ກອງ​ປະຊຸມ​ສຸດ​ຍອດ​ອາ​ຊີ​ເອີ​ຣົບ​ຄັ້ງ​ທີ​9​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ວຽງ​ຈັນ​ຂອງ​ລາວ

(GMT+08:00) 2012-11-05 17:18:45     cri
ຕາມ​ຂ່າວສານ​ຊິນ​ຮວາ:, ກອງ​ປະຊຸມ​ສຸດ​ຍອດ​ອາຊີ​​ເອີຣົບຫຼື​ອາ​ເຊັມຄັ້ງ​ທີ9ທີ່​ຈະ​ດຳ​ເນີນ​ເປັນ​ເວລາ2ວັນ​ໄດ້​​ໄຂ​ຂຶ້ນ​ໃນຕອນ​ບ່າຍ​ວັນ​ທີ5ພະຈິກ​ນີ້ຢູ່​ທີ່ນະ ຄອນຫຼວງວຽງ​ຈັນ​ຂອງ​ລາວ. ທ່ານ​ເວີ່ນ​ເຈ່ຍ​ປາວ, ນາຍົກລັດຖະມົນຕີຈີນ​ໄດ້​ໃຫ້​ກຽດ​ເຂົ້າ​ຮ່ວມ​ກອງ​ປະຊຸມ.

ທ່ານ​ທອງ​ສິງ ທຳ​ມະ​ວົງ, ນາຍົກລັດຖະມົນຕີລາວ​ເປັນ​ປະທານຂອງ​ກອງ​ປະຊຸມ, ທ່ານ​ຈູ​ມາລີ ​​ໄຊ​ຍະ​ສອນ, ປະທານ​ປະ​ເທດ​ລາວ​ກ່າວ​ຄຳ​ປາ​ໄສ​​​ໄຂ​ກອງ​ປະຊຸມ. ​ກອງ​ປະຊຸມ​ດຳ​ເນີນ​ໄປ​ພາຍ​ໃຕ້​ຫົວ​ຂໍ້"​ເພື່ອນ​ມິດ​ເພື່ອ​ສັນຕິພາບ, ຄູ່​ຮ່ວມ​ມື​ເພື່ອ​ຄວາມ​ສົມ​ພູນ​ສຸກ​", ຜູ້ນຳ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຈະ​ປຶກສາ​ຫາລື​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ອາຊີ​ເອີຣົບ, ການ​ຊຸກຍູ້​ໃຫ້​ເສດຖະກິດ​ຟື້ນ​ຕົວ​ຂຶ້ນ, ການ​ຮັບ​ມຶ​ກັບ​ສິ່ງ​ທ້າ​ທາຍ​ຮ່ວມ​ກັນ​ແລະ​ຫົວ​ຂໍ້​ສຳຄັນ​ອື່ນໆອີກ.

ກ່ອນ​ກອງ​ປະຊຸມ​ສຸດ​ຍອດ​ອາ​​ເຊັມຈະ​ໄຂ​ຂຶ້ນ, ທ່ານ​ທອງ​ສິງ ທຳ​ມະ​ວົງ​ ​ປະທານ​ກອງ​ປະຊຸມ, ​ໄດ້​ກ່າວຮັບ​ເອົາ​ບັງ​ກາລະ​ເດັດ, ສະ​ວິສ​ແລະ​ນອກ​ແວ​ເປັນ​ສະມາຊິກ​ໃໝ່​ຂອງ​ອາ​ເຊັມ.