ງານ​ບຸນຊ່ວງ​ເຮືອທ່າ​ວັດ​ຈັນຈັດ​ຂຶ້ນ​ຢ່າງ​ຄືກ​ຄື້ນ

(GMT+08:00) 2012-10-31 16:37:29     cri

ຢູ່​ນະຄອນຫຼວງ​ວຽງ​ຈັນ​ໄດ້​ດຳ​ເນີນ​ໄປ​ໃນ​ວັນ​ທີ30​ແລະ31ຕຸລາ​ນີ້, ທີ່​ທ່າວວັດຈຈັນ​ເມືອງ​ຈັນທະ​ບູລີ. ງານ​ບຸນຊ່ວງ​ເຮືອ​ປະ​ເພນີ ປະຈຳ​ປີ 2012 ​ໂດຍການ​​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ ທ່ານ ​ສຸ​ກັນ ມະຫາລາດ ​ເຈົ້າ​ຄອງ​ນະຄອນຫລວງ​ວຽງ​ຈັນ ທ່ານ ນາງ​ ສີ​ໃສ ລື​ເດດ​ມູນ​ສອນ ປະ​ທານ​ສູນ​ກາງສະຫະພັນ​ແມ່ຍິງ​ລາວ ມີ​ພໍ່​ແມ່​ປະຊາຊົນ​ຊາວ​ນະຄອນ​ຫລວງ ກໍ່​ຄື​ປະຊາຊົນ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​​ກໍ່​ໄດ້​ເຂົ້າ​ຮ່ວມຢ່າງ​ຄືກ​ຄື້ນ


ໃນງານປີ​ນີ້​ມີ​ເຮືອ​ເຂົ້າ​ຮ່ວມ​ແຂ່ງຂັນ​ທັງ​ໝົດ 42 ລຳ ​ໃນ​ນັ້ນ​ມີ​ເຮືອປະ​ເພນີ​ຊາຍ 16 ລຳ ປະ​ເພນີ​ຍິງ 6 ລຳ ​ເຮືອ​ສູດ​ຊາຍ 6 ລຳ ​ແລະ ​ເຮືອ​ກີລາ (12 ສີພາຍ) 14 ລຳ