ພະ​ນະ​ທານ​ທອງສິງ ທຳ​ມະ​ວົງ ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ແຈ້ງ​ໝາກ​ຜົນ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາ​ເຊັມ 9 ຕປະຊາຊົນ​ລາວ

(GMT+08:00) 2012-11-07 12:34:09     cri


(ພະ​ນະ​ທານ​ທອງສິງ ທຳ​ມະ​ວົງ ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ແຈ້ງ​ໝາກ​ຜົນ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາ​ເຊັມ 9 ຕປະຊາຊົນ​ລາວ)

ວັນ​ທີ 6 ຕຸລາ​ນີ້, ທີ່​ນະຄອນຫລວງວຽງຈັນ, ພາຍຫລັງ​ກອງ​ປະຊຸມ​ອາ ເຊັມ9 ທີ່​ລາວ​ເປັນ​ເຈົ້າພາບ​ໄດ້​ອັດ​ລົງດ້ວຍ​ຜົນສຳ​ເລັດ​ຢ່າງ​ຈົບງາມ, ພະນະ​ທານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີລາວ ​ໄດ້ແຈ້ງໝາກຜົນຂອງ​ກອງ​ປະຊຸມໃຫ້ປະຊາຊົນ​ລາວຮັບຊາບດັ່ງນີ້:

1: ກອງ​ປະຊຸມ​ຄັ້ງ​ນີ້ແມ່ນມີປະມຸກລັດ, ຫົວໜ້າລັດຖະບານເປັນຈຳນວນຫລວງ ຫລາຍໄດ້ໃຫ້ກຽດມາຮ່ວມກອງປະຊຸມຄັ້ງນີ້,
ອັນນີ້ໄດ້ສະແດງໃຫ້ເຫັນແຈ້ງເຖິງ ການໃຫ້ກຽດຢ່າງສູງ ແລະ ໃຫ້ຄວາມເຊື່ອຖືຢ່າງຍິ່ງຂອງປະເທດ ເພື່ອນມິດຕໍ່ລັດຖະບານແລະ
ປະຊາຊົນລາວ ຊຶ່ງເປັນປັດໄຈໜຶ່ງທີ່ສໍາຄັນ ເຮັດໃຫ້ກອງ ປະຊຸມໄດ້ຮັບຜົນສຳເລັດຢ່າງສະຫງ່າງາມ.2 ກອງປະຊຸມສຸດຍອດອາເຊັມ
ຄັ້ງທີ 9 ນີ້, ບັນດາຜູ້ນໍ​າອາເຊັມກໍ່ຄືຄະນະຜູ້ ແທນໄດ້ຮັບຮູ້, ເຂົ້າໃຈ ແລະ ເຫັນແຈ້ງຕື່ມອີກກ່ຽວກັບແນວທາງປ່ຽນແປງໃໝ່ຂອງ
ພັກ ແລະ ລັດເຮົາ ໂດຍສະເພາະແມ່ນແນວທາງການຕ່າງ ປະເທດສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືທີ່ສະ
ເໝີຕົ້ນສະເໝີປາຍຂອງພັກແລະລັດຖະບານລາວ; ໄດ້ເຫັນແຈ້ງຕື່ມວ່າ ປະເທດລາວໄດ້ຢຶດຫມັ້ນການເສີມຂະຫຍາຍກຳລັງແຮງ
ພາຍໃນປະເທດຕິດແໜ້ນກັບການເຊື່ອມໂຍງສາກົນ, ໄດ້ໃຫ້ຄວາມສຳຄັນຕໍ່ການທູດຫລາຍຝ່າຍ ແລະ ມີຄວາມບຸກບືນຕັ້ງໜ້າໃນ
ການປະຕິບັດພັນທະສາກົນຂອງຕົນ. 3. ບັນດາຜູ້ນຳ ແລະ ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ເຫັນປະຈັກຕາວ່າ ປະເທດເຮົາເປັນປະເທດ
ໜຶ່ງທີ່ມີສະຖຽນລະພາບທາງການເມືອງອັນໜັກແໜ້ນ, ມີຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ,
ໂດຍສະເພາະແມ່ນບັນດາຜູ້ນຳແລະຄະນະຜູ້ແທນຕີລາຄາສູງຕໍ່ການປ່ຽນແປງ ຢ່າງໄວວາກໍ່ຄືໂສມໜ້າໃໝ່ຂອງນະຄອນຫລວງວຽງ
ຈັນ.4. ປະເທດອາເຊັມອື່ນໆເຫັນວ່າ ຜ່ານການເປັນເຈົ້າພາບໃນໄລຍະ 2 ປີທີ່ຜ່ານມາ ກໍ່ຄືໃນໄລຍະດຳເນີນກອງປະຊຸມອາເຊັມ ຄັ້ງ
ທີ 9 ນີ້, ສປປ ລາວສາມາດປະຕິບັດບົດບາດປະສານງານທີ່ຄ່ອງແຄ້ວ, ຊຸກຍູ້ໃຫ້ຜູ້ນຳຂອງສອງທະວີບອາຊີແລະເອີຣົບໄດ້ມາພົບປະ
ກັນ, ປຶກສາຫາລືກັນຢູ່ທີ່ນະຄອນຫລວງ ວຽງຈັນໃນຫົວຂໍ້ສຳຄັນທີ່ພົ້ນເດັ່ນທັງເປັນຄວາມລໍຄອຍການແກ້ໄຂຂອງປະຊາຊົນສອງທະ
ວີບ. 5. ຈາກຜົນສຳເລັດຂອງກອງປະຊຸມສຸດຍອດອາເຊັມ ຄັ້ງທີ 9 ນີ້ ຊີ້ໃຫ້ເຫັນວ່າ ໄປຄຽງຄູ່ກັບການເພີ່ມທະວີເຂົ້າອົກເຂົ້າໃຈກັນ
ລະຫວ່າງສອງທະວີບແລ້ວ ມັນຍັງສ້າງກາລະໂອກາດເພີ່ມຂຶ້ນໃຫ້ແກ່ການຍາດແຍ່ງການສະໜັບສະໜູນຊ່ວຍເຫລືອຂອງປະເທດ
ເພື່ອນມິດໃຫ້ແກ່ລາວໃນການສ້າງສາພັດທະນາເສດຖະກິດ-ສັງຄົມຂອງຕົນ. ດັ່ງທີ່ພວກເຮົາໄດ້ຮູ້ແລ້ວຕະຫລອດ 10 ກວ່າປີທີ່ຜ່ານ
ມານີ້, 20 ປະເທດໃນອາຊີທີ່ເປັນຄູ່ຮ່ວມອາເຊັມໄດ້ໃຫ້ການຊ່ວຍເຫລືອລາວ. ເຊື່ອແນ່ວ່າ ຍ້ອນໝາກຜົນຂອງການ​ເປັນ​ເຈົ້າພາບ​ທີ່​ດີໃນ​ການ​ເປັນ​ປະທານ​ກອງ​ປະຊຸມ​ສຸດ​ຍອດ​ອາ​ເຊັມ ຄັ້ງທີ 9 ນີ້, ບັນດາ​ຄູ່​ຮ່ວມ​ເຫລົ່ານັ້ນຈະສືບຕໍ່​ເພີ່ມ​ທະວີ​ການ​ສະຫນັບສະ​ຫນູນ ​ແລະ ​ໃຫ້ກາ​ນຊ່ວຍເຫລືອລາວ ຫລາຍ​ຂຶ້ນອີກ​ໃນຕໍ່ຫນ້າ.6. ຜ່ານ​ກອງ​ປະຊຸມ​ສຸດຍອດ​ອາ​ເຊັມຄັ້ງນີ້ ນອກຈາກຈະ​ເປັນ​ການ​ຍົກ​ສູງ​ຖານະ​ບົດບາດ​ຂອງລາວຂຶ້ນອີກໃນ​ເວທີ​ສາກົນ, ​ໄດ້​ເພີ່ມ​ຄວາມ​ເຊື່ອ​ຖື, ຄວາມ​ໄວ້ເນື້ອເຊື່ອ​ໃຈ​ຈາກ​ວົງ​ຄະນາ​ຍາດ​ສາກົນ​ທີ່​ມີ​ຕໍ່​ພັກ, ລັດ ​ແລະ ປະຊາຊົນ​ລາວ​ແລ້ວ, ​ຍັງ​ຖື​ເປັນ​ເຫດການ​ປະຫວັດສາດ​ທີ່​ສຳຄັນອັນຫນຶ່ງ​ຂອງ​ປະ​ເທດ​ລາວ ຊຶ່ງບໍ່​ເຄີຍ​ມີ​ຍຸກ​​ໃດສະໄຫມໃດທີ່ໄດ້​ມີ​ບົດບາດ​ເຕົ້າ​ໂຮມ​ຜູ້ນຳສອງ​ທະວີບອາຊີ-​ເອີຣົບ ເຂົ້າມາ​ປະຊຸມ​ຢູ່ປະ​ເທດ​ລາວ​ຄືແນວ​ນີ້ຈັກ​ເທື່ອ.7. ຜ່ານ​ຈາກ​ການ​ເປັນເຈົ້າພາບ​ຂອງ​ກອງ​ປະຊຸມ​ສຸດຍອດ​ອາ​ເຊັມ ຄັ້ງທີ 9 ນີ້​ໄດ້ເປັນ​ການ​ຝຶກ​ຊ້ອມ, ຍົກ​ລະດັບຄວາມ​ຮູ້, ຄວາມ​ສາມາດ​ຂອງບັນດາ​ຂະ​ແໜງ​ການ​ສູນກາງ ​ແລະ ທ້ອງ​ຖິ່ນ ​ກໍ່​ຄື​ປະຊາຊົນ​ລາວຂຶ້ນສູ່​ຄຸນ​ນະພາບ​ໃຫມ່.

ຜົນ​ສຳ​ເລັດ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາ​ເຊັມ ຄັ້ງທີ 9 ມັນ​ເກີດ​ຂຶ້ນ​ໄດ້ກໍ່​ຍ້ອນ​ມີ​ການນຳພາ​ອັນ​ຖືກຕ້ອງ​ສອດຄ່ອງ ​ແລະ ຈົດຈໍ່​ຂອງ​ກົມ​ການ​ເມືອງສູນ​ກາງ​ພັກ, ການ​ຊີ້ນຳ​ຜັນ​ຂະຫຍາ​ຍຢ່າງ​ມີ​ຄວາມ​ຮັບຜິດຊອບ​ສູງ​ຂອງ​ລັດຖະບານ , ຍ້ອນ​ການ​ປະກອບສ່ວນ​ອັນໃຫຍ່​ຫລວງ​ຂອງ​ທຸກ​ໆ​ພາກສ່ວນ ​ແລະ ປະຊາຊົນ​ລາວ​ທຸກ​ເຜົ່າ, ທຸກ​ຊັ້ນຄົນ​ໃນ​ທົ່ວ​ປະເທດ. ພ້ອມ​ກັນນັ້ນກໍ່ຍັງ​ເປັນຫມາກຜົນ​ແຫ່ງ​ການ​ສະຫນັບສະ​ຫນູນ ​ແລະ ຊ່ວຍ​ເຫລືອຂອງ​ບັນດາ​ປະ​ເທດ​ເພື່ອນ​ມິດ ທາງ​ດ້ານ​ທຶນຮອນ, ການ​ສ້າງພື້ນ​ຖານ​ໂຄງ​ລ່າງ, ທາງ​ດ້ານບົດຮຽນ ​ແລະ ດ້ານ​ອື່ນໆ​.