ກອງ​ປະຊຸມສຸດ​ຍອດ​ອາຊີ-​ເອີ​ລົບ​ເພີ່ມ​ພະລັງແຮງ​ໃໝ່​ເຂົ້າ​ໃນກາ​ນຮ່ວມ​ມື​ລະຫວ່າງ​ອາຊີ-​ເອີລົບ​

(GMT+08:00) 2012-11-03 16:03:58     cri
ຕາມ​ຂ່າວສານ​ຊີ​ນຮວາ: ກອງ​ປະຊຸມ​ສຸດ​ຍອດ​ອາຊີ-​ເອີ​ລົບຫຼື​ອາ​ເຊັມ​ທີ່2ປີ​ຈັດ​ຂຶ້ນ​ເທື່ອ​ໜຶ່ງຈະ​ຈຶ້ນຂຶ້ນ​ຢູ່​ນະຄອນຫຼວງ​ວຽງ​ຈັນ​ຂອງ​ລາວ​ແຕ່​ວັນ​ທີ5ຫາ​ວັນ​ທີ6ພະຈິກ​ນີ້.

ກອງ​ປະຊຸມ​ສຸດ​ຍອດ​ອາຊີ​-​ເອີ​ລົບ​ຄັ້ງ​ນີ້​ມີ​ຫົວ​ຂໍ້​ວ່າ "​ເພື່ອນ​ມິດ​ເພື່ອ​ສັນຕິພາບ,ຄູ່​ຮ່ວມ​ມື​ເພື່ອ​ຄວາມ​ສົມບູນ​ພູນ​ສຸກ". ຜູ້ນຳ​ແລະ​ຜູ້​ແທນ​ທີ່​ມາ​ຈາກ 51ປະ​ເທດ​ແລະ​ອົງການ​ຈັດ​ຕັ້ງພາກ​ພື້ນ​ຂອງ​ອາຊີ-​ເອີ​ລົບ​ຈະ​ເຕົ້າ​ໂຮມ​ກັນ​ຢູ່​ນະຄອນຫຼວງ​ວຽງ​ຈັນ​​ເພື່ອຈັດການ​ເຈະລາ. ຫົວ​ຂໍ້​ທີ່​ສຳຄັນໜຶ່ງໃນ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້​ແມ່ນ​ເສດຖະກິດ​ແລະ​ການ​ເງິນ​ຂອງ​ໂລກ. ຜູ້ນຳ​ຂອງ​ອາຊີ-​ເອີ​ລົບ​ຈະ​ນຳໃຊ້​ເວທີ​ນີ້, ​ແລກປ່ຽນຄວາມ​ຄິດ​ຄວາມ​ເຫັນ​ແລະ​ນະ​ໂຍບາຍ​ຮັບ​ມື​ກ່ຽວ​ກັບສະຖານະ​ການ​ເສດຖະກິດ​ຂອງ​ໂລກປະຈຸ​ບັນ, ​ແລະ​ເນັ້ນ​ໜັກ​​ເຖິງຄວາມ​ຈຳ​ເປັນ​ຂອງ​ການ​ເຕີບ​ໂຕ​ທາງ​ເສດຖະກິດ, ​ຄວາມ​ໝັ້ນ​ທ່ຽງດ້ານ​ການ​ເງິນ, ປັບປຸງ​ການປະກອບ​ອາຊີບ, ປະຕິ​ຮູບ​ເສດຖະກິດ​ສາກົນ​ແລະ​ການ​ປົກຄອງ​ການ​ເງິນ, ຄັດຄ້ານ​ລັດທິ​ປົກ​ປ້ອງການ​ຄ້າ​ໃນ​ຮູບ​ການ​ຕ່າງໆ.

ຈຸດ​ພິ​ເສດ​ອີກ​ອັນ​ໜຶ່ງ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້​ແມ່ນ​​ໄດ້​ມີທາງ​ການ,ປະຊາຊົນ​, ການ​ເມືອງ, ​ການ​ຄ້າ​ແລະ​ວົງ​ການ​ຕ່າງ​ໆ​ເຂົ້າ​ຮ່ວມ​ຢ່າງຮອບດ້ານ. ກ່ອນການ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້, ​ເວທີ​ປຶ​ກສາ​ຫາລືພາກ​ປະຊາຊົນ​ອາຊີ-​ເອີ​ລົບ, ກອງ​ປະຊຸມ​ຄູ່​ຮ່ວມ​ມືສະພາ​ອາຊີ-​ເອີ​ລົບ, ກອງ​ປະຊຸມ​ສຸດ​ຍອດ​ວົງ​ການ​ອຸດສາຫະກຳ​ການ​ຄ້າ​ອາຊີ-​ເອີ​ລົບ​ກໍ່​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ວຽງ​ຈັນ, ​ໄດ້​ສະ​ແດງ​ໃຫ້​ເຫັນວັດຖຸ​ປະສົງ​ຂອງ​​​ກອງ​ປະຊຸມ​ອາຊີ-​ເອີ​ລົບ​​ໃນ​ການຊຸກຍູ້ "ການ​ແລກປ່ຽນ​ລະຫວ່າງ​ຄົນ​ກັບ​ຄົນ".

​ໃນ​ກອງ​ປະຊຸມ​ອາຊີ-​ເອີ​ລົບ​ຄັ້ງນີ້, ຜູ້ນຳ​ຂອງ​ປະ​ເທດ​ຕ່າງ​ໆ​ຈະ​ປະ​ເຊີນ​ກັບ​ເລື່ອງ​ຈິງ3ອັນ​ທີ່​ນັບ​ມື້​ນັບພົ້ນ​ເດັ່ນຂຶ້ນ: ໜຶ່ງ​ແມ່ນ​ຄວາມ​ສຳຄັນ​ຂອງ​ອາຊີ​ໃນ​ເສດຖະກິດ​ໂລກ​ແລະ​ການ​ເມືອງພາກ​ພື້ນ​ສືບ​ຕໍ່​ພົ້ນ​ເດັ່ນ​ຂຶ້ນ; ສອງ​ແມ່ນ​ວິ​ກິດ​ການ​ໜີ້​ສິນ​​ເອີ​ລົບອາດ​ຈະ​ແກ່ຍາວ​ໄປ; ສາມ​ແມ່ນອາຊີ​ກັບ​​ເອີ​ລົບຕ່າງ​ເພິ່ງ​ພາ​ອາ​ໄສ​ກັນ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.

ກອງ​ປະຊຸມ​ສຸດ​ຍອດ​ອາຊີ​-​ເອີ​ລົບ​ຄັ້ງ​ນີ້​ຈະ​ຮັບ​ເອົາ3ສະມາຊິກ​ໃໝ່​ຢ່າງ​ເປັນ​ທາງ​ການ​,ຄື: ບັງ​ກະລາ​ເດັດ, ນັອກ​ແວ​ແລະ​ສະວິສ. ຊ່ຽວຊານ​ເຫັນ​ວ່າ, ລັກສະນະ​ຄວາມ​ຫຼາກ​ຫຼາຍແລະ​ຄວາມ​ອອບອ້ອມ​ອາລີ​ແມ່ນ​ຊັບ​ສົມບັດ​ທີ່​ສຳຄັນ​ທີ່​ສຸດຂອງ​ກອງ​ປະຊຸມ​ອາຊີ-​ເອີ​ລົບ.

ຈີນ​​ໄດ້ມີ​ຄວາມ​ເອົາ​ໃຈ​ໃສ່​​ມາ​ໂດຍ​ຕະຫຼອດ​ຕໍ່​ກອງ​ປະຊຸມ​ອາຊີ-​ເອີ​ລົບ​ທີ່​ເປັນ​ກົນ​ໄກ​ສົນທະນາ​ຫຼາຍ​ຝ່າຍ. ທ່ານ​ຫົງ​ເຫຼີ​ຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ໃນ​ວັນ​ທີ2ຕຸ​ລາ​​ແລ້ວ​ນີ້​ວ່າ, ກອງ​ປະຊຸມ​ອາຊີ-​ເອີ​ລົບ​ແມ່ນ​ເວທີ​ທີ່​ສຳຄັນທີ່​ໃຫ້ປະ​ເທດ​ຕ່າງໆ​ຂອງ​ອາຊີ​-​ເອີ​ລົບ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ, ​ເພີ່ມ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ​ແລະ​ລົງ​ເລິກ​ການ​ຮ່ວມ​ມື. ຈີນ​ຈະ​ຮ່ວມ​ກັບ​ຝ່າຍ​ຕ່າງ​ໆຂອງ​ອາຊີ-​ເອີ​ລົບທຳ​ຄວາມ​ພະຍາຍາມ, ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ອາຊີ​ກັບ​ເອີ​ລົບ​ຮັບ​ໝາກຜົນ​ອັນ​ຕັ້ງໜ້າ​ຫຼາຍ​ກວ່າ​ເກົ່າ.