ສຳ​ເລັດ​ການ​ກໍ່​ສ້າງ​ບ້ານ​ພັກ​ຜູ່​ນຳ​ອາ​ເຊັມ​ແລະ​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ

(GMT+08:00) 2012-11-02 14:27:23     cri
ໂຄງການປຸກສ້າງບ້ານອາເຊັມວິນລາ,ໄດ້ສຳເລັດການປຸກ​ສ້າງ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ລັດ​ຖະ​ບານ​ແຫ່ງ​ສປປ ລາວ ເພື່ອ​ຕ້ອນ​ຮັບ​ຜູ້​ນຳ​ອາ​ເຊັມ​ໂດຍ​ສະ​ເພາະ.​ຂອບ​ເຂດ​ຂອງ​ການ​ກໍ່​ສ້າງ​ປະ​ມານ​50.000​ຕາແມັດ.​ໃນນັ້ນ​ມີ​ຕຶກ​ອາ​ຄານ ສະ​ໂມ​ສອນ ຊຸມ​ຊົນ​ບ້ານ​ວິນ​ລາ​ຈຳ​ນວນ 50 ຫລັງ,​ມີ​ຮູບ​ແບບ​ເຮືອນ​ລາວ,​ເຮືອນ​ເຂດ​ຮ້ອນ ແລະ ເຮືອນ​ທັນ​ສະ​ໄຫມ​ລວມ 3 ປະ​ເພດ.​ເຊິ່ງ​ພິ​ທີ​ມອບ ແລະ ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ມີ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 1 ພະ​ຈິກ 2012 ໂດຍ​ມີ​ທ່ານ ທອງ​ສິງ ທຳ​ມະ​ວົງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ແຫ່ງ​ສປປລາວ,​ທ່ານດຣ.ທອງ​ລຸນ ສີ​ສຸ​ລິດ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ ຊວງ​ການ​ຕ່າງ​ປະ​ເທດ,​ທ່ານ​ສຸ​ກັນ ມະ​ຫາ​ລາດ ເຈົ້າ​ຄອງ​ນະ​ຄອນ​ຫລວງ​ວຽງ​ຈັນ.​ທ່ານ​ນາງ ປູ້​ຈ້ຽວ​ກົວ ເອກ​ອັກ​ຄະ​ລັດ​ຖະ​ທູດ​ສປ​ຈີນ​ປະ​ຈຳລາວ,ພ້ອມ​ດ້ວຍ​ບັນ​ດາ​ລັດ​ຖະ​ມົນ​ຕີ​ວ່າ​ການ​ຊ່ວຍ​ວ່າ​ການ.