ສື່ມວນຊົນທ້ອງ​ຖິ່ນ​ທີ່ສຳຄັນ​ຂອງ​ຝະລັ່ງ​ກ່າວ​ວ່າ, ຄວາມ​ຂັດ​ແຂ່ງ​ກັນ​ກ່ຽວ​ກັບ​ບັນຫາ​ເກາະ​ຕ້ຽວອີ​ເຮັດ​ໃຫ້​ຍີ່ປຸ່ນ​ຕົກ​ຢູ່​ໃນຄວາມ​ໂດດດ່ຽວ

(GMT+08:00) 2012-11-03 15:42:29     cri

ຕາມ​ຂ່າວສານ​ຈີນ​ປາຣີ: ພາຍຫຼັງລົງ​ພິມ​ບົດ​ຄວາມ​ທີ່ລົງ​ນາມຂອງ​ທ່ານ​ຂົງຊວນ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ຝະລັ່ງກ່ຽວ​ກັບຫຼັກໝັ້ນຂອງຈີນ​​ໃນ​ບັນຫາ​ເກາະ​ຕ້ຽວ​ອີ, ຫວ່າງ​ມໍ່ໆ​ນີ້, ໜັງສືພິມ​ໂລກ ​ເຊິ່ງ​ເປັນ​ໜັງສື​ພິມທ້ອງ​ຖິ່ນ​ທີ່​ສຳຄັນຂອງ​ຝະລັ່ງ​ໄດ້​ພິມ​ບົດ​ວິ​ເຄາະ​ຂອງ​ນັກ​ຂ່າວ​ໜັງ​ສື​ພິມ​ນີ້​ປະຈຳ​ຍີ່​ປຸ່ນຂຽນ​ວ່າ, ຄວາມ​ຂັດ​ແຍ່ງ​ກັນ​ກ່ຽວ​ກັບ​ບັນຫາເກາະ​ຕ້ຽວ​ອີ​ໄດ້​ກາຍ​ເປັນວີ​ແວວທີ່​ການ​ຕ່າງປະ​ເທດ​ຂອງຍີ່​ປຸ່ນອ່ອນ​ແອ, ຫຼັກ​ໝັ້ນ​ຂອງ​ຍີ່​ປຸ່ນຖື​ວ່າ​ຕົກ​ຢູ່​ໃນ​ຄວາມ​ໂດດດ່ຽວ​ແລະ​ຖືກ​ປະ​ເທດ
ພັ​ນທະ​ມິດປະ​ຖິ້ມ​ເລີຍ.

ໜັງ​ສື​ພິມດັ່ງກ່າວ​ສະບັບ​ວັນ​ທີ1 ພະຈິກ​ໄດ້ພິມ​ບົດ​ນີ້​ທີ່ມີ​ຫົວ​ຂໍ້ວ່າ "ການ​ຕ່າ​ງປະ​ເທດ​ຂອງ​ຍີ່​ປຸນ​ອ່ອນ​ແອ​ລົງ", ​​ໄດ້ຍົກ​​ເອົາຄວາມ​​ເປັນຈິງ​ຕ່າງໆ​ມາສະ​ແດງ​ໃຫ້​ເຫັນ​ເຖິງ​ສະພາບ​ອັບ​ຈົນ​ທາງ​ການ​ຕ່າງປະ​ເທດ​ຂອງ​ຍີ່​ປຸນ​ໃນ​ປັດຈຸບັນ, ​ແລະ​ວິ​ເຄາະ​ຄວາມ​ຜິດພາດ​ດ້ານ​ນະ​ໂຍບາຍ​ຂອງ​ຍີ່ປຸ່ນໃນ​ບັນຫາ​ເກາະ​ຕ້ຽວ​ອີ​ຈາກທຸກດ້ານ​​ເຊັ່ນເສດຖະກິດ​ການ​ເມືອງ​ພາຍ​ໃນ, ບັນຫາ​ປະຫວັດສາດ​ເປັນ​ຕົ້ນ, ​ແລະ​ຊີ້​ອອກ​ໂດຍ​ຜ່ານ​ຄຳ​ເວົ້າ​ຂອງ​ຜູ່​ຊ່ຽວຊານ​ຍີ່​ປຸ່ນວ່າ: "ຜູ່​ຫຼິ້ນການ​ເມືອງ​ແລະ​ຫາງ​ສຽງ​ມີຄວາມ​ເຫັນທີ່​ຕໍ່ຕ້ານ​ຈີນ, ​ແຕ່​ການ​ຕ່າງປະ​ເທດ​ທີ່​ຖືກ​ຫາງ​ສຽງ​ຊີ້​ນຳນັ້ນ​ມັກ​ບໍ່​ຖືກ​ກັບຜົນ​ປ​ະ​ໂຫຍ​ດ​ແຫ່ງ​ຊາດ."

ບົດ​ຄວາມ​ນີ້ຂຽນ​ວ່າ, ​ເຖິງ​ວ່າ​ອາ​ເມ​ລິ​ກາ​ປະກາດ​ວ່າ​ເກາະ​ຕ້ຽວ​ອີ​ເໝາະ​​ໃຊ້​ໃນ"ສົນທິສັນຍາ​ການ​ຮັກສາ​ຄວາມ​ປອດ​ໄພ​ລະຫວ່າງ​ອາ​ເມ​ລິ​ກາ​ກັບ​ຍີ່ປຸ່ນ", ​ແຕ່​ປະຕິ​ດ​ເສດ​ບໍ່​ແຊກ​ແຊງ​ຄວາມ​ຂັດ​ແຍ່ງ​ກັນ.​ແລະອາ​ເມ​ລິ​ກາ​ໄດ້​ຕົກລົງ​ປະ​ລະ​ການ​ຊ້ອມຣົບຂຶ້ນ​ເກາະ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ໂອ​ກິນາວາ​ໃນ​ຕົ້ນ​ເດືອນ​ພະຈິກນີ້. ຫວ່າງ​ມໍ່ໆ​ນີ້, ທ່ານ​ໂຄ​ອິຊິ​ໂລ ​ເຈນ​ບະ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຍີ່ປຸ່ນ​ຢ້ຽມຢາມ​ເຢຍລະ​ມັນ, ຝະລັ່ງ​ແລະ​ອັງກິດ, ​ເພື່ອ​ຂໍການ​ສະໜັບສະໜູນ​ຈາກປະ​ເທດ​ເອີ​ລົບ​ໃນ​ບັນຫາ​ເກາະ​ຕ້ຽວ​ອີ. ​ແຕ່​ໜັງ​ສື​ພິມນີ້​ເຫັນ​ວ່າ, ຍີ່​ປຸນ​ພຽງ​​ແຕ່ໄດ້​ຮັບ​ຄຳ​ຕອບ​ທີ່​ມີ​ມາລະຍາດ​ຂອງ​ຝ່າຍ​​ເອີ​ລົບ​ທີ່​ຫວັງ​ໃຫ້​​ແກ້​ໄຂຄວາມ​ຂັດ​ແຍ່ງ​ກັນ​ໂດຍ​ສັນຕິ.

ບົດຄວາມ​ນີ້​ວິ​ເຄາະ​ວ່າ, ​ໃນຊຸມ​ປີ70​ແລະ80ສະ​ຕະວັດ​ແລ້ວນີ້, ຍີ່​ປຸນ​​ເຄີຍມີຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ທາງ​ດ້ານ​ເສດຖະກິດ, ​ແຕ່​ປັດຈຸບັນ, ​ເສດຖະກິດ​ຂອງ​ຍີ່ປຸ່ນຊຸດ​ໂຊມລົງ​, ຖານະ​ທີ່​ເປັນ​ອົງ​ກອນ​ເສດຖະກິດອັນ​ດັບ​ທີ່​ສອງ​ໃນ​ໂລກ​ໄດ້​ຖືກ​ຈີນ​ເຂົ້າ​ແທນ. ການ​ເມືອງ​ພາຍ​ໃນ​​ແລະ​ການ​ຕ່າງປະ​ເທດ​ຂອງ​ຍີ່ປຸ່ນ​ລ້ວນ​ແຕ່​ຂາດ​ທິດ​ທາງອັນ​ຈະ​ແຈ້ງ, ການ​ຢຸດ​ສະ​ງັກທາງ​ດ້ານ​ເສດຖະກິດ​ພຽງ​ແຕ່​ເປັນ​ໜຶ່ງ​ໃນ​ປັດ​​ໄຈ​ທີ່​ເຮັດ​ໃຫ້​ຍີ່ປຸ່ນ​ເສຍ​ບົດບາດ​ໃນ​ສາກົນ, ການ​ຂາດ​ກຳລັງ​ນຳ​ທາງ​ດ້ານ​ການ​ເມືອງ​ກໍ່​ແມ່ນ​ສາ​ເຫດ​ສຳຄັນ, ການ​ເປັນ​ປໍ​ລະ​ປັກ​ກັນ​ກັບ​ຈີນ​ກໍ່​ແມ່ນ​ການສະ​ແດງ​ໃນ​ດ້ານ​ນີ້.