ການ​ນຳ​ພັກ​-ລັດ ​ເຂົ້າ​ຮ່ວມ​ໃສ່​ບາດ ​ໂອກາດ​ບຸນ​ອອກ​ພັນ​ສາ 2555

(GMT+08:00) 2012-10-31 16:27:08     cri
ຕອນ​​ເຊົ້າ​ວັນ​ທີ30​ຕຸລາ​ນີ້, ການ​ນຳ​ພັກ-​ລັດ ນຳ​ໂດຍ​ທ່ານ ອາຊາ​ງ ລາວ​ລີ ຮອງ​ນາຍົກລັດຖະມົນຕີລາວ, ທ່ານ ສຸ​ກັນ ມະຫາລາດ ​ເຈົ້າ​ຄອງ​ນະຄອນຫຼວງວຽງຈັນ ​ແລະ ບັນດາ​ເຈົ້າ​ເມືອງ, ພະ​ແນ​ກການ ຕະຫຼອດຮອດ​ພໍ່​ແມ່​ປະຊາຊົນ​ອ້ອມ​ຂ້າງ​ນະຄອນຫຼວງວຽງຈັນ ໄດ້​ເຂົ້າ​ຮ່ວມ​ໃສ່​ບາດ​ຖະຫວາຍ​ສັງຄະ​ທານ​ແຕ່​ພະສົງ​ສາມະ​ເນນ​ຢູ່​ທີ່​ວັດ​ອົງ​ຕື້​ມະຫາ​ວິຫານ, ​ເມືອງ​ຈັນທະ​ບູລີ​ນະຄອນຫຼວງ​ວຽງ​ຈັນ ​ເນື່ອງ​ໃນ​ໂອກາດ​ວັນ​ບຸນ​ອອກ​ພັນ​ສາ​ປະ​ວໍລະນາ ​ແລະ ງາ​ນບຸນຊ່ວງ​ເຮືອ​ປະຈຳ​ປີ 2012 ຊຶ່ງ​ປີ​ນີ້​ກົງ​ກັບ​ມື້​ຂື້ນ 15 ຄໍ່າ ​ເດືອນ 11 ພ.ສ 2555 ຂອງຊາວ​ພຸດທະສາສະນິກກະ​ຊົນ​ລາວ​ທົ່ວ​ປະ​ເທດ.