ​ອົງການ​ການ​ຄ້າ​ໂລກ​ຕ່າງໆ​ແລະ​ໄດ້​ເຊັນ​ສັນຍາ​ສອງ​ຝ່າຍກັບ 9 ສະມາຊິກ​ອົງການ​ການ​ຄ້າ​ໂລກ​ກ່ຽວ​ກັບ​ບັນຫາ​ທີ່ກ່ຽວຂ້ອງ​ຕ່າງໆ.