ພົບ​ປະ​ສອງ​ຝ່າຍ​ລາວ-ສິງກະ​ໂປ​ເນັ້ນ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື

(GMT+08:00) 2012-11-06 12:15:57     cri
​(ຂປລ)​ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 6 ພະຈິກ 2012, ທ່ານ​ດຣ.ທອງ​ລຸນ ສີ​ສຸ​ລິດ,ຮອງ​ນາຍົກລັດຖະມົນຕີ,ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ແຫ່ງ​ສປປລາວ ​ແລະ​ທ່ານ​ນາງ​ເກຣດ ຟູ(Grace Fu )ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດສ.ສິງກະ​ໂປ​ໄດ້​ດຳ​ເນີນ​ການ​ພົບ​ປະຢ່າງ​ເປັນ​ທາງ​ການ​ພາຍ​ໃຕ້​ບັນຍາກາດ​ອັນ​ອົບ​ອຸ່ນ​ສະຫນິດສະຫນົມ​ແລະ​ເຂົ້າ​ອົກ​ເຂົ້າ​ໃຈ.

ທັງ​ສອງ​ຝ່າຍ​ໄດ້​ຕົກລົງ​ຄວາມ​ເຫັນ​ເປັນ​ເອກະ​ພາບ​ທີ່​ຈະ​ຊຸກ​ຍູ້​ໃຫ້​ມີ​ການ​ພົວພັນ​ແລະ​ການ​ໄປມາຫາ​ສູ່​ກັນ​ໃຫ້​ຫລາຍ​ຂຶ້ນ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນ​ໃນ​ດ້ານ​ເສດຖະກິດ,ວັດທະນະທຳ​ແລະ​ທ່ອງ​ທ່ຽວ​ໃຫ້​ນັບ​ມື້​ນັບ​ຫລາຍ​ຂຶ້ນ,​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ​ປະຊາຊົນ​ສອງ​ຊາດ​ລາວ​ແລະ​ສິງກະ​ໂປ,ທັງ​ເປັນ​ການ​ປະກອບສ່ວນ​ເສີມ​ສ້າງສັນ​ຕິ​ພາບ​ແລະ​ສະຖຽນ​ລະ​ພາບ​ຢູ່​ໃນ​ພາກ​ພື້ນ.

ຝ່າຍ​ສິງກະ​ໂປ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ແລະ​ຊົສມ​ເຊີຍ​ຕໍ່​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາ​ເຊັມຄັ້ງ​ທີ 9 ທີ່ ສປປລາວ ​ເປັນ​ເຈົ້າພາບ.

ທ່ານ​ດຣ.ທອງ​ລຸນ ສີ​ສຸດ​ລິດ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ລັດຖະບານ​ສິງກະ​ໂປ​​ໄດ້​ໃຫ້ການ​ສະຫນັບສະຫນູນ​ແລະ​ຊ່ວຍ​ເຫລືອ​ ສປປ ລາວ​ໃນ​ການ​ສ້າງສາ​ພັດທະນາ​ເດ​ສຖະກິດ-​ສັງຄົມ​ຂອງ ສປປ ລາວ,​ໂດຍ​ສະ​ເພາະ​ແມ່ນ​ດ້ານ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ,​ແລະ​ຫວັງ​ຢ່າງ​ຍິ່ງ​ວ່າ, ການ​ພົວພັນ​ອັນ​ດີງາມ​ດັ່ງກ່າວ​ຈະ​ໄດ້ຣັບການ​ເພີ່ມ​ທະວີ​​ແລະ​ສືບ​ຕໍ່​ໄປ​ເພື່ອ​ສ້າງ​ເງື່ອນ​ໄຂ​ທີ່​ດີ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ໃນ​ປະຊາ​ຄົມ​ອາ​ຊຽນ​ໃນ​ປີ 2015.