ທ່ານ​ເວີ່ນ​ເຈ່ຍ​ປາວ​ຈະ​ເດີນທາງ​ໄປ​ລາວ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ເຊັມ ປຶກສາ​ຫາລື​ກ່ຽວ​ກັບ​ການ​ພັດທະນາ​ດ້ານ​ການ​ຮ່ວມ​ມື​ລະຫວ່າງ​ອາຊີ​ກັບ​ເອີຣົບ

(GMT+08:00) 2012-10-31 16:57:48     cri
ຕາມ​ຂ່າວCRI: ວັນ​ທີ5ຫາວັນ​ທີ6ພະຈິກ​ໜ້ານີ້, ກອງ​ປະຊຸມ​ສຸດ​ຍອດ​ອາຊີ-​ເອີຣົບຫຼືອາ​ເຊັມຄັ້ງ​ທີ9ທີ່​ມີຫົວຂໍ້ວ່າ"​ເພື່ອນ​ມິດ​ເພື່ອສັນຕິພາບ​, ​ ​ຄູ່​ຮ່ວມ​ມື​​ເພື່ອ​ຄວາມສົມພູນສຸກ"ຈະ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ວຽງ​ຈັນ​ຂອງລາວ, ທ່ານ​ເວີ່ນ​ເຈ່ຍ​ປາວ, ນາຍົກລັດຖະມົນຕີຈີນຈະນໍາພາຄະ​ນະ​ຜູ້​ແທນເຂົ້າຮ່ວມກອງ​ປະຊຸມ​ແລະ​ຢ້ຽມຢາມ​ລາວ​ຢ່າງ​ເປັນ​ທາງ​ການ. ຕອນ​ເຊົ້າ​ວັນ​ທີ31ຕຸລາ​ນີ້, ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຈັດງານ​ຖະ​ແຫຼງຂ່າວຕໍ່​​ສື່​ມວນ​ຊົນ​ຈີນ​​ແລະຕ່າງປະ​ເທດ​ກ່ຽວ​ກັບ​ການ​ເຂົ້າຮ່ວມກອງ​ປະຊຸມອາ​ເຊັມ​ຂອງ​ທ່ານ​ເວີ່​ນ​ເຈ່ຍ​ປາວ, ທ່ານມາຈ່າວຊີ້, ຜູ້​ຊ່ວຍ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ໃນ​ງານ​ຖະ​ແຫຼງ​ຂ່າວ​ວ່າ, ພາຍ​ໃຕ້ສະຖານະ​ການທີ່​ເສດຖະກິດ​ໂລກກຳລັງ​ຟື້ນ​ຕົວຢ່າງ​ຫຍຸ້ງຍາກ​ໃນ​ປະຈຸ​ບັນນີ້, ກອງ​ປະຊຸມ​ຄັ້ງ​ນີ້​ກຳລັງ​ປະ​ເຊີນ​ໜ້າກັບ​ໂອກາດ​ດີດ້ານການ​ພັດທະນາ, ທ່ານ​ກ່າວ​ວ່າ:

"​ຢູ່​ອາຊີ, ອົງກອນ​ເສດຖະກິດ​ຕົ້ນຕໍ​ໂດຍ​ລວມ​ແລ້ວ​ໄດ້​ຮັກສາ​ທ່າ​ອ່ຽງການ​ພັດທະນາ​​ເປັນຢ່າງ​ດີ​. ​ເອີຣົບກໍ່​ໄດ້​ທຳ​ຄວາມພະຍາຍາມໃນ​ການ​ຮັບ​ມືກັບ​ວິກິດ​ການໜີ້​ສິນ​ພາກ​ລັດ, ຊຸກຍູ້​ຂະ​ບວນວິວັດການ​ເຊື່ອມ​ໂຍງ​ເຂົ້າກັນ​ຢ່າງ​ຕໍ່​ເນື່ອງ, ​​ໃຫ້​ຄວາມສຳຄັນ​ໃນການພົວພັນ​​ການ​ຮ່ວມ​ມື​ກັບ​ອາຊີ. ພາຍ​ໃຕ້​ເບື້ອງ​ຫຼັງ​ນີ້, ຄວາມ​ປາຖະໜາຂອງ​ປະ​ເທດ​ຕ່າງໆ​​ທີ່ຢາກ​​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງອາຊີ​​ແລະເອີຣົບ​ໄດ້​ເພີ່ມ​ຫຼາຍຂຶ້ນ​ຕື່ມ​ອີກ."

ກອງ​ປະຊຸມ​ສຸດ​ຍອດ​ອາ​ເຊັມທີ່​ສ້າງຕັ້ງຂຶ້ນ​​ໃນ​ປີ1996​ແມ່ນ​ເວທີ​ປຶກສາ​ຫາລື​ດ້ານ​ການສົນທະ​ນາ​ແລະ​ການ​ຮ່ວມ​ມື​ລະດັບ​ສູງ, ທີ່​ມີຂະໜາດ​ໃຫຍ່​ຂອງ​​ລັດຖະບານລະຫວ່າງ​ອາຊີ​ກັບເອີຣົບ, ມີ​ຈຸດປະສົງ​ເພື່ອ​ຜ່ານ​ການ​ເພີ່ມ​ທະວີ​ການສົນທະນາ​ແລະ​ການ​ຮ່ວມ​ມື, ສ້າງ​ການພົວພັນ​ໝູ່ຄູ່​​ແບບ​ໃໝ່​ລະຫວ່າງ​ອາຊີ​ແລະ​ເອີຣົບ. ທ່ານມາຈ່າວ​ຊີ້, ຜູ້​ຊ່ວຍ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້​ຈະ​ເປັນ​ໂອກາດອັນສໍາຄັນ​ເພື່ອສ້າງ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນຕື່ມ​ອີກ​ແລະ ເພີ່ມທະວີ​ການ​ຮ່ວມ​ມືຂອງຝ່າຍຕ່າງໆ​ລະຫວ່າງອາຊີ​ແລະ​ເອີຣົບ, ຈີນຫວັງ​ວ່າກອງ​ປະຊຸມ​ຄັ້ງ​ນີ້​ຈະປະຕິບັດ​ຕາມ​ຫົວຂໍ້ຫຼັກ​ຂອງການ​ຮ່ວມ​ມື", ພະຍາຍາມ​ໃຫ້​ມີ​ຜົນສຳ​ເລັດຢ່າງ​ຕັ້ງໜ້າ​ໃນ4ດ້ານ​, ທ່ານ​ກ່າວວ່າ:

"ໜຶ່ງ​​ປັບປຸງ​ການພົວພັນ​ໝູ່ຄູ່​​ເສດຖະກິດ​ລະຫວ່າງ​ອາຊີ​ກັບ​ເອີຣົບ​ແໜ້ນ​​ແຟ້ນກວ່າ​ເກົ່າ, ຊຸກຍູ້​ໃຫ້​ປະ​ເທດ​ຕ່າງໆ​​ໃນອາຊີ​ແລະ​ເອີຣົບ​ແລະ​ເສດຖະກິ​ດ​ໂລກ​ພັດທະນາ​ຢ່າງຮອບດ້ານ, ຍືນ​ຍົງ​ແລະ​ດຸ່ນດ່ຽງ. ສອງ​ສ້າງ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈດ້ານຍຸດ​ທະສາດ​​ໃຫ້ໝັ້ນທ່ຽງກວ່າ​ເກົ່າ, ​ເພື່ອສ້າງ​ພື້ນຖານ​ທີ່​ດີແກ່ປະ​ເທດ​ຕ່າງໆ​ໃນ​ອາຊີ​ແລະ​ເອີຣົບທີ່​​ລົງ​ເລິກ​ການ​ຮ່ວມ​ມື, ຮັບ​ມື​ກັບ​ສິ່ງທ້າທາຍ​ຮ່ວມ​. ສາມ​​ລົງ​ເລິກ​ການ​ຮ່ວມ​ມື​ຕົວ​ຈິງ​ໃນ​ທຸກຂົງ​ເຂດ​ອາຊີ​ແລະ​ເອີຣົບ, ​ເພື່ອ​ສະໜອງ​ພະລັງ​ແມ່​ແຮງ​ໃໝ່​ແກ່​ການ​ບັນລຸ​ເປົ້າ​ໝາຍ​ຮ່ວມ​ກັນຄື​ຮັບປະກັນການ​ເຕີບ​ໂຕ, ​ເພີ່ມ​ທະວີ​ການ​ປະກອບ​ອາຊີບ​ແລະ​ຊຸກຍູ້​​ໃຫ້​ມີສະ​ຖຽນລະພພາບ. ສີ່​ເອົາ​ໃຈ​ໃສ່​ອະນາຄົດ​ດ້ານ​ການ​ພັດທະນາ​ຂອງ​ກອງ​ປະຊຸມ​ອາ​ເຊັມ, ສ້າງ​ພື້ນຖານທີ່​ດີ​ແກ່​ການ​ຮ່ວມ​ມື​ລະຫວ່າງ​ອາຊີ​ແລະ​ເອີຣົບທີ່​ມີ​ລະດັບ​ສູງ​ກວ່າ​ເກົ່າ.​"

ຂ່າວ​ແຈ້ງວ່າ, ​ໃນ​ໄລຍະ​ຢ້ຽມຢາມ​ລາວ, ທ່ານ​ເວີ່​ນ​ເຈ່ຍ​ປາວ​ຈະ​​ລົງ​ເລິກແລກປ່ຽນ​ຄວາມ​ເຫັນ​ກັບ​ຜູ້ນຳ​ລາວຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ການພົວພັນ​ສອງ​ຝ່າຍ​ແລະ​ບັນຫາ​ທີ່​ມີຄວາມສົນ​ໃຈຮ່ວມກັນ​, ປັບປຸງ​ໄມຕີ​ຈິດ​ມິດຕະພາບ​ຖານ​ບ້ານ​ໃກ້​ເຮືອນຄຽງລະຫວ່າງ​ຈີນ​ລາວ​ຕື່ມ​ອີກ, ລົງ​ເລິກ​ການ​ຮ່ວມ​ມື​ຕົວ​ຈິງ, ຊຸກ​ຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະສາດຮອບດ້ານ​ລະຫວ່າງ​ຈີນລາວ​ໃຫ້​ພັດທະນາ​ໄປ​ໜ້າ.