ກອງ​ປະຊຸມ​ພາກ​ທຸ​ລະ​ກິດ​ອາ​ຊີ-​ເອີ​ຣົບ​ເນັ້ນ​ແກ້​ໄຂ​6​ປະ​ເດັນ​ຫຼັກ​ເພື່ອ​ການ​ພັດ​ທະ​ນາ

(GMT+08:00) 2012-10-31 17:42:09     cri

ຫວ່າງ​ບໍ່​ດົນ​ມາ​ນີ້ ທ່ານ ດຣ. ນາມ ວິ​ຍະ​ເກດ, ລັດຖະມົນຕີ​ວ່າການ​ກະຊວງ​ອຸດ ສາ​ຫະກຳ​ແລະ​ການ​ຄ້າ ​ໃຫ້​ສຳ​ພາດ​ຕໍ່​ສື່​ມວນ​ຊົນ​ວ່າ: "​ໃນ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊີ-​ເອີ​ຣົບ​ຄັ້ງ​ທີ 9​ທີ່​ນະ​ຄອນ​ຫຼວງ​ວຽງ​ຈັນ​ຈະ​ໄດ້​ຈັດ​ກອງ​ປະ​ຊຸມ​ປິ່ນ​ອ້ອມ​ຄື ກອງ​ປະຊຸມ​ພາກ​ທຸລະ​ກິດ​ອາ​ຊີ-​ເອີ​ຣົບ, ​ໂດຍ​ຈະ​ມີ​ນັກ​ທຸ​ລະ​ກິດ​ຊັ້ນ​ນຳ ທີ່​ມີ​ການ​ແຂ່ງ​ຂັນ​ສູງ​ໃນ​ອາ​ຊີ ​ແລະ​ເອີ​ຣົບ​ເຂົ້າ​ຮ່ວມ 250​ຄົນ​ລວມ​ທັງ​ນັກ​ທຸ​ລະ​ກິດ​ລາວ, ​ເພື່ອ​ໃຫ້​ພາກ​ທຸ​ລະ​ກິດ​ມີ​ສ່ວນ​ຮ່ວມ​ນຳ​ພາກ​ລັດ​ໃນ​ການ​ປຶກ​ສາ​ຫາ​ລື​ທາງ​ແກ້​ໄຂ​ບັນ​ຫາ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ໃນ​2​ທະ​ວີບ​ອາ​ຊີ-​ເອີ​ຣົບ, ​ເພື່ອ​ຮ່ວມ​ກັນ​ສະ​ໜັບ​ສະ​ໜູນ​ພາກ​ທຸ​ລະ​ກິດ, ດ້ານ​ການ​ຄ້າ, ການ​ຮ່ວມ​ມື ​ແລະ ການ​ລົງ​ທຶນ​ໃຫ້​ຫຼາຍ​ຂຶ້ນ".

 ກອງ​ປະຊຸມ​ປິ່ນ​ອ້ອມ​ພາກ​ທຸລະ​ກິດ​ນີ້ ​​ໄດ້​ມີ​ການ​ກະກຽມ 6​ເນື້ອ​ໃນ ​ເພື່ອ​ປຶກສາ​ຫາ​ລື,​ເປັນ​ຕົ້ນ​ແມ່ນ​ບັນ​ຫາ​ການ​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ​ພາກ​ທຸລະ​ກິດ ​ຢູ່​ໃນ​ຂົງ​ເຂດ​ອາ​ຊີ-​ເອີ​ຣົບ​ເຊັ່ນ:​ການ​ແກ້​ໄຂ​ບັນຫາ​ວິ​ກິດ​ການ​ທາງ​ດ້ານ​ການ​ເງິນ, ດ້ານ​ເສດ​ຖະ​ກິດ​ໃນ 2​ປີ​ຂ້າງ​ໜ້າ;​ການ​ເຂົ້າ​ຫາ​ແຫຼ່ງ​ທຶນ​ເພື່ອ​ສົ່ງ​ເສີມ​ແລະ​ພັດ​ທະ​ນາ​ພາກ​ທຸ​ລະ​ກິດ, ການ​ແກ້​ໄຂ​ການ​ປ່ຽນ​ແປງ​ສະ​ພາບ​ແວດ​ລ້ອມ ​ແລະ ບັນ​ຫາ​ການ​ຄໍ້າ​ປະ​ກັນ​ດ້ານ​ສະ​ບຽງ​ອາ​ຫານ,​ການ​ພັດ​ທະ​ນາ​ພະ​ລັງ​ງານ ​ແລະ ການ​ຄຸ້ມ​ຄອງ​ຊັນ​ພະ​ຍາ​ກອນ​ທຳ​ມະ​ຊາດ​ແບບ​ຍືນ​ຍົງ​ແລະ​ການ​ພັດ​ທະ​ນາ​ຮ່ວມ​ມື​ດ້ານ​ການ​ຕະ​ຫຼາດ​ລະ​ຫວ່າງ​ອາ​ຊີ​-​ເອີ​ຣົບ​ເປັນ​ຕົ້ນ.

ທ່ານ ດຣ. ນາມ ວິ​ຍະ​ເກດ​ຍັງ​ກ່າວ​ຕື່ມ​ວ່າ: "​​ແຕ່ລະ​ປະ​ເດັນ​ແມ່ນ​ຈະ​ເປີດ​ກອງ​ປະຊຸມ​ຍ່ອຍ​ໃຫ້​ນັກ​ທຸ​ລະ​ກິດ​ສະ​ເໜີ​ຄໍາ​ຄິດ​ຄຳ​ເຫັນ​ແລ້ວ​ສະ​ຫຼຸບ​ເພື່ອ​ໃຫ້​ຮູ້​ວ່າ ​ພາກ​ທຸ​ລະ​ກິດ​ຢາກ​ໃຫ້​ລັດ​ແກ້​ໄຂ​ຄື​ແນວ​ໃດ​ເພື່ອ​ຮ່ວມ​ມື​ກັນ​ພັດ​ທະ​ນາ​ໃນ​ອະ​ນາ​ຄົດ".