ງານຖະແຫຼງຂ່າວການນຳເອົາລະບົບໂທລະສັບມືຖື 4G ມາຮັບໃຊ້ກອງປະຊຸມສຸດຍອດອາເຊັມຄັ້ງທີ9(VDO)

(GMT+08:00) 2012-10-31 15:20:15     cri







ຕອນເຊົ້າຂອງວັນທີ 26 ຕຸລານີ້ທີ່ນະຄອນຫຼວງວຽງຈັນບໍລິສັດລັດວິສາຫະກິດລາວໂທລະຄົມມະນາຄົມໄດ້ຈັດງານຖະແຫຼງຂ່າວເປີດ
ໂຕລະບົບໂທລະສັບມືຖື 4G ເພື່ອກຽມຮັບໃຊ້ກອງປະຊຸມສຸດຍອດອາເຊັມ ຄັ້ງທີ 9, ພາຍໃຕ້ການເປັນປະທານຂອງທ່ານ ທອງໃສ
ຊານໄຊຍະ, ຜູ້ອຳນວຍການໃຫຍ່ລາວໂທລະຄົມ, ເປັນກຽດເຂົ້າຮ່ວມຂອງທ່ານ ທັນສະໄໝ ກົມມະສິດ, ລັດຖະມົນຕີຊ່ວຍວ່າການກະ
ຊວງໄປສະນີ, ໂທລະຄົມມະນາຄົມແລະສື່ສານ ແລະ ບັນດາແຂກທີ່ມີກຽດເຂົ້າຮ່ວມ.

ເພື່ອເປັນການຂໍ່ານັບຮັບຕ້ອນ ແລະ ປະກອບສ່ວນໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາເຊັມ ຄັ້ງທີ 9, ບໍລິສັດລາວໂທ
ລະຄົມ ແລະ ບໍລິສັດ ຮົົວເວີ່ຍຂອງຈີນຈຶ່ງນຳເອົາລະບົບໂທລະສັບມືຖື 4Gຈຳນວນ 20ສະຖານີມາຕິດຕັ້ງຢູ່ນະຄອນຫຼວງວຽງຈັນ.
ລະບົບ 4Gນີ້ແມ່ນລະບົບເຕັກໂນໂລຊີຂໍ້ມູນຂ່າວສານແລະການສື່ສານຮຸ່ນທີ 4, ເປັນລະບົບທີ່ທັນສະໄໝທີ່ສຸດໃນປັດຈຸບັນ, ມີຄວາມ
ໄວສູງໃນການຮັບ-ສົ່ງສັນຍານເຖິງ 100Mbps, ສາມາດໂທລົມກັນແບບເຫັນໜ້າ, ເບິ່ງໂທລະພາບ, ສາມາດຮັບຮູ້ຂ່າວຕ່າງໆທັງ
ພາຍໃນ ແລະ ຕ່າງປະເທດ, ແລະ ນຳໃຊ້ອິນເຕີເນັດໃນໂທລະສັບມືຖືແບບສະມ໊າດໂຟ້ນໄດ້ຢ່າງສະດວກສະບາຍ ແລະ ວ່ອງໄວ
ຂຶ້ນກວ່າເກົ່າຫຼາຍເທົ່າ. ນອກຈາກການໃຊ້ງານທົ່ວໄປແລ້ວຍັງລວມເຖິງການໃຊ້ງານລະບົບ Multimidia, ໂດຍມີຄວາມໄວເພີ່ມຂຶ້ນ
ຫລາຍກວ່າ 3Gເຖິງ 5ເທົ່າ. ນອກນັ້ນ, ພາຍໃນງານຍັງມີການສາທິດການນຳໃຊ້ລະບົບອິນເຕີເນັດຄວາມໄວສູງເປັນຕົ້ນວ່າ: ການເບິ່ງ
ໂທລະພາບແບບອອນລາຍ, ເບິ່ງວິດີໂອໃນຢູ່ທູ໊ບ ແລະ ການດາວໂຫຼດຂໍ້ມູນເປັນຕົ້ນ, ​ແລະ ລາວ​ເປັນ​ປະ​ເທດ​ທີ 2ທີ່​ເປີດ​ນຳ​ໃຊ້ 4G
ຫລັງ​ຈາກ​ສິງກະ​ໂປ​ໃນ​ພາກພື້ນອາຊຽນ.​ ເມື່ອ​ສິ້ນສຸດ​ກອງ​ປະຊຸມ​ສຸດ​ຍອດ​ອາ​ເຊັມ ຄັ້ງ​ທີ 9, ລະບົບ 4Gນີ້​ຈະ​ໄດ້​ຂະຫຍາຍ​ໃນ​ຂອບ​
ເຂດ​ທົ່ວ​ປະ​ເທດ​ລາວ ​ແລະ ຜູ້ນຳ​ໃຊ້ 3Gຈະ​ສາມາດ​ຍົກ​ລະດັບ​ເປັນ 4G​ໄດ້