ເອກ​ອັກຄະ​ລັດຖະ​ທູດ​ປາ​ກີ​ສະຖານ​ປະຈຳ​ຈີນ​ກ່າວ​ວ່າ​ ສະໜັບ​ສະໜູນ​ຈຸດ​ຢືນ​ຂອງ​ຈີນ​ໃນ​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ແລະ​ບັນຫາ​ເກາະ​ຕ້ຽວ​ອີ

(GMT+08:00) 2012-11-06 15:49:37     cri
ຕາມ​ຂ່າວCRI:ຫວ່າງ​ກ່ອນ​ນີ້​ບໍ່​ດົນ,ຢູ່​ທີ່​ປັກ​ກິ່ງ,ທ່ານ​ມາ​ຊູດ ຄານ,​ເອກ​ອັກຄະ​ລັດຖະທູດ​ປາ​ກີ​ສະຖານ​ປະຈຳ​ຈີນ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວCRIວ່າ:ຈີນ​ກັບ​ປາ​ກີ​ສະຖານ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈກັນດ້ານ​ການ​​ເມືອງໃນ​ລະດັບ​ສູງ,ປາ​ກີ​ສະຖານ​ເຂົ້າ​ໃຈ​ແລະ​ສະໜັບສະໜູນ​ຈຸດ​ຢືນ​ຂອງ​ຈີນ​ໃນ​ບັນຫາ​ທະ​ເລ​ຈີນ​ໃຕ້​ແລະ​ບັນຫາ​ເກາະ​ຕ້ຽວ​ອີ.

ທ່ານ​ມາ​ຊູດ ຄານ​ກ່າວ​ວ່າ,​ຄວາມ​ຂັດ​ແຍ່ງ​ແລະ​ການ​ປະ​ທະ​ກັນ​ທຸກ​ຢ່າງ​ໃນ​ໂລກ​ລ້ວນ​​ແຕ່​ຈະ​ທຳລາຍ​ສັນຕິ​ພາບ​ຂອງ​ພາກ​ພື້ນ​ກໍ່​ຄື​ຂອງ​ໂລກ.​ໃນ​ບັນຫາ​ທະ​ເລ​ຈີນ​ໃຕ້​ແລະ​ບັນຫາ​ເກາະ​ຕ້ຽວ​ອີ,ປາ​ກີ​ສະຖານ​ສະໜັບ​ສະໜູນ​ຈຸດ​ຢືນ​ຂອງ​ຈີນ​ຢ່າງ​ເດັດ​ດ່ຽວ,ຫວັງ​ວ່າຄວາມ​ຂັດ​ແຍ່ງ​ທັງ​ໝົດ​ລ້ວນ​ແຕ່​ຈະໄດ້​ຮັບ​ການ​ແກ້​ໄຂ​ດ້ວຍ​ການ​ເຈລະຈາ​ໂດຍ​ສັນຕິ.ປາ​ກີ​ສະ​ຖານ​ເຫັນ​ວ່າ,ປະ​ເທດ​ທີ່​ກ່ຽວ​ພັນ​ເຖິງ​ບັນຫາ​ທະ​ເລ​ຈີນ​ໃຕ້​ແລະ​ບັນຫາ​ເກາະ​ຕ້ຽວ​ອີ​ບໍ່​ວ່າ​ຈະ​ໃຊ້​ມາດ​ຕະການໃດກໍ່ຕາມ ກໍ່​ຄວນ​ພິຈາລະນາ​ເຖິງ​ຜົນ​ປະ​ໂຫຍ​ດສູງ​ສຸດ​ຂອງ​ປະ​ເທດ​ຕົນ​ແລະ​ຂອງພາກ​ພື້ນ​ກ່ອນ.