ທ່ານ​ຊິນ​ທະ​ໂຣ ອິຊິ​ຮະຣາຖືກ​ສື່ມວນ​ຊົນ​ຍີ່ປຸ່ນ​ຕິຕຽນ

(GMT+08:00) 2012-10-27 16:28:30     cri
ພາຍຫຼັງ​ທ່ານ​ຊິນ​ທະ​ໂຣ ອິຊິ​ຮະຣາ, ບຸກຄົນ​ທີ່​ເປັນຕົວ​ແທນ​ຂອງ​ຝ່າຍ​​ປີກຂວາ​ຍີ່ປຸ່ນ​​ລາ​ອອກ​ຈາກ​ຕຳ​ແໜ່​ງຜູ້​ວ່າກາ​ນນະຄອນຫຼວງ​ໂຕ​ກຽວ​ຢ່າງ​ກະທັນຫັນ​ໃນ​ວັນ​ທີ 25 ຕຸລາ​ນີ້​ແລະ​ກຽວ​ສ້າງ​ພັກ​​ໃໝ່​ແລ້ວ, ວັນ​ທີ 26 ຕຸລາ​ນີ້, ສື່​ມວນ​ຊົນ​ຍີ່ປຸ່ນ​ພາກັນ​ຕິຕຽນ​ເພິ່ນ​ກໍ່​ເລື່ອງ​ກໍ່​ລາວ​ໃນ​ບັນຫາ​ດິນ​ແດນ​ເພື່ອ​ສ້າງ​ທາງໃຫ້​ແກ່​ອະນາຄົດ​ທາງການ​ເມືອງ​ຂອງ​ຕົນ.

ໜັງສືພິມ​ອາຊາ​ຮິ​ຊິມບູນພິມ​ບົດ​ຄວາມ​ຂຽນ​ວ່າ, ທ່ານ​ອິຊິ​ຮະຣາປະກາດແຜນການ​ນະຄອນຫຼວງ​ໂຕ​ກຽວ​ຊື້​ເກາະ​ຕ້ຽວ​ອີ​ແລະ​ເກາະດອນ​ທີ່​ຂຶ້ນ​ກັບ​ເກາະ​ຕ້ຽວ​ອີ​ໃນ​ລະ​ດູ​ບານ​ໃໝ່​ປີ​ນີ້​ແລະ​ຫ້າງ​ຫາ​ເງິນ​ທຶນ​​ເພື່ອ​ເລື່ອງ​ນີ້, ຫຼັງ​ຈາກ​ນັ້ນ​ລັດຖະບານ​ຍີ່ປຸ່ນ​ຕົກລົງ"ຫັນ​ເກາະ​ຕ້ຽວ​ອີ​ເປັນ​ຂອງ​ລັດ" ນີ້​ພາ​ໃຫ້ການ​ພົວພັນ​ລະຫວ່າງ​ຍີ່​ປຸ່ນກັບ​ຈີນຊຸດ​ຮ້າ​ຍລົງ, ​ເຮັດ​ໃຫ້​ເສດຖະກິດ​ຍີ່ປຸ່ນ​ປະສົມ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ. "​ແຕ່​ທ່ານອິຊິ​ຮະຣາບໍ່​ຮູ້​ວ່າ​ຕົນ​ເອງ​ມີ​ຄວາມ​ຮັບຜິດຊອບ​ຫຍັງ​ເລີຍ​ຕໍ່​ເລື່ອງ​ນີ້."

​ໃນ​ບົດ​ລາຍ​ງານ​ຂອງໜັງສືພິມ​ໂຕ​ກຽວ​ຊິ​ມບູນ​ໄດ້​ນຳ​ໃຊ້​ຄວາມ​ເວົ້າ​ຂອງ​ທ່ານ​ຢູ​ເກຣຸ ມາ​ໂກ​ຊະ​ກິ, ​ອະດີດ​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ​ກະຊວງ​ການ​ຕ່າງປະ​ເທດ​ຍີ່ປຸ່ນມາ​ກ່າວ​ວ່າ, ຖ້າວ່າ​ທ່ານ​ອິຊິ​ຮະຣາບໍ່​ສະ​ເໜີ​ອອກ"ການ​ຊື້​ເກາະ", ການ​ພົວພັນ​ລະຫວ່າງ​ຍີ່ປຸ່ນ​ກັບ​ຈີນ​ກໍ່​ຈະ​ບໍ່​ຕົກ​ຢູ່​ສະພາບ​ການ​ສັບສົນ​ໃນ​ປະຈຸ​ບັນ. ພ້ອມ​ກັນ​ນັ້ນ, ທ່ານ​ອິຊິ​ຮະຣາ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຫຼາຍ​ຍ້ອນ​ບັນຫາ​ເກາະ​ຕ້ຽວ​ອີ​ແລະ​ເກາະ​ດອນ​ທີ່​ຂຶ້ນ​ກັບ​ເກາະ​ຕ້ຽວ​ອີ, ກໍ່​ໄດ້​ສ້າງ​ພື້ນຖານ​ໃຫ້​ແກ່​ລາວ​ສະໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​ອີກ​ເທື່ອ​ໜຶ່ງ.

ໜັງ​ສື​ພິມ​ຮົກ​ຄາຍ​ໂດ​ຊິ​ມບູນພິມ​ບົດ​ຄວາມ​ຊີ້​ອອກ​ວ່າ, "​ທ່ານ​ອິຊິ​ຮະຣາຢາກ​ສົມຄົບ​ກັບກຳລັງ​ເຂັ້ມ​ແຂງ​ຕໍ່​ຈີນ, ​ແລະ​​ເຮັດ​ໃຫ້​ຕົນ​ເອງກາຍ​ເປັນ​ໃຈກາງ. ​ແຫ່ງ​ຕ່າງໆ​ຂອງ​ຈີນ​​ເກີດ​ການ​ປະ​ທ້ວງ​ຍີ່ປຸ່ນ, ຕໍ່​ຄວາມ​ຮັບຜິດຊອບ​ທີ່​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ຍີ່ປຸ່ນ​ກັບ​ຈີນ​ຊຸດ​ຮ້າຍ​ລົງ, ບໍ່​ຮູ້​ວ່າ​ທ່ານ​ອິຊິ​ຮະຣາມີ​ຄວາມ​ເຫັນ​​ແນວ​ໃດ?"