ກອງ​ປະຊຸມ​ພາກ​ທຸລະ​ກິດ​ອາຊີ​ເອີຣົບຄັ້ງ​ທີ​ 13 ອັດ​ລົງ

(GMT+08:00) 2012-11-05 18:18:29     cri
ຕາມ​ຂ່າວCRI:ວັນ​ທີ 5 ພະຈິກ​ນີ້,ກອງ​ປະຊຸມ​ພາກ​ທຸລະ​ກິດອາຊີ​ເອີຣົບຄັ້ງ​ທີ​ 13 ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ວຽງ​ຈັນ​ຂອງ​ປະ​ເທດ​ລາວ​ເປັນ​ເວລາ 2 ວັນ​ໄດ້​ອັດ​ລົງ​ດ້ວຍ​ຜົນສຳ​ເລັດ​ອັນ​ຈົບງາມ.

ໃນ​ພິທີ​ອັດ,ທ່ານ​ນາມ ວິ​ຍະ​ເກດ,ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ​ການ​ຄ້າລາວ​ກ່າວ​ວ່າ,​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ທາງ​ດ້ານ​ເສດຖະກິດ​​ແລະ​ການ​ເງິນ​ໃນ​ປີ 2012,ອາຊີ​ກັບ​ເອີຣົບຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື,ຮ່ວມ​ແຮງ​ຮ່ວມ​​ໃຈກຳຈັດອຸປະສັກ​ຕ່າງໆ,ຮ່ວມ​ກັນພັດທະນາ​ເສດຖະກິດ​ແລະ​ສ້າງ​ໂອກາດ​ປະກອບ​ອາຊີບ.

ອີງ​ຕາມ​ຖະ​​ແຫຼ​ງການ​ຂອງປະ​ທານ,ກອງ​ປະຊຸມ​ໄດ້​ລາຍ​ງານ​ແລະ​ສະ​ເໜີ​​ເນື້ອ​ໃນທີ່ສຳຄັນ 3 ດ້ານຕໍ່​ກອງ​ປະຊຸມ​ສຸດ​ຍອດ​ອາ​ເຊັມ​ຄື:ການ​ສ້າງ​ຄວາມ​ເຊື້ອ​ໝັ້ນ​ຕໍ່​ການ​ພັດທະນາ​ການ​ຄ້າ​ຕ້ອງ​ກຳຈັດ​ອຸປະສັກ​ດ້ານການ​ຄ້າ​ແລະ​ການ​ລົງທຶນ,ສ້າງ​ສະພາບ​ແວດ​ລ້ອມ​ດ້ານ​ການ​ເມືອງ,ສັງຄົມ​ແລະ​ເສດຖະກິດ​ໃຫ້ໝັ້ນ​ຄົງ; ການ​ຮຽກຮ້ອງ​ໃຫ້​ສະມາຊິກ​ກອງ​ປະຊຸມ​ສຸດ​ຍອດ​ອາ​ເຊັມຮັບຮອງຍົກ​ເລີກ ມາດ​ຕາທີ່​ມີ​ລັກສະນະ​ຈຳ​ແນ​ກ,​ເຄົາລົບ​ກົດ​ລະບຽບ​ການ​ຄ້າທີ່​ໃຊ້​ທົ່ວໄປ,ສະ ໜັບ​ສະໜູນ​ກຳລັງ​ແຂ່ງຂັນ​ຂອງ​ວິ​ສາ​ຫະກິດ;​ໃນ​ດ້ານ​ຄວາມ​ປອດ​ໄພ​ດ້ານ​ອາຫານ​ແລະ​ພະລັງ​ງານ,ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ລັດຖະບານ,​ເພື່ອ​ອະນຸລັກ​ສິ່ງ​ແວດ​ລ້ອມ,ບັນລຸ​ການ​ພັດທະນາ​ແບບ​ຍືນ​ຍົງ,​ແລະ​ຮູ້ຈັກ​ຄວາມ​ສຳຄັນ​ໂດຍ​ທົ່ວ​ໄປ​​ຂອງການ​ພັດທະນາ​ການ​ຮ່ວມ​ມືດ້ານ​ເສດ​ຖະ​ກິດ​ໃນ​ພາກ​ພື້ນ​ແລະ​ອະນຸ​ພາກ​ພື້ນ​ອາຊີ​ເອີຣົບ.

ກອງ​ປະຊຸມ​ພາກ​ທຸລະ​ກິດ​ອາຊີ​ເອີຣົບຄັ້ງ​ທີ​ 13 ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ວຽງ​ຈັນ​ຂອງ​ລາວ​ໃນ​ວັນ​ທີ 4 ພະຈິກ​ນີ້​ໂດຍ​ມີ​ຫົວ​ຂໍ້​ທີ່​ວ່າ"​ເອົາ​ໃຈ​​ໃສ່​ນຳ​ໂລກ—​ເພື່ອ​ເສດຖະກິດ​ແລະ​ການ​ຄ້າ​​ແບບຍືນ​ຍົງ​ຂອງ​ອາຊີ​ແລະ​ເອີຣົບ",ມີຜູ້ຕາງໜ້າ​ທີ່​ມາ​ຈາກ​ວົງ​ການ​ອຸດສາຫະກຳ​ການ​ຄ້າ​ໃນ​ພາກ​ພື້ນ​ອາຊີ​ເອີຣົບລວມ 330 ກວ່າ​ທ່ານ​ໄດ້​ເຂົ້າ​ຮ່ວມ.