ທ່ານ​ເວີ່ນ​​ເຈຍ​ປາວ​ເຂົ້າ​ຮ່ວມ​​ແລະ​ກ່າວ​ຄຳ​ປາ​ໄສ​ໃນກອງ​ປະຊຸມຜູ້ນຳ​ຄັ້ງ​ທີ​ 2 ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາ​ເຊັມຄັ້ງ​ທີ 9

(GMT+08:00) 2012-11-06 17:14:10     cri

ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 6 ພະຈິກ​ນີ້,ຢູ່​ທີ່​ນະຄອນຫຼວງ​ວຽງ​ຈັນ,ທ່ານ​ເວີ່ນ​ເຈຍ​ປາວ,ນາຍົກລັດຖະມົນຕີຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຜູ້ນຳ​ຄັ້ງ​ທີ 2 ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາ​ເຊັມຄັ້ງ​ທີ 9,​ແລະ​ໄດ້​ກ່າວ​ຄຳ​ປາ​ໄສ​ກ່ຽວ​ກັບ​ບັນຫາຕ່າງໆ​ໃນ​ທົ່ວ​ໂລກ.

ທ່ານ​ເວີ່ນ​ເຈຍ​ປາວ​ກ່າວ​ວ່າ:ປະຈຸ​ບັນ​ນີ້,ສະຖານະ​ການ​ສາກົນ​ສືບ​ຕໍ່ມີ​ການ​ປ່ຽນ​ແປງ​ອັນ​ເລິກ​ເຊິ່ງ​ແລະ​ສັບສົນ,ບັນຫາຕ່າງ​ໆ​ໃນທົ່ວ​ໂລກ​ເຊັ່ນ:ຄວາມ​ປອດ​​ໄພ​ດ້ານ​ພະລັງງານ​ແລະ​ອາຫານ,ການ​ປ້ອງ​ກັນ​ແລະ​ຫຼຸດຜ່ອນ​ໄພ​ທຳ​ມະ​ຊາດ,ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ແລະ​ບັນຫາ​ອື່ນໆ​ຍັງ​ພົ້ນ​ເດັ່ນຢູ່ຄື​ເກົ່າ,​ໄດ້​ນຳ​ເອົາ​ສິ່ງ​ທ້າ​ທາຍ​ມາສູ່ການ​ຟື້ນ​ຟູ​ເສດຖະກິດ​ໂລກ​ຢ່າງຮອບດ້ານ​ແລະ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ບັ​ນດາ​ປະ​ເທດ​ອາຊີ​ແລະ​ເອີຣົບ.

ທ່ານ​ເວີ່ນ​​ເຈຍ​ປາວຊີ້​ອອກ​ວ່າ:ຄວາມ​ປອດ​ໄພ​ດ້ານ​ພະລັງງານ​ແມ່ນ​ບັນຫາອັນ​ສຳຄັນ​ທີ່​ກ່ຽວ​ພັນ​ເຖິງ​ເສດຖະກິດ​ແຫ່ງ​ຊາດ​​,ຊີວິດ​ການ​ເປັນ​ຢູ່​ແລະ​ຄວາມສົມບູນ​ພູນສຸກ​ຂອງ​ປະຊາຊົນ,ມີ​ຄວາມ​ໝາຍ​ອັນ​ສຳຄັນ​ຕໍ່​ການ​ຮັບປະກັນ​ການ​ຟື້ນ​ຟູ​ເສດຖະກິດ​ໂລກ​ຢ່າງ​ຮອບດ້ານ​ແລະ​ການ​ພັດທະນາ​ແບບ​ຍືນ​ຍົງ.ປະ​ເທດ​ທີ່​ຜະລິດ,ບໍລິໂພ​ກ​ແລະ​ຂົນສົ່ງ​ພະລັງງານ​ຂອງ​ອາຊີ​ແລະ​ເອີ​ຣົບຄວນ​ທຳ​ຄວາມ​ພະຍາຍາມ​ຮ່ວມ​ກັນ,ສ້າງ​ທັດສະນະ​ຄວາມ​ປອດ​ໄພ​ດ້ານ​ພະລັງງານທີ່​ຮ່ວມ​ມື​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ,ພັດທະນາ​ແບບ​ຫຼາຍຝ່າຍແລະ​ຮັບ​ປະກັນດ້ວ​ຍການ​ປະສານ​ງານ.ຄວນ​ອອກ​ແຮງ​ພັດທະນາ​ພະລັງງານສະອາດ​ແລະ​ພະລັງງານໝູນວຽນ​,ຊຸກຍູ້​ໂຄງ​ປະກອບ​ພະລັງງານ​ໃຫ້​ດີ​ຂຶ້ນ,​​ເຮັດ​ໃຫ້​ລາຄາ​ພະລັງງານ​ມີ​ຄວາມ​ໝັ້ນ​ທ່ຽງ,ຮັກສາ​ລະບຽບ​ການ​ອັນ​ເປັນ​ປົກກະຕິ​ຂອງ​ຕະຫຼາດ​ພະລັງງານ;ປະຢັດ​ພະລັງງານ​ແລະ​ເພີ່ມ​ປະສິດທິ​ຜົນ,ຊຸກຍູ້​ການ​ສ້າງ​ຮູບ​ການການ​ຜະລິດ​ແລະ​ຮູບ​ການ​ບໍລິ​ໂພ​ກ​ແບບ​ປະຢັດ.

ທ່ານ​ເວີ່ນ​ເຈຍ​ປາວ​ກ່າວ​ວ່າ,ປະ​ເທດ​ອາຊີ​ໄດ້​ມີ​ບົດຮຽນ​ໃນ​ການ​ຕ້ານ​ໄພທຳ​ມະ​ຊາດ​ຢ່າງ​ຫຼວງ​ຫຼາຍ,ປະ​ເທດ​ເອີຣົບມີ​ຜະລິດ​ຕະພັນ​ຫຼຸດຜ່ອນ​​ແລະ​ກູ້​ໄພ​ທີ່​ມີ​ເຕັກນິກ​ສູງ,ສອງ​ຝ່າຍ​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນ​ແລະ​ຫຼຸດຜ່ອນ​​ໄພ​ທຳ​ມະ​ຊາດ.

ພາຍຫຼັງທ່ານ​ເວີ່ນ​ເຈຍ​ປາວ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາ​ເຊັມຄັ້ງ​ທີ 9 ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ວຽງ​ຈັນ​ແລະສຳ​ເລັດການ​ຢ້ຽມຢາມລາວ​ຢ່າງ​ເປັນ​ທາງ​ການ​ແລ້ວ,ທ່ານ​ໄດ້​ເດີນທາງ​ດ້ວຍ​ເຮືອບິນ​ພິ​ເສດ​ກັບ​ຄືນ​ເຖິງປັກ​ກິ່ງ​ໃນ​ວັນ​ທີ 6 ພະຈິກ​ນີ້.