ທ່ານ​ເວີ່ນ​ເຈ່ຍ​ປາວ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ຈະ​ເດີນ​ທາງ​ໄປ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ເຊັມ​ຄັ້ງ​ທີ9​ແລະ​ຢ້ຽມຢາມ​ລາວ​ຢ່າງ​ເປັນ​ທາງ​ການ

(GMT+08:00) 2012-10-29 18:54:54     cri
ຕາມ​ຂ່າວສານ​ຊິນ​ຮວາ: ທ່ານ​ຫົງ​ເຫຼີ​ຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​​ແຈ້ງ, ​ໂດຍ​ຕອບ​ສະໜອງຕາມ​ຄຳ​ເຊີນ​ຂອງ​ທ່ານ​ທອງ​ສິງ​ ທຳ​ມະ​ວົງ, ນາຍົກລັດຖະ ມົນຕີລາວ, ທ່ານ​ເວີ່​ນ​ເຈ່ຍ​ປາວ, ນາຍົກລັດຖະມົນຕີຈີນຈະ​ເດີນທາງ​ໄປ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາ​ເຊັມຄັ້ງ​ທີ9ທີ່​ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ4ຫາ​ວັນ​ທີ6ພະຈິກ​ໜ້າ​ນີ້​ແລະ​ຈະ​ເຄື່ອນ​ໄຫວ​ຢ້ຽມຢາມ​ລາວ​ຢ່າງ​ເປັນ​ທາງ​ການ.