ຈີນ​ຮຽກຮ້ອງ​ໃຫ້​ຍີ່ປຸ່ນ​ທຳ​ຄວາມ​ພະ​ຍາ​ຍາມ​ຢ່າງ​ຈິງ​ຈັງ​ເພື່ອ​ແກ້​ໄຂ​ບັນ​ຫາ​ເກາະ​ຕ້ຽວ​ອີ

(GMT+08:00) 2012-10-30 16:42:52     cri
ຂ່າວຈາກ​ເວັບ​ໄຊ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ລາຍ​ງານ​ວ່າ, ວັນ​ທີ29​ຕຸລາ​ນີ້, ທ່ານ​ຫົງ​ເຫຼີ​ຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຫວ່າງ​ມໍ່ໆ​ມາ​ນີ້, ຈີນ​ຮຽກຮ້ອງ​ໃຫ້​ຍີ່ປຸ່ນປະ​ເຊີນ​ກັບ​ຄວາມ​ຈິງ, ຍອມຮັບ​ຄວາມ​ຂັດ​ແຍ່ງທີ່​ມີ​ຢູ່, ​​ແກ້​ໄຂ​ຄວາມ​ຜິດພາດ​, ທຳ​ຄວາມ​ພະຍາຍາມ​ຢ່າງ​ຈິງ​ຈັງ​ໃນ​ການແກ້​ໄຂ​ບັນຫາ​ເກາະ​ຕ້ຽວ​ອີ.

ທ່ານ​ຫົງ​ເຫຼີ​ຍກ່າວ​ຄຳ​ເວົ້າ​ດັ່ງກ່າວ​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ທີ່​ວ່າ​, ຫວ່າງ​ມໍ່ໆ​ມາ​ນີ້, ກຳ​ປັ່ນ​ຕິດຕາມກວດກາ​ທາງທະ​ເລ​ຂອງ​ຈີນ​ໄດ້​ດຳ​ເນີນ​ການ​ກວດກາ​ແລະ​ເກັບກຳ​ຫຼັກ​ຖານ​ທີ່​ກຳ​ປັ່ນ​ຍີ່ປຸ່ນ​ລ່ວງ​ລ້ຳ​ສິດອະທິປະ​ໄຕ​ຂອງ​ຈີນ​ຢູ່​​ເຂດ​ທະ​ເລ​ເກາະ​ຕ້ຽວ​ອີ. ຍັງ​ມີ​ຂ່າວ​ແຈ້ງ​ອີກ​ວ່າ, ຍີ່ປຸ່ນ​ໄດ້​ຍົກ​ເລີກ​ການ​ຊ້ອມຮົບ​ຮ່ວມ​ໃນ​ການ​ຍຶດ​ເກາະລະ​ຫວ່າງ​ຍີ່ປຸ່ນ​ກັບ​ອາ​ເມລິ​ກາ. ຈີນ​ມີ​ຄວາມ​ເຫັນ​ແນວ​​ໃດຕໍ່​ສະຖານະ​ການ​ເກາະ​ຕ້ຽວ​ອີ​ໃນ​ປະຈຸ​ບັນ?

ທ່ານ​ຫົງ​ເຫຼີ​ຍກ່າວ​ວ່າ, ຈີນ​ເອົາ​ໃຈ​ໃສ່​ການ​​ເຄື່ອນ​ໄຫວທີ່​ກ່ຽວຂ້ອງ​ຂອງ​ຍີ່ປຸ່ນ​ຢ່າງ​ໃກ້ຊິດ. ລັດຖະບານ​ແລະ​ປະຊາຊົນ​ຈີນ​ມີ​ຄວາມ​ຕັ້ງ​ໃຈທີ່​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ​ໃນ​ການ​ປົກ​ປັກ​ຮັກສາ​ອະທິປະ​​ໄຕ​​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ, ​ຄວາມ​ກົດ​ດັນ​ຈາກ​ພາຍ​ນອກ​ຈະ​ບໍ່​ສາມາດ​ປ່ຽນ​ແປງຄວາມຕັ້ງ​ໃຈ​ຂອງ​ລັດຖະ ບານ​ແລະ​ປະຊາຊົນ​ຈີນ​ໄດ້.

ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ "​ຜູ້ນຳ​ຈີນ​ແລະ​ຍີ່ປຸ່ນ​ຈະ​ຈັດການ​ເຈລະຈາ​ໃນ​ໄລຍະ​ກອງ​ປະຊຸມ​ສຸດ​ຍອດ​ອາ​ເຊັມ9ທີ່​ຈະຈັດ​ຂຶ້ນ​ຢູ່​ລາວຫຼື​ບໍ່", ທ່ານ​ຫົງເຫຼີ​ຍກ່າວ​ວ່າ, ປະຈຸ​ບັນ​ ຍັງ​ບໍ່​ມີ​ການ​ກຳນົດ​ວ່າ​ຈະຈັດການ​​ພົບ​ປະ​ເຈລະຈາ​ລະຫວ່າງ​ຜູ້ນຳ​ຈີນ​ກັບ​ຍີ່ປຸ່ນ​ໃນ​ໄລຍະ​ນັ້ນ.