ລາວ​ເຂົ້າ​ເປັນ​ສະມາຊິກ WTO ຈະ​ນຳ​ເອົາ​ໂອກາດ​ມາ​ໃຫ້​ຈີນ​ແລະ​ອາ​ຊຽນ

(GMT+08:00) 2012-10-29 14:52:01     cri
ວັນ​ທີ 26​ ຕຸລາ​ນີ້,​ໃນ​ກອງ​ປະຊຸມ​ສະພາ​ມົນຕີ​ອົງການ​ການ​ຄ້າ​ໂລກຫຼື WTO ທີ່​ຈັດ​ຂຶ້ນ​ຢູ່​ທີ່​ເຊີ​ແນວ​ແຫ່ງ​ສະ​ວິສ,​ໄດ້​ຮັບ​ເອົາປະ​ເທດລາວເປັນ​ສະມາຊິກ​ WTO ຢ່າງ​ເປັນ​ທາງ​ການ,ຊຶ່ງ​ເຮັດ​ໃຫ້​ລາວ​ກາຍ​ເປັນ​ສະມາຊິກ​ທີ 158 ຂອງ​ອົງການ​ດັ່ງກ່າວ.

ລາວ​ເຂົ້າ​ເປັນ​ສາມາ​ຊິກ WTO ​ໄດ້​ຜ່ານ​ເວລາ​ຍາວ​ສົມຄວນ.​ເມື່ອ​ປີ 1997,ລາວ​ກໍ່​ໄດ້ຮ້ອງ​ຂໍ​ເຂົ້າ​ເປັນ​ສະມາຊິກ WTO,ຈົນ​ເຖິງ​ປີ 2004,ຈຶ່ງ​ໄດ້​ເລີ່ມດຳ​ເນີນ​ການ​ເຈລະຈາລາຍ​ລະອຽດ​ທີ່​ກ່ຽວຂ້ອງ.​ໃນ 15​ ປີ​ທີ່​ຜ່ານ​ມາ,ລາວ​ໄດ້​ດຳ​ເນີນ​ການ​ເຈລະຈາ​ກັບ​ສະມາຊິກ​ທີ່​ກ່ຽວຂ້ອງ​ກ່ຽວ​ກັບບັນຫາ​ຕ່າງໆ​ເຊັ່ນພາສີ,ການ​ອະນຸຍາດໃຫ້​ເຂົ້າ​ຕະຫຼາດ​ແລະ​ບັນຫາ​ອື່ນໆຢ່າງ​ຫຍຸ້ງຍາກ​ສັບສົນ,​ໄດ້​ຕອບ​ສະໜອງ​ຄວາມ​ຮຽກຮ້ອງຂອງຝ່າຍ​ຕ່າງໆ​ສະ​ເໜີ​ອອກ​ມານັ້ນ 1 ພັນ​ກວ່າ​ລາຍການ.

ລາວ​ເຂົ້າ​ເປັນ​ສະມາຊິກ​ WTO ຈະ​ມີ​ຜົນສະທ້ອນ​ອັນ​ສຳຄັນ​ແລະ​ຕັ້ງໜ້າ​ຕໍ່​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ລາວ.ກ່ອນ​ອື່ນ,ລາວ​ເຂົ້າ​ເປັນ​ສະມາຊິກ WTO ຈະ​ມີ​ຜົນ​ດີ​ຕໍ່​ລາວ​ເຂົ້າ​ຮ່ວມ​ຂະ​ບວນການ​ເສດຖະກິດ​ໂລກາ​ພິວັດ​ຢ່າງ​ກວ້າງຂວາງ​ແລະ​ເລິກ​ເຊິ່ງກວ່າ​ເກົ່າ,ຍັງ​ຈະ​ປະກອບສ່ວນ​ອັນ​ຕັ້ງໜ້າ​ເຂົ້າ​ໃນ​ການ​ສ້າງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ;ດ້ານ​ທີ​ສອງ,ຈະ​ຍົກ​ກຳລັງການ​​ແຂ່ງຂັນ​ຂອງ​ສິນຄ້າ​ລາວ​ໃນ​ສາກົນ​ໃຫ້​ສູງ​ຂຶ້ນ;ດ້ານ​ທີ​ສາມ,ລາວ​ຈະ​ສາມາດ​ຍົກລະດັບ​ຄຸ້ມ​ຄອງ​ທາງ​ດ້ານການ​ຄ້າ​ໃຫ້​ສູງ​ຂຶ້ນ​​ໂດຍ​ອີງ​ຕາມຂໍ້​ກຳນົດ​ກົດ​ລະບຽບ​ທີ່​ກ່ຽວຂ້ອງ​ຂອງ WTO;ດ້ານ​ທີ​ສີ່,ຈະ​ດຶງ​ດູດ​ນັກທຸລະກິດຈາກ​ຕ່າງປະ​ເທດ​ເຂົ້າ​ໄປລົງທຶນ​ຢູ່​ລາວຫຼາຍ​ກວ່າ​ເກົ່າ​;ດ້ານ​ທີຫ້າ,ຈະ​ເປັນ​ການ​ເປີດ​ກວ້າງ​ຂະໜາດ​ຂອງ​ຕະຫຼາດ​ລາວ​ແລະ​ຍົກ​ສູງ​ຖານະ​ບົດບາດ​ຂອງ​ລາວຢູ່​ໃນ​ຕະຫຼາດ​ສາກົນ;ດ້ານ​ທີຫົກ,ຈະ​ອຳນວຍ​​ໂອກາດ​ໃນ​ການຊອກ​ຫາ​ວຽກ​ເຮັດ​ງານ​ທຳໃຫ້​ແກ່​ປະຊາຊົນ​ລາວຫຼາຍ​ກວ່າ​ເກົ່າ​ແລະ​ຈະ​ຊ່ວຍ​ໃຫ້​ລາວ​ຫຼຸດພົ້ນອອກຈາກຄວາມທຸກ​ຍາກ​ໄດ້​​ໄວ​ຂຶ້ນ;​ເວົ້າ​ສະຫຼຸບ​ແລ້ວ,ການ​ເຂົ້າ​ເປັນ​ສະມາຊິກ WTO ຈະ​ມີ​ຜົນ​ດີ​ຕໍ່​ລາວ​ໃນ​ການ​ອອກ​ແຮງ​ຊຸກຍູ້​ພາລະກິດ​ປ່ຽນ​​ແປງ​ໃໝ່​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ,​ເຮັດ​ໃຫ້ເສດຖະກິດ​ສັງຄົມ​ຂອງ​ລາວພັດທະນາ​ໄວຂຶ້ນ.

ລາວ​ເຂົ້າ​ເປັນ​ສະມາຊິກ WTO ຍັງ​ມີ​ຜົນ​ດີ​ຕໍ່​ລາວ​ໃນ​ການ​​ເຊື່ອມ​ໂຍງ​ເຂົ້າກັນ​ກັບ​ທົ່ວ​ໂລກ.​ແລະ​ບົນ​ພື້ນຖານ​ດັ່ງກ່າວ,ລາວຮ່ວມ​ມື​ກັບອີກ 9 ປະ​ເທດ​ສະມາຊິກອາ​ຊຽນ,ຈະມີ​ຜົນ​ດີ​ຫຼາຍຂຶ້ນ​ຕໍ່​ການ​ສ້າງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ.

ຈີນ​ກັບ​ລາວ​ມີ​ສາຍພູ​ສາຍ​ນ້ຳ​ຕິດ​ຈອດ​ກັນ,ມີ​ທ່າ​ແຮງ​ດ້ານ​ພູມ​ສັນຖານ​ໃນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ.ລາວ​ເຂົ້າ​ເປັນ​ສະມາຊິກ WTO,ບໍ່​ພຽງ​ແຕ່​ຈະ​ນຳ​ເອົາ​ໂອກາດ​ອັນ​ດີມາ​ໃຫ້​ວິ​ສາ​ຫະກິດ​ຈີນ​ທີ່​ຢາກ​ເຂົ້າ​ໄປ​ລົງທຶນ​ຢູ່ປະ​ເທດ​ລາວ​ພາຍ​ໃຕ້​ຂອບ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ​ເທົ່າ​ນັ້ນ,ຍັງ​ຈະ​ອຳນວຍ​ເງື່ອນ​ໄຂ​ທີ່​ດີ​ໃຫ້​ແກ່​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ​ໃນ​ການສ້າງ​ປະຊາ​ຄົມເສດຖະກິດ​ພາກ​ພື້ນ​ແລະການ​ເຮັດ​ໃຫ້ການ​ຄ້າ​ແລະ​ການ​ລົງທຶນສະດວກກວ່າ​ເກົ່າ.