ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຖະ​ແຫຼງ​ຂ່າວ​ວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວ​ປະ​ກອບ​ຄຳ​ເຫັນ​ຕໍ່​ກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຄົມ​ວັດ​ທະ​ນາ​ທຳ​-​ສັງ​ຄົມ​ອາ​ຊຽນ​ຄັ້ງ​ທີ 8

(GMT+08:00) 2012-10-30 15:48:29     cri

ເມື່ອບໍ່ດົນມານີ້, ທ່ານ ສຈ. ດຣ ບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການກະ​ຊວງ​ຖະ​ແຫຼງ​ຂ່າວ​-​ວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວ​ໄດ້​ນຳ​ພາ​ຄະ​ນະ​ຜູ້​ແທນ​ລາວ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຄົມ​ວັດ​ທະ​ນາ​ທຳ​-​ສັງ​ຄົມ​ອາ​ຊຽນ​ຄັ້ງ​ທີ 8 ເຊິ່ງ​ຈັດ​ຂື້ນ​ຢູ່​ທີ່​ນະ​ຄອນ​ຫຼວງ​ພະ​ນົມ​ເປັນ​ຣາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ​ແຕ່​ວັນ​ທີ​25-​26​ຕຸ​ລາ​ນີ້.

ກອງປະຊຸມໄດ້ຮັບກຽດເຂົ້າ​ຮ່ວມແລະເປີດພິທີຢ່າງ​ເປັນທາງການ ໂດຍພະນະທ່ານ​ສົມ​ເດັດ​ຮຸນ​ເຊັນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ, ມີບັນ​ດາ​ລັດ​ຖະ​ມົນ​ຕີ​ຮັບ​ຜິດ​ຊອບ​ວຽກ​ງານ​ປະ​ຊາ​ຄົມ​ວັດ​ທະ​ນະ​ທຳ​ສັງ​ຄົມ​ອາ​ຊຽນ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ,​ແລະ​ຮອງ​ເລ​ຂາ​ທິ​ການ​ອາ​ຊຽນ​ພ້ອມ​ດ້ວຍ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ອາ​ຊຽນ​ເຂົ້າ​ຮ່ວມ.


ໂອກາດນີ້ ຄະນະຜູ້ແທນກອງປະຊຸມໄດ້ເຂົ້າຮ່ວມພິທີໄວ້ອາໄລແລະ​ສະ​ແດງ​ຄວາມ​ເສົ້າ​ສະ​ຫຼົດ​ໃຈ​ເຖິງ​ດວງ​ວິນ​ຍານ​ຂອງ​ສົມ​ເດັດ​ພະ​ໂນ​ໂລ​ດົມ ສີ​ຫາ​ນຸ ພະ​ບິ​ດາ​ຂອງ​ເຈົ້າ​ຊີ​ວິດ​ອົງ​ປັດ​ຈຸ​ບັນ​ແຫ່ງ​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ​ຢູ່​ທີ່​ພະ​ຣາດ​ຊະ​ວັງ.


ໃນກອງປະຊຸມສະພາປະຊາຄົມວັດທະນາທໍາ-ສັງຄົມອາຊຽນຄັ້ງທີ 8 ຄັ້ງນີ້, ທ່ານສຈ. ດຣ ບໍ່ແສງ​ຄຳ ວົງ​ດາ​ລາ​ໄດ້​ແຈ້ງ​ຕໍ່​ກອງ​ປະ​ຊຸມ​ຮັບ​ຊາບ​ຊຶ່ງ​ມີ​ບາງ​ຕອນ​ສຳຄັນວ່າ: ລາວ ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ແມ່​ຍິງ​ອາ​ຊຽນ​ຄັ້ງ​ທີ​1​ທີ່​ນະ​ຄອນ​ຫຼວງ​ວຽງ​ຈັນ​ຢ່າງ​ໜ້າ​ເພິ່ງ​ພໍ​ໃຈ ແລະ​ໄດ້​ມີ​ຖະ​ແຫຼງ​ການ​ຜົນ​ຂອງ​ກອງ​ປະ​ຊຸມ​ດັ່ງ​ກ່າວ​ສະ​ເໜີ​ຜ່ານ​ກອງ​ປະ​ຊຸມ​ປະ​ຊາ​ຄົມ​ວັດ​ທະ​ນາ​ທຳ​-​ສັງ​ຄົມ​ຄັ້ງ​ນີ້​ເພື່ອ​ພິ​ຈາ​ລະ​ນາ​ແລະ ສະ​ເໜີ​ໃຫ້​ຜູ້​ນຳ​ອາ​ຊຽນ​ຮັບ​ຮອງ​ເອົາຢູ່​ທີ່​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊຽນ​ທີ່​ຈະ​ຈັດ​ຂື້ນ​ໃນ​ມໍ່ໆ​ນີ້.

ໃນ​ຂະ​ນະ​ດຽວ​ກັນ​ນີ້,ລາວກຳລັງກະກຽມແລະມີຄວາມພ້ອມທຸກດ້ານໃນ​ການ​ເປັນ​ເຈົ້າ​ພາບ​ງານ​ມະ​ຫາ​ກຳ​ກິ​ລາ​ມະ​ຫາ​ວິ​ທະ​ຍາ​ໄລ​ອາ​ຊຽນ​ໃນ​ວັນ​ທີ 12 ທັນ​ວາ 2012 ນີ້.