ທ່ານ​​ເວີ່ນ​ເຈຍ​ປາວ,ນາຍົກ​ລັດຖະ​ມົນຕີ​ຈີນ​ເຈລະ​ຈາ​ກັບທ່ານ​ທອງ​ສິງ ທຳ​ມະ​ວົງ,​ນາຍົກ​ລັດຖະ​ມົນຕີ​ລາວ

(GMT+08:00) 2012-11-05 15:42:55     cri
ຕາມ​ຂ່າວCRI:ວັນ​ທີ 5 ພະຈິກ​ນີ້,ຢູ່​ທີ່​ນະຄອນ​ຫຼວງ​ວຽງ​ຈັນ​​ແຫ່ງ​ປະ​ເທດ​ລາວ,ທ່ານ​ເວີ່ນ​​ເຈຍ​ປາວ,ນາຍົກ​ລັດຖະ​ມົນຕີຈີນ​ໄດ້​ເຈລະຈາ​ກັບ​ທ່ານ​ທອງ​ສິງ ທຳ​ມະ​ວົງ,ນາຍົກ​ລັດຖະ​ມົນຕີລາວ.

ທ່ານ​ເວີ່ນ​ເຈຍ​ປາວ​ກ່າວ​ວ່າ,ຈີນ​ຍິນ​ດີ​ຮ່ວມ​ກັບ​ລາວຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ນາໆ​ປະການ,ທຳ​ຄວາມ​ພະຍາຍາມ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ເພີ່ມຄວາມສຸກ​ໃຫ້​ແກ່​ປະຊາຊົນ​ສອງ​ຊາດ​ແລະປົກ​ປັກ​ຮັກສາສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.ຈີນ​ກັບ​ລາວ​ຄວນ​ປະຕິບັດ​ຕາມ​ຄວາມ​ຮັບ​ຮູ້​ທີ່​ໄດ້​ຕົກລົງ​ຮ່ວມ​ກັນ​ຂອງ​ຜູ້ນຳ​ສອງ​ປະ​ເທດ​ຢ່າງຮອບດ້ານ,​ເພີ່ມ​ທະວີ​ການ​​ແລກປ່ຽນ​ແລະຮ່ວມ​ມື​ກັນໃນ​ທຸກ​ຂົງ​ເຂດ,ຊຸກຍູ້​ການ​ໄປມາຫາສູ່​ກັນ​ທີ່​ມີ​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ຊາດ.

ທ່ານ​ທອງ​ສິງ ທຳ​ມະ​ວົງ​ກ່າວ​ວ່າ,ທ່ານ​ເວີ່ນ​ເຈຍ​ປາວ​ເດີນທາງ​ມາ​ຢ້ຽມຢາມ​ລາວ​ແລະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​​ເອີຣົບ​ຄັ້ງ​ທີ 9 ຫຼື​ອາ​ເຊັມ 9 ​ໃນ​ໄລຍະ​ທີ່​ທ່ານ​ກຳລັງກະກຽມ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູນິດ​ຈີນ,ນີ້​ໄດ້​ສະ​ແດງ​ໃຫ້​ເຫັນຢ່າງ​ເຕັມ​ທີ່ວ່າ,ຈີນ​ໄດ້​ໃຫ້​ຄວາມ​ສຳຄັນ​ຫຼາຍຕໍ່​ການ​ພົວພັນ​ລະຫວ່າງ​ລາວ​ກັບ​ຈີນ​ແລະ​ສະໜັບສະໜູນ​ລາວ​ຢ່າງ​ແຂງ​ແຮງ.ລາວ​ຍິນ​ດີ​ທຳ​ຄວາມ​ພະຍາ​ຍາມ​ຮ່ວມ​ກັນ​ກັບ​ຈີນ,​ເພີ່ມທະວີ​ການ​ແລກປ່ຽນ​ທາງ​ດ້ານ​ການປົກ​ຄອງປະ​ເທດ​ແລະ​ບໍລິ​ຫານປະ​ເທດ,ຮັກ​ສາ​ການ​ປະສານ​ງານ​ຢ່າງ​ໃກ້ຊິດ​ໃນ​ວຽກ​ງານ​ພາກ​ພື້ນ​ແລະ​ສາກົນ,​ຂະ​ຫຍາຍ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​​ເສດຖະກິດ​ການ​ຄ້າ,ວັດທະ​ນະທຳ​ແລະ​ອື່ນໆ​ໃຫ້​ກວ້າງ​ອອກ,ຮ່ວມ​ກັນ​ຕໍ່ຕ້ານ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ,ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາ​ດຮອບດ້ານ​ລະຫວ່າງ​ລາວ​ກັບ​ຈີນ​ໃຫ້​ຂະຫຍາຍ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

ນາຍົກ​ລັດຖະ​ມົນຕີ​ສອງ​ທ່ານ​ໄດ້​ຮ່ວມ​ກັນ​ເປັນ​ສັກຂີ​ພິຍານ​ໃນ​ພິທີ​ເປີດ​ນຳ​ໃຊ້​ຫໍ​ປະຊຸມ​ແຫ່ງ​ຊາດ​ລາວ​ແລະ​ພິທີ​ລົງ​ນາມ​ໃນ​ສັນຍາການ​ຮ່ວມ​ມື​ທີ່​ກ່ຽວຂ້ອງ​ລະຫວ່າງ​ສອງ​ຝ່າຍ.