ສະຖານທູດ​ຈີນ​ປະ​ຈໍາ​ລາວມອບລົດ​ພະ​ຍາບ​ານ​ໃຫ້​ແກ່ມູນ​ນິທິ​ສະມາຄົມ​ຈີນ​ປະ​ຈໍາ​ລາວ

(GMT+08:00) 2012-10-31 17:35:47     cri

 

 ຕອນ​ເຊົ້າ​ວັນ​ທີ 31 ຕຸລາ​ນີ້, ສະຖານທູດ​ຈີນ​ປະຈຳ​ລາວ​ໄດ້​ມອບ​ເຄື່ອງ​ອຸປະກອນ​ປິ່ນປົວ​ທີ່​ໃຊ້​ສຳລັບ​ການ​ປິ່ນປົວ​ດ່ວນ​ເປັນ​ມູນ​ຄ່າ 30 ກວ່າພັນ​ໂດ​ລາ​ສະຫະລັດ​ໃຫ້​ແກ່ມູນ​ນິທິ​ສະມາຄົມ​ຈີນນະຄອນຫຼວງ​ວຽງ​ຈັນ, ​ໃນ​ນັ້ນ, ລວມທັງ: ລົດພະ​ຍາບານ​ ຈໍານວນ 1 ຄັນທີ່​ບໍລິສັດ​ລົດຍົນ​ຈ່ຽງຮວຍ​ຈີນ​ຜະລິດ, ​ແລະ​ເຄື່ອງອຸປະກອນ​​ແພດ​ທີ່​ໃຊ້​ສຳລັບ​ການ​ປິ່ນປົວ​ດ່ວນ.

 


ທ່ານ ນາງ ປູ​ ຈ້ຽນກົວ ​ເອກ​ອັກ​ຄະນະ​ຖະທູດ​ຈີນ​ປະ​ຈໍາ​ລາວ ​ໄດ້ຍ້ອງຍໍ​ແລະຕີ​ລາຄາ​ສູງ​ຕໍ່ມູນ​ນິທິ​ສະມາຄົມ​ຈີນ​ໃຫ້ການ​ບໍລິການ​ທີ່​ບໍ່​ເຫັນ​ແກ່​ຕົວ​ໃຫ້​ແກ່​ຊາວ​ຈີນ​ແລະ​ຈີນ​ຕ່າງ​ດ້າວ​ຢູ່​ລາວ, ​ແລະ​ກ່າວ​ວ່າ, ສະຖານທູດ​ຈີນ​ປະຈຳ​ລາວ​ຈະ​ສະໜັບສະ​ໜູນ​ສະມາຄົມ​ຈີນ​​ບໍລິການ​ໃຫ້​ແກ່​ຊາວ​ຈີນ​ແລະ​ຈີນ​ຕ່າງ​ດ້າວ​ຢ່າງ​ສຸດ​ຂີດ.


ທ່ານ ລິນ​ ​ເຈີ​ມິ​ນ ປະທານ​ສະມາຄົມ​ຈີນ​ປະ​ຈໍາ​ລາວ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ຄວາມ​ເອົາ​ໃຈ​ໃສ່​ແລະ​ການ​ສະໜັບສະໜູນ​ຂອງ​ສະຖານທູດ​ຈີນ​ປະຈຳ​ລາວ, ​ແລະ​ກ່າວ​ວ່າ,  ​ເຄື່ອງ​ອຸປະກອນ​ການ​ປິ່ນປົວ​ທີ່​ສະຖານທູດ​ຈີນ​ປະຈຳ​ລາວ​ບໍລິຈາກຊຸດ​ນີ້​ບໍ່​ພຽງ​ແຕ່​ຈະ​ບໍລິການ​ໃຫ້​ແກ່​ຊາວ​ຈີນ​ແລະ​ຈີນ​ຕ່າງດ້າວ​ຢູ່​ລາວ​ເທົ່າ​ນັ້ນ, ຍັງ​ຈະ​ບໍລິການ​ໃຫ້​ແກ່​ປະຊາຊົນ​ລາວ​ທີ່​ຕ້ອງການ​ອີກ​ດ້ວຍ.